Breaking News

ຂ່າວເສດຖະກິດ

ເມື່ອບັດ ATM ຖືກຕູ້ກືນທ່ານຈະມີວິທີແກ້ໄຂບັນຫາໃນເບື້ອງຕົ້ນແນວໃດ?

ເມື່ອບັດ ATM ຖືກຕູ້ກືນທ່ານຈະມີວິທີແກ້ໄຂບັນຫາໃນເບື້ອງຕົ້ນແນວໃດ? 💳 ໃນກໍລະນີທີ່ບັດ ATM ຂອງທ່ານ ຖືກຕູ້ກືນ ທ່ານຄວນປະຕິບັດ ຕາມຂັ້ນຕອນລຸ່ມນີ້: 1️⃣ ໂທຫາພະນັກງານ ຕາມເບີສາຍດ່ວນທີ່ຕິດໜ້າຕູ້ ATM: ແຈ້ງຊື່-ນາມສະກຸນ ແລະ ເບີໂທລະສັບ ຂອງເຈົ້າຂອງບັດ;ເລກລະຫັດຕູ້ ATM;ວັນທີ ທີ່ໃຊ້ຕູ້ ATM. 2️⃣ ລໍຖ້າພະນັກງານ ຕິດຕໍ່ຫາທ່ານ: ເພື່ອນັດໝາຍວັນເວລາ ໃຫ້ລູກຄ້າມາຮັບເອົາບັດ ATM ຄືນ. 3️⃣ ຫຼັງຈາກທ່ານໄດ້ຮັບແຈ້ງຈາກ ທພລ ທ່ານສາມາດໄປຮັບບັດ ATM ທີ່ຈຸດບໍລິການທີ່ທ່ານໄດ້ໂທແຈ້ງໄປເບື້ອງຕົ້ນ: ພ້ອມດ້ວຍເອກະສານຢັ້ງຢືນຕົວຕົນ ເຊັ່ນ: ບັດປະຈຳຕົວ ຫຼື ພາສປອດ ຫຼື ສຳມະໂນຄົວ.

Read More »

ການເຂົ້າຫາແຫຼ່ງທຶນ SME ໃນຍຸກໂຄວິດ-19 ລະບາດ.

ໃນວັນທີ​ 17 ກັນຍາ 2021 ທີ່ຜ່ານມາ ສະມາຄົມ ນັກທຸລະກິດແມ່ຍິງ ໄດ້ຈັດກອງປະຊຸມ ຄົບຄະນະບໍລິຫານທົ່ວປະເທດ ຜ່ານທາງອອນລາຍ ຜ່ານ Zoom ພາຍໃຕ້ຫົວຂໍ້: “ການເຂົ້າຫາແຫຼ່ງທຶນ SME ໃນຍຸກໂຄວິດ​-19 ລະບາດ” ໂດຍການເປັນປະທານ ຂອງ ທ່ານນາງ ຈັນທະ​ຈອນ ວົງໄຊ ປະທານສະມາຄົມ ນັກທຸລະກິດແມ່ຍິງ​ , ມີ ທ່ານ ນາງ ລັດທະນາ ດວງບຸບຜາ ຮອງຫົວໜ້າກົມ,​ອຳນວຍການກອງທຶນ SME ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ບຸນ ໄຊຍະລາດ ຫົວໜ້າຄຸ້ມຄອງຝ່າຍຂາຍ ທະນາຄານ​ມາຣູຮານ ເຈແປນລາວ ພ້ອມດ້ວຍບັນດາປະທານ,​ ຮອງປະທານສະຫະພັນແມ່ຍິງຂັ້ນແຂວງ 4 ແຂວງ ມີ: ແຂວງຫຼວງພະບາງ, ແຂວງໄຊສົມບູນ,​ ແຂວງວຽງຈັນ​ ແລະ …

Read More »

ທະນາຄານລາວ – ຝຣັ່ງ ຈໍາກັດ (ທລຝ) ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມ​ກັບຄະນະສະເພາະກິດສົ່ງເສີມການຜະລິດພາຍໃນ ເພື່ອສະໜອງທຶນຈໍານວນ 2,1ຕື້ ກັບ ເພື່ອພັດທະນາຍຸດທະສາດການເຂົ້າຫາແຫຼ່ງທຶນຢູ່ໃນຂະແໜງການກະສິກໍາ ຢູ່ໃນ ສປປ ລາວ.

ເພື່ອສະໜອງທຶນຈໍານວນ 2,1ຕື້ ກັບ ເພື່ອພັດທະນາຍຸດທະສາດການເຂົ້າຫາແຫຼ່ງທຶນຢູ່ໃນຂະແໜງການກະສິກໍາ ຢູ່ໃນ ສປປ ລາວ ໃນຕອນບ່າຍຂອງວັນທີ 19 ມີນາ 2021 ທະນາຄານລາວ – ຝຣັ່ງ ຈໍາກັດ (ທລຝ) ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມ​ກັບຄະນະສະເພາະກິດສົ່ງເສີມການຜະລິດພາຍໃນ ຢູ່ທີ່ໂຮງແຮມ Lao Plaza, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ປອ ອາດສະພັງທອງ ສີພັນດອນ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ຫຼ້າສາຍ ນວນທາສິງ, ຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ. ສໍາລັບການຮ່ວມມືໂຄງການສະໜອງທຶນໃນຄັ້ງນີ້ ເພື່ອຢາກຊຸກຍູ້ການສົ່ງເສີມການຜະລິດພາຍໃນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ເພື່ອຮັບປະກັນການເຕີບໃຫຍ່ຂະຫຍາຍຕົວ ແລະ ການຜະລິດແບບຍືນຍົງ, ເພື່ອສາມາດແຂ່ງຂັນກັບການນໍາເຂົ້າສິນຄ້າກະສິກໍາ. …

Read More »

ທ່ານເຄີຍສັງເກດເບິ່ງຂໍ້ມູນທາງດ້ານໂພຊະນາການຂອງສິນຄ້າທີ່ທ່ານເລືອກຈະບໍລິໂພກ ຫຼືບໍ່?

ທ່ານເຄີຍສັງເກດເບິ່ງຂໍ້ມູນທາງດ້ານໂພຊະນາການຂອງສິນຄ້າທີ່ທ່ານເລືອກຈະບໍລິໂພກ ຫຼືບໍ່? ເມື່ອບໍ່ດົນມານີ້, ທາງບໍລິສັດ ເບຍລາວ ຈຳກັດ ໄດ້ສົ່ງຕົວຢ່າງກຸ່ມຜະລິດຕະພັນເບຍລາວ ໄປຍັງຫ້ອງແລັບວິໄຈ Campden BRI Food and drinks Innovation ທີ່ເປັນຫ້ອງວິໄຈເອກະລາດ ດ້ານອາຫານ ແລະ ເຄື່ອງດື່ມ ຢູ່ກຸງລອນດອນ, ປະເທດອັງກິດ ເຊິ່ງເປັນອົງກອນທີ່ໄດ້ມາດຕະຖານການວິໄຈລະດັບສາກົນທີ່ຖືກຮັບຮອງໂດຍສະຖາບັນທີ່ໃຫ້ບໍລິການຮັບຮອງແຫ່ງຊາດຂອງປະເທດອັງກິດ United Kingdom Accreditation Service (UKAS). ພາຍຫຼັງໄດ້ຮັບຂໍ້ມູນຜົນຂອງການວິໄຈ, ບໍລິສັດ ເບຍລາວ ຈຳກັດ ໄດ້ເພີ່ມຂໍ້ມູນທາງໂພຊະນາການທີ່ສອດຄອງກັບມາດຕະຖານສາກົນ ເຂົ້າໃນທຸກໆຜະລິດຕະພັນຂອງເບຍລາວ. ຜູ້ບໍລິໂພກສາມາດສຶກສາຂໍ້ມູນທາງດ້ານໂພຊະນາການເຊັ່ນ: ພະລັງງານ, ໄຂມັນ, ທາດແປ້ງ, ນໍ້າຕານ, ໂປຣຕີນ ແລະ ເກືອ ທີ່ລະບຸຢູ່ໃນກາຫຼັງຂອງທຸກໆ ແກ້ວ ແລະ ກະປ໋ອງ ຂອງຜະລິດຕະພັນເບຍລາວ ທີ່ໄດ້ເລີ່ມອອກສູ່ຕະຫຼາດຕັ້ງແຕ່ ວັນທີ 15 ທັນວາ 2020 …

Read More »

ອາລິສ ຫລຸຍ ວອລຕັນ (Alice Louise Walton) ແມ່ຍິງທີ່ຕິດອັນດັບມະຫາເສດຖີທີ່ລວຍສຸດໃນໂລກ

ອາລິສ ຫລຸຍ ວອລຕັນ ເປັນເຈົ້າຂອງຫຸ້ນ Walmart ໂດຍມີຊັບສິນຫຼາຍກວ່າ 11 ພັນລ້ານໂດລາສະຫະລັດ ໃນປີ 2016,​ ຫຼ້າສຸດ ໃນເດືອນ ກັນຍາ 2020 ວອລຕັນ ມີມູນຄ່າຊັບສິນທັງໝົດ 68,8 ພັນລ້ານໂດລາສະຫະລັດ ທີ່ເຮັດໃຫ້ລາວຕິດອັນດັບທີ ອັນດັບທີ 9 ບຸກຄົນທີ່ລວຍທີ່ສຸດໃນໂລກ ແລະ ກາຍເປັນຜູ້ຍິງລວຍທີ່ສຸດໃນໂລກ. ວອລຕັນ ເປັນຄົນສະຫະລັດອາເມລິກາ ເກີດວັນທີ 7 ພະຈິກ 1949 ປັດຈຸບັນ ອາຍຸ 70 ປີ, ຈົບຈາກມະຫາວິທະຍາໄລ Trinity ໃນ San Antonio, Texas, ໃນຄະນະວິຊາເສດຖະສາດ. ວອລຕັນແມ່ນຄົນທຳອິດ ທີ່ເປັນປະທານສະພາ ເຂດຕາເວັນຕົກສຽງເໜືອຂອງ Arkansas ແລະ ມີບົດບາດ ສຳຄັນໃນການພັດທະນາສະໜາມບິນຂອງພາກພື້ນ ຕາເວັນຕົກສຽງເໜືອ Arkansas. …

Read More »