Breaking News

ກຽມແຂ່ງຂັນຮູບເງົາສັ້ນ ວຽງຈັນນານ 2017 ລອງສະໝັກເບິ່ງເດີ້ ໃຜທີ່ມີຄວາມຝັນ

ແບ່ງປັນ

ງານແຂ່ງຂັນຮູບເງົາສັ້ນ ວຽງຈັນນານ (Vientianale)ກັບມາແລ້ວ! ເຊີນທຸກໆຄົນເຂົ້າມາຮ່ວມແຂ່ງຂັນຮູບເງົາສັ້ນນຳກັນຫຼາຍໆ

ຮັບສະໝັກລົງທະບຽນ

ການແຂ່ງຂັນດັ່ງກ່າວ ເປີດໃຫ້ ທຸກໆຄົນທີ່ດຳລົງຊີວີດຢູ່ໃນ ສປປ.ລາວ, ໂດຍບໍ່ຈໍາແນກສັນຊາດ ແລະຄວາມສາມາດປະສົບການໃນການຜະລິດຮູບເງົາ.
ການແຂ່ງຂັນ ປີນີ້ ບໍ່ມີຫົວຂໍ້, ດັ່ງນັ້ນ ພວກເຮົາຈື່ງເຊີນຊວນໃຫ້ທຸກຄົນນໍາໃຊ້ຈິນຕະນາການຂອງຕົນເອງເຕັມທີ່.
ຄະນະກຳມະການອິດສະຫຼະ ຈະເປັນຜູ້ເລືອກ ຮູບເງົາສັ້ນທີ່ດີທີ່ສຸດ 3 ເລື່ອງໂດຍມີລາງວັນດັ່ງລຸ່ມນີ້:

ລາງວັນທີ່ 1: 8,000,000 ກີບ
ລາງວັນທີ່ 2: 5,000,000 ກີບ
ລາງວັນທີ່ 3: 3,000,000 ກີບ

ຮູບເງົາທີ່ສົ່ງເຂົ້າປະກວດຈະໄດ້ຮັບການສາຍໃນ ມື້ສຸດທ້າຍຂອງ ງານເທດສະການຮູບເງົາ ວຽງຈັນນານ. ເຊິ່ງໃນມື້ນັ້ນ, ຜູ້ທີ່ເຂົ້າຊົມກໍ່ສາມາດເລືອກໃຫ້ຄະແນນຮູບເງົາທີ່ມັກ ແລະ ສົນໃຈ ເພື່ອໃຫ້ ລາງວັນຮູບເງົາຂັວນໃຈຜູ້ຊົມ.

ປິດຮັບສະໝັກ: ວັນສຸກ ທີ່ 31 ມັງກອນ 2017

ຮູບເງົາທີ່ສົ່ງເຂົ້າປະກວດຈະຕ້ອງປະຕິບັດຕາມເງື່ອນໄຂ ດັ່ງລຸ່ມນີ້:

  1. ຮູບເງົາຕ້ອງບໍ່ເກີນ 7 ນາທີ່ (ລວມເອົາທັງຊື່ເລື່ອງ ຈົນຮອດລາຍຊື່ ຂອງຜູ້ຜະລິດແລະຜູ້ທີ່ມີສ່ວນຮ່ວມ)
  2.  ຜູ້ກຳກັບຮູບເງົາ ຕ້ອງອາໄສ ແລະ ດໍາລົງຊີວິດໃນ ສປປ. ລາວ.
  3. ຮູບເງົາພາສາລາວ ຕ້ອງມີຄໍາບັນລະຍາຍທາງກ້ອງ ເປັນພາສາອັງກິດ. ຖ້າວ່າເລື່ອງມີການສົນທະນາເປັນພາສາອັງກິດ ຕ້ອງມີຄໍາບັນລະຍາຍທາງກ້ອງ ເປັນພາສາລາວ.
  4. ຮູບພາບ ແລະ ສຽງຕ່າງໆ ທີ່ໃຊ້ໃນການຜະລິດຮູບເງົາ ຕ້ອງບໍ່ລະເມີດລິຂະສິດປະການໃດ.
  5. ເມື່ອຜະລິດສຳເລັດແລ້ວ ຕ້ອງສົ່ງຜົນງານດັ່ງກ່າວ ໃນຮູບແບບ ດີວິດີ  MPEG4, AVI, WMV, H264 ຫຼື MOV ພ້ອມກັບເອກກະສານລົງທະບຽນ.
  6. ຮູບເງົາດັ່ງກ່າວ ຕ້ອງເປັນ ເລື່ອງສັ້ນ ທີ່ສ້າງຂື້ນສໍາລັບ ການແຂ່ງຂັນຮູບເງົາສັ້ນ ວຽງຈັນນານ 2017 ໂດຍສະເພາະ ແລະ ບໍ່ເຄີຍໄດ້ຮັບການສາຍ ຫຼື ເຂົ້າຮ່ວມແຂ່ງຂັນບ່ອນອື່ນ ມາກ່ອນ.

ເອກກະສານລົງທະບຽນ ສາມາດເອົາໄດ້ ທີ່ http://www.vientianale.org/

ຕິດຕໍ່:
ອີເມລ: [email protected]
www.facebook.com/Vientianale
ມືຖື: 030 50 29 814 (ພາສາລາວ), 020 58 89 14 65 (ພາສາອັງກິດ/ລາວ)

ຂ່າວຈາກ: ເຟສບຸກ Vientianale

14567502_1161926300542414_7000684677212185380_o

 

ແບ່ງປັນ