Breaking News

ທ່າອອກກໍາລັງກາຍຫຼຸດໜ້າທ້ອງ 5 ນາທີ

ແບ່ງປັນ

 ທ່າອອກກໍາລັງກາຍຫຼຸດໜ້າທ້ອງ 5 ນາທີ

ທ່າອອກກໍາລັງກາຍເພື່ອຫຼຸດໜ້າທ້ອງທ່ານສາມາດເຮັດໄດ້ງ່າຍໆ ແລະ ແຕ່ລະທ່າອອກກໍາລັງກາຍພຽງ 50 ວິນາທີ ອີກ 10 ວິນາທີ ໃຫ້ພັກຜ່ອນແລ້ວຈຶ່ງເລີ່ມທ່າຕໍ່ໄປ.

  • ທ່າທີ່ 1.
  • ນອນຢຽດຊື່ ຢຽດແຂນຢູ່ເທິງຫົວ
  • ອອກແຮງຢັນໂຕຂຶ້ນມາກອດເຂົ່າ
  • ຢຽດໂຕລົງນອນສູ່ທ່າເລີ່ມຕົ້ນ ແລະ ຢັນຂຶ້ນມາກອດເຂົ່າອີກເທື່ອຈົນຄົບ 50 ວິນາທີ ພັກ 10 ວິນາທີ
  • ທ່າທີ່ 2.
  • ນອນລຽບລົງກັບຕຽງ ແຂນວາງຂ້າງລໍາຕົວ
  • ເກ໋ງລໍາຕົວສ່ວນໜ້າທ້ອງ ຍົກຂາຂຶ້ນແລ້ວເອົາຂາໄຂ່ວໄປມາດັ່ງໃນຮູບ
  • ສະລັບໄຂ່ວຂາຕໍ່ໄປຈົນຄົບ 50 ວິນາທີ ພັກຜ່ອນ 10 ວິນາທີ
  • ທ່າທີ່ 3.
  • ນອນອ້າຂາຢຽດຊື່
  • ດັນໂຕຂຶ້ນມາເອົາມືແຕະປາຍຕີນຂ້າງຊ້າຍ
  • ລົ້ມຕົວລົງນອນສູ່ທ່າເລີ່ມຕົ້ນ
  • ດັນຕົວຂຶ້ນມາເອົາມືແຕະປາຍຕີນຂ້າງຂວາ ສະລັບປ່ຽນໄປມາດັ່ງໃນຮູບຈົນຄົບ 50 ວິນາທີ ແລ້ວພັກຜ່ອນ 10 ວິນາທີ
  • ທ່າທີ່ 4.
  • ນອນເທິງຕຽງໃນຮູບແນວຂວາງ
  • ເອົາມືຈັບຂອບຕຽງໃຫ້ແໜ້ນ
  • ຢຽດຂາຊື່ໆ ແລ້ວຍົກຂຶ້ນ
  • ຍົກຂາຂຶ້ນເຮັດມຸມຕັ້ງສາກກັບຕຽງ ແລ້ວຍົກຂາຄ້າງກາງອາກາດອີກຄັ້ງ
  • ເຮັດທ່ານີ້ໄປເລື້ອຍໆຈົນຄົບ 50 ວິນາທີ ພັກ 10 ວິນາທີ
  • ທ່າທີ່ 5.
  • ນັ່ງເທິງຕຽງ ໂດຍໃຊ້ມືຄໍ້າລົງຕຽງເພື່ອຊ່ວຍຄໍ້າ
  • ງໍເຂົ່າຂ້າງຂວາຕັ້ງສາກກັບພື້ນຕຽງ ຢຽດຂາຊ້າຍອອກ
  • ອອກແຮງຍົກຂາຊ້າຍຂຶ້ນ-ລົງ 25 ເທື່ອ ຈາກນັ້ນປ່ຽນມາຍົກຂາຂວາອີກ 25 ເທື່ອ
  • ເຮັດທ່ານີ້ຕໍ່ໄປຈົນຄົບ 50 ວິນາທີ ແລ້ວພັກ 10 ວິນາທີ

ທ່ານສາມາດຊົມຄຣິບ….!!!

 

ແບ່ງປັນ