Breaking News

5 ວິທີສະແດງ ຄວາມຮັກ ແບບ ໂລແມນຕິກ (Romance)

ແບ່ງປັນ

ເພື່ອເຮັດໃຫ້ຄົນພິເສດຂອງທ່ານ ຮູ້ສຶກວ່າທຸກມື້ຄືວັນພິເສດ ດ້ວຍ ວິທີງ່າຍໆ ແຕ່ໄດ້ຜົນສະເໝີ ດ້ວຍການສະແດງອອກດັ່ງລຸ່ມນີ້: ທີ່ຈະເຮັດໃຫຄົນ ທີ່ທ່ານຮັກພໍໃຈ ແລະ ຮັບຮູ້ໄດ້ວ່າ ເຂົາຄືຄົນພິເສດຂອງທ່ານຕະຫຼອດເວລາ.

  1. ວາງແຜນກິນເຂົາແລງຢູ່ເຮືອນ

ການກິນເຂົ້າຕອນແລງນຳກັນສອງຕໍ່ສອງ ດ້ວຍບັນຍາກາດທີ່ມີແສງທຽນ, ສຽງເພງມ່ວນໆ ເປັນສິ່ງທີ່ສະແດງ ໃຫ້ເຫັນເຖິງຄວາມຮັກ, ຄວາມເອົາໃຈໃສ່ໄດ້ດີທີ່ສຸດ

  1. ພາໄປທ່ຽວຫາດຊາຍ ແຄມຂອງ, ຫາດຊາຍ ທະເລ ຫຼື ຫາດຊາຍອື່ນໆ

ລອງພາຄົນຮັກຂອງທ່ານໄປຍ່າງຫຼີ້ນ ຫາດຊາຍ ທີ່ຫງຽບສະຫງົບ ນັ່ງເບິ່ງດວງຕາເວັນຕົກດິນນໍາກັນ ແລະ ມອບຂອງຂວັນສຸດພິເສດໃຫ້ຄົນທີ່ທ່ານຮັກ.

  1. ສ້າງຄວາມປະທັບໃຈໃນວັນທີ່ພິເສດ

ຊື້ເຄື່ອງທີ່ພິເສດ ສຳລັບຄົນຮັກຂອງທ່ານ ໂດຍບໍ່ໃຫ້ຮູ້ຕົວເຊັ່ນ: ດອກໄມ້, ຊຸດໃໝ່ ຫຼື ຂະໜົມທີ່ຄົນຮັກຂອງທ່ານມັກກິນ ນອກຈາກວັນທີ່ພິເສດແລ້ວ ການມອບຂອງຂວັນທີ່ສໍາຄັນ ໃນມືທຳມະດາ ກໍຈະເຮັດໃຫ້ຄົນຮັກຂອງທ່ານປະທັບໃຈຫຼາຍຍິ່ງຂຶ້ນ.

  1. ພຽງຄໍາເວົ້າ ກໍເຮັດໃຫ້ໃຈອ່ອນແລ້ວ

ບາງຄັ້ງຄໍາເວົ້າ ກໍສື່ສານຄວາມໝາຍທຸກຢ່າງ ຈົ່ງໝັ່ນບອກຄວາມໃນໃຈຂອງທ່ານໃຫ້ຄູ່ຂອງທ່ານໄດ້ຮັບຮູ້ ແຕ່ຖ້າເຂີນ ຫຼື ອາຍກໍລອງບອກຜ່ານຂໍ້ຄວາມ ຫຼື່ ອາດຈະສົ່ງເພງຫວານໆ ໃຫ້ຟັງແທນຄວາມໃນໃຈທີ່ຢາກຈະບອກ.

  1. ວາງແຜນທ້າຍອາທິດ

ລອງພາຄົນຄົນຮັກຂອງທ່ານໄປເພີ່ມຄວາມຫວານ ປ່ຽນສະຖານທີ່ໃໝ່ໆ ທ່ານສາມາດໃຊ້ເວລາຮ່ວມກັນແບບສອງຕໍ່ສອງຢ່າງມີຄວາມສຸກ ຫຼື ຊອກກິດຈະກຳໃໝ່ໆ ທີ່ທ່ານທັງສອງບໍ່ເຄີຍເຮັດກ່ອນ

 

ແບ່ງປັນ