Breaking News

ເມື່ອບັດ ATM ຖືກຕູ້ກືນທ່ານຈະມີວິທີແກ້ໄຂບັນຫາໃນເບື້ອງຕົ້ນແນວໃດ?

ແບ່ງປັນ

ເມື່ອບັດ ATM ຖືກຕູ້ກືນທ່ານຈະມີວິທີແກ້ໄຂບັນຫາໃນເບື້ອງຕົ້ນແນວໃດ?

💳 ໃນກໍລະນີທີ່ບັດ ATM ຂອງທ່ານ ຖືກຕູ້ກືນ ທ່ານຄວນປະຕິບັດ ຕາມຂັ້ນຕອນລຸ່ມນີ້:

1️⃣ ໂທຫາພະນັກງານ ຕາມເບີສາຍດ່ວນທີ່ຕິດໜ້າຕູ້ ATM:

  • ແຈ້ງຊື່-ນາມສະກຸນ ແລະ ເບີໂທລະສັບ ຂອງເຈົ້າຂອງບັດ;
  • ເລກລະຫັດຕູ້ ATM;
  • ວັນທີ ທີ່ໃຊ້ຕູ້ ATM.

2️⃣ ລໍຖ້າພະນັກງານ ຕິດຕໍ່ຫາທ່ານ:

  • ເພື່ອນັດໝາຍວັນເວລາ ໃຫ້ລູກຄ້າມາຮັບເອົາບັດ ATM ຄືນ.

3️⃣ ຫຼັງຈາກທ່ານໄດ້ຮັບແຈ້ງຈາກ ທພລ ທ່ານສາມາດໄປຮັບບັດ ATM ທີ່ຈຸດບໍລິການທີ່ທ່ານໄດ້ໂທແຈ້ງໄປເບື້ອງຕົ້ນ:

  • ພ້ອມດ້ວຍເອກະສານຢັ້ງຢືນຕົວຕົນ ເຊັ່ນ: ບັດປະຈຳຕົວ ຫຼື ພາສປອດ ຫຼື ສຳມະໂນຄົວ.
ແບ່ງປັນ