Breaking News

ອາລິສ ຫລຸຍ ວອລຕັນ (Alice Louise Walton) ແມ່ຍິງທີ່ຕິດອັນດັບມະຫາເສດຖີທີ່ລວຍສຸດໃນໂລກ

ແບ່ງປັນ

ອາລິສ ຫລຸຍ ວອລຕັນ ເປັນເຈົ້າຂອງຫຸ້ນ Walmart ໂດຍມີຊັບສິນຫຼາຍກວ່າ 11 ພັນລ້ານໂດລາສະຫະລັດ ໃນປີ 2016,​ ຫຼ້າສຸດ ໃນເດືອນ ກັນຍາ 2020 ວອລຕັນ ມີມູນຄ່າຊັບສິນທັງໝົດ 68,8 ພັນລ້ານໂດລາສະຫະລັດ ທີ່ເຮັດໃຫ້ລາວຕິດອັນດັບທີ ອັນດັບທີ 9 ບຸກຄົນທີ່ລວຍທີ່ສຸດໃນໂລກ ແລະ ກາຍເປັນຜູ້ຍິງລວຍທີ່ສຸດໃນໂລກ.

ວອລຕັນ ເປັນຄົນສະຫະລັດອາເມລິກາ ເກີດວັນທີ 7 ພະຈິກ 1949 ປັດຈຸບັນ ອາຍຸ 70 ປີ, ຈົບຈາກມະຫາວິທະຍາໄລ Trinity ໃນ San Antonio, Texas, ໃນຄະນະວິຊາເສດຖະສາດ.

ວອລຕັນແມ່ນຄົນທຳອິດ ທີ່ເປັນປະທານສະພາ ເຂດຕາເວັນຕົກສຽງເໜືອຂອງ Arkansas ແລະ ມີບົດບາດ ສຳຄັນໃນການພັດທະນາສະໜາມບິນຂອງພາກພື້ນ ຕາເວັນຕົກສຽງເໜືອ Arkansas.

ຄວາມສົນໃຈຂອງ ວອລຕັນ ຄືສິລະປະ ເນື່ອງຈາກລາວ ແລະ ແມ່ ມັກທາສີນໍ້າ ຈຶ່ງໄດ້ເຮັດໃຫ້ມູນນິທິຄອບຄົວ, ວອລຕັນ ພັດທະນາພິພິທະພັນ Crystal Bridges Museum of American Art ໃນ Bentonville, Arkansas.

ຂໍ້ມູນ: https://th.hellomagazine.com/celebrity-news/10-women-millinaire/

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ