Breaking News

ເຄັດລັບເບິ່ງແຍງໜ້າໃສກ່ອນນອນ

ແບ່ງປັນ

ເຄັດລັບເບິ່ງແຍງໜ້າໃສກ່ອນນອນ

ເຄັດລັບໜ້າໃສມີຢູ່ຫຼາຍຮູບແບບ ຕັ້ງແຕ່ສະໝຸນໄພບູຮານທີ່ຊອກຫາໄດ້ງ່າຍໃນຫ້ອງຄົວ ຄີມບໍາລຸງສູດຕ່າງໆ, ເຄື່ອງສໍາອາງແຕ້ມສີສັນເທິງໜ້າໄປຈົນເຖິງນະວັດຕະກໍາທຣີດເມ້ນຜິວໜ້າໃຫ້ງາມສົດໃສ, ແຕ່ຫຼາຍທ່ານຄົງຈະລືມໄປວ່າ ການເບິ່ງແຍງຜິວພັນໜ້າໃຫ້ໃສນັ້ນບໍ່ແມ່ນພຽງແຕ່ບໍາລຸງຢ່າງດຽວ ຄວນໄດ້ຮັບການພັກຜ່ອນເບິ່ງແຍງຮັກສາຄວາມສະອາດເຊິ່ງຖືວ່າເປັນສິ່ງທີ່ສໍາຄັນທີ່ບໍ່ແພ້ການເບິ່ງແຍງຜິວພັນແບບອື່ນໆ ໂດຍສະເພາະກ່ອນນອນທ່ານໄດ້ເບິ່ງແຍງຜິວພັນໜ້າທ່ານເປັນຢ່າງດີແລ້ວ ຫຼື ຍັງ ເຮົາມີເຄັດລັບການເບິ່ງແຍງເຮັດຄວາມສະອາດຜິວພັນໜ້າຢ່າງຖືກວິທີມາແນະນໍາ ເພື່ອທີ່ຈະໄດ້ມີໃບໜ້າທີ່ງາມໃສບໍ່ມີໃຫ້ຮິ້ວຮອຍ.

pic-01

ເຄັດລັບໜ້າຂາວໃສ:

ຂັ້ນຕອນທີ 1: ການບໍາລຸງຜິວໜ້າຂຶ້ນຢູ່ກັບການເລືອກຜະລິດຕະພັນທີ່ເໝາະສົມກັບຜິວໜ້າຂອງແຕ່ລະຄົນ.

ຂໍ້ແນະນໍາເພີ່ມເຕີມສໍາລັບຄົນທີ່ມີຜິວໜ້າແຫ້ງ ຫຼື ຜິວພັນທີ່ແພ້ງ່າຍໃຫ້ເລືອກໃຊ້ຜະລິດຕະພັນທີ່ມີສ່ວນປະສົມຂອງນໍ້ານົມເປັນຫຼັກ ເພາະຈະຊ່ວຍເຮັດຄວາມສະອາດ ແລະ ເພິ່ມຄວາມຊຸ່ມໃຫ້ກັບຜິວເຮົາອີກດ້ວຍ ສໍາລັບຄົນຜິວໜ້າມັນໃຫ້ເລືອກໃຊ້ຜະລິດຕະພັນທີ່ມີສ່ວນປະສົມຂອງນໍ້າເຜິ້ງເປັນຫຼັກ ຈະຊ່ວຍຄວບຄຸມຄວາມມັນເທິງໃບໜ້າໄດ້ອີກດ້ວຍ.

ຂັ້ນຕອນທີ 2: ການເຮັດຄວາມສະອາດໃບໜ້າມີເລື່ອງທີ່ຕ້ອງໃສ່ໃຈຢູ່ 2 ເລື່ອງຄື:

  • ການໃຊ້ Cleansing ໃຫ້ນວດທາປະໄວ້ 30 ວິນາທີ – 60 ວິນາທີ ເພື່ອໃຫ້ເນື້ອຄີມລະລາຍສິ່ງເປິະເປື້ອນເຄື່ອງສໍາອາງ, ຄາບໄຂມັນອຸດຕັນ.
  • ການລ້າງໜ້າ ຄວນລ້າງໜ້າຄ່ອຍທີ່ສຸດ, ບໍ່ຂັດຖູແຮງເພາະຈະເຮັດໃຫ້ເກີດຮິ້ວຮອຍໄດ້ງ່າຍ ຢ່າໃຊ້ນິ້ວຊີ້ກັບນິ້ວໂປ້ເພາະຈະມີແຮງເນັ້ນຫຼາຍ ອັນເປັນສາເຫດຂອງຮິວຮອຍໃຊ້ພຽງນິ້ວກາງ ແລະ ນິ້ວນາງໂດຍເລິ່ມໝຸນນິ້ວມືອອກເປັນວົງອ້ອມ ເລີ່ມຈາກບໍລິເວນຄາງນວດຄ່ອຍໆໄລ່ຂຶ້ນໄປຕາມແກ້ມໄລ່ຈາກບໍລິເວນຈຸດກາງໄປຕາມລາຍກ້າມຊີ້ນອອກໄປທາງດ້ານຂ້າງໄລ່ໄປທີ່ໜ້າຜາກເປັນການຕ້ານແຮງໂນ້ມອາດຈະເນັ້ນບໍລິເວນຮ່ອງດັງເພື່ອປ້ອງກັນການເກີດສິວສ້ຽນ ສ່ວນວິທີການລ້າງອອກນັ້ນໃຫ້ກອບເອົານໍ້າແປະຜິວໜ້າລູບຄ່ອຍໆຫ້າມຖູເພາະຈະເຮັດໃຫ້ເກີດຮິ້ວຮອຍເຊັ່ນກັນ.

ຈາກນັ້ນປ່ອຍໃຫ້ຜິວໜ້າເຮົາໄດ້ພັກຜ່ອນດ້ວຍການເຂົ້ານອນແຕ່ຫົວຄໍ່າເພື່ອໃຫ້ຮ່າງກາຍໄດ້ຟື້ນຟູສະພາບຜິວພັນ ຕື່ນເຊົ້າມາກໍຈະມີຜິວພັນທີ່ສົດໃສ ທີ່ສໍາຄັນໃຜທີ່ມີສິວຂຶ້ນເລື່ອຍໆໃຊ້ວິທີນີ້ສິວຈະຫຼຸດລົງໄດ້.

 

ແບ່ງປັນ