Breaking News

5 ນິ​ໄສ​ ​ຈ່າຍ​ເງິນ​​ໃຫ້​ເປັນ​ປະ​ໂຫຍ​ດ

ແບ່ງປັນ

ໃນປະຈຸບັນຖ້າຢາກປະສົບຜົນສຳເລັດມັນບໍ່ແມ່ນເລື່ອງງ່າຍ ແຕ່ມັນກໍບໍ່ແມ່ນເລື່ອງຍາກທີ່ສຸດໃນຊີວິດຄືກັນ ຄວາມລໍ້າລວຍ, ຄວາມຮັ່ງມີ ເປັນສິ່ງທີ່ຫຼາຍຄົນປາຖະໜາຢູ່ຕະຫຼອດ ແລ້ວເປັນຫຍັງ ? ເຮົາຈຶ່ງບໍ່ເຄີຍໄດ້ສຳພັດກັບຊີວິດແບບນັ້ນ ກໍຍ້ອນວ່າ ເຮົາບໍ່ມີຄວາມດຸໝັ່ນພຽງພໍ ຫຼື ຂາດຄວາມຕັ້ງໃຈ ປັດໄຈທີ່ເຮັດໃຫ້ຄົນເຮົາຮັ່ງມີໄດ້ນັ້ນອາດຈະເກີດຂຶ້ນຈາກຫຼາຍປັດໄຈເຊັ່ນ: ຄົນທີ່ມີວາດສະໜາ ດີ, ມີໂຊກ ແລະ ອື່ນໆ ແຕ່ສິ່ງສຳຄັນທີ່ສຸດນັ້ນກໍຄື ນິດໄສ ຄວາມຄິດ ແລະ ການໃຊ້ຊີວິດຂອງເຮົາທີ່ຈະບົ່ງບອກອະນາຄົດໄດ້ ລອງມາອ່ານ ແລະ ພິຈາລະນາ ຄວາມຄິດ, ນິດໄສ ລະຫວ່າງ ຄົນຈະຮັ່ງກັບຄົນຈະທຸກ ຈາກການຈ່າຍເງິນໃຫ້ເປັນປະໂຫຍດດັ່ງລຸ່ມນີ້:

  1. ຄົນຈະຮັ່ງຊື້ຄວາມຮູ້ ຄົນຈະທຸກຊື້ຄວາມສະບາຍ

ຄົນຈະຮັ່ງແມ່ນຄົນທີ່ມັກສະແຫວງຫາຄວາມຮູ້ໃສ່ຕົນເອງຢູ່ຕະຫຼອດ ໂດຍຊອກຮູ້ຮໍ່າຮຽນຕັ້ງແຕ່ໄວໜຸ່ມ-ສາວ ຫຼື ເຮັດວຽກ ກໍຍັງຊອກໂອກາດໃຫ້ຕົນເອງໄດ້ພັດທະນາທັກສະ, ບຸກຄະລິກ ແລະ ຄວາມສາມາດໄປເລື້ອຍໆ ຕ່າງຈາກຄົນທຸກທີ່ຄິດໃຊ້ຈ່າຍເງິນໄປແຕ່ລະມື້ເພື່ອຊອກຫາຄວາມສຸກ, ຄວາມສະບາຍໃຫ້ແກ່ຕົນເອງ ເຖິງວ່າມື້ນີ້ຈະມີເງິນຫຼາຍເທົ່າໃດກໍຕາມ ແຕ່ມັນກໍຈະໝົດໄດ້ ຖ້າບໍ່ຮູ້ຈັກເອົາເງິນເຫຼົ່ານັ້ນໄປໃຊ້ໃນທາງທີ່ເປັນປະໂຫຍດ ແລະ ສ້າງສັນ.

  1. ຄົນຈະຮັ່ງມັກທ້ອນ ຄົນຈະທຸກມັກແຕ່ຈ່າຍ

ຄົນຈະຮັ່ງເຖິງວ່າມື້ນີ້ຍັງບໍ່ມີເງິນ ແລະ ລາຍໄດ້ຍັງໜ້ອຍຢູ່ ແຕ່ຖ້າມີຄວາມພະຍາຍາມທ້ອນ ຈາກສິບເປັນຮ້ອຍ, ຈາກຮ້ອຍເປັນພັນ, ຈາກພັນເປັນໝື່ນໄປເລື້ອຍໆ ເຮັດໃຫ້ເປັນນິດໄສມັກທ້ອນເງິນ ກໍຈະເປັນຄົນທີ່ຈ່າຍເງິນແບບມີເຫດຜົນຫຼາຍຂຶ້ນ ສ່ວນຄົນທີ່ຈະທຸກ ມັກຈະບໍ່ຄິດເຖິງອະນາຄົດ ບໍ່ມີການວາງແຜນ ເຖິງວ່າມື້ນີ້ຈະມີເງິນຫຼາຍ ແຕ່ຖ້າມີແຕ່ຈ່າຍກັບຈ່າຍ ອີກບໍ່ດົນກໍຈະບໍ່ມີເງິນເຫຼືອໄວ້ ອາດຈະເຮັດໃຫ້ເຮົາທຸກໃນອະນາຄົດໄດ້.

  1. ຄົນຈະຮັ່ງມັກປະຢັດ ຄົນຈະທຸກມັກຟຸມເຟືອຍ

ຄົນຈະທຸກ ຊື້ເທົ່າໃດກໍບໍ່ເຄີຍພໍ ໃຊ້ຈ່າຍເງິນແບບບໍ່ມີສະຕິ ເຮັດໃຫ້ບາງຄັ້ງຂາດເຂີນເງິນຈົນບໍ່ມີຮອດເງິນຈະຕິດຕົວ ສ່ວນຄົນປະຢັດບໍ່ໄດ້ໝາຍຄວາມວ່າ ໃຫ້ຂີ້ຖີ່ ຂີ້ໜຽວ ແຕ່ກໍຄວນຮູ້ວ່າ ສິ່ງໃດທີ່ຈຳເປັນ, ສິ່ງໃດທີ່ບໍ່ຈໍາເປັນ ຕ້ອງມີເຫດຜົນໃນການໃຊ້ເງິນ ມີຄວາມປະຢັດມັດທະຢັດ ຮູ້ທ້ອນຮູ້ຫາ.

  1. ຄົນຈະຮັ່ງມັກແບ່ງປັນ ຄົນຈະທຸກຫວງແຕ່ຜົນປະໂຫຍດໃສ່ຕົນເອງ.

ຄົນທີ່ຈະຮັ່ງມີ ແມ່ນມັກຄິດຢູ່ຕະຫລອດວ່າ ຄວາມມີນໍ້າໃຈຮູ້ຊ່ວຍເຫຼືອເລັກໆນ້ອຍໆ ໃຫ້ກັບຜູ້ອື່ນັ້ນ ເປັນສິ່ງທີ່ຄວນປະຕິບັດ ມັນບໍ່ໄດ້ເຮັດໃຫ້ທຸກລົງ ເພາະມັນມີແຕ່ໄດ້ກັບໄດ້ ກົງກັນຂ້າມກັບຄົນທີ່ຈະທຸກ ທີ່ມີແຕ່ຄວາມຢາກໄດ້ ີແມ່ນມັກງແຕ່ຜົນປະໂຫຍດຂອງລອງມາອ່ານ 5 ນິດໄສໃນການຈ່າຍເງິນັດ່ງລົຸ່ມນີ້:ງຄົນທີ່ຈະຮັ່ງມີໃນອະນາຄົດກັບຄົນທີ່ຈະຢາກມີ ສິ່ງໃດທີ່ເປັນປະໂຫຍດຕໍ່ຕົນເອງ ແມ່ນແຮ່ງຮີບຄວ້າເອົາໄວ້ ໂດຍບໍ່ຍອມຊ່ວຍເຫຼືອ ຫຼື ມີນໍ້າໃຈກັບຜູ້ອື່ນແດ່ຈັກໜ້ອຍ ເພາະສະນັ້ນ ມັນບໍ່ແປກທີ່ຄົນແບບນີ້ຈະຕ້ອງໄດ້ຢູ່ຕົວຄົນດຽວ, ໂດດດ່ຽວ ແລະ ລົ້ມລະລາຍ.

  1. ຄົນຈະຮັ່ງມັກໃຊ້ເງິນຊື້ເຄື່ອງສະສົມທີ່ເພີ່ມມູນຄ່າ ຄົນຈະທຸກມັກສະສົມເຄື່ອງທີ່ເສື່ອມມູນຄ່າ.

ຄົນທີ່ຈະຮັ່ງໃນອະນາຄົດ ແມ່ນຕ້ອງມີພຶດຕິກຳການທ້ອນເງິນແລ້ວນຳເງິນນັ້ນ ໄປລົງທຶນຕໍ່ ຫຼື ຊອກຊື້ອະສັງຫາລິມະຊັບຕ່າງໆໄວ້ ເພື່ອລໍໂອກາດສ້າງເອົາກຳໄລຂຶ້ນຫຼາຍໆ ຕ່າງກັບຄົນຈະທຸກ ທີ່ມັກສະສົມເຄື່ອງໃຊ້ ເຫັນຫຍັງຫຼຸດລາຄາກໍຊື້ມາໄວ້ ໂດຍສະເພາະເຄື່ອງໃຊ້ຟຸມເຟືອຍ ດ້ວຍການໃຊ້ຈ່າຍເງິນໄປກັບອະບາຍຍະມຸກ ແລະ ການພະນັນຕ່າງໆ.

 

ແບ່ງປັນ