ນັກວິໄຈຫຼາຍຄົນໄດ້ຊີ້ີແຈງວ່າ ຄວາມສະຫຼາດບໍ່ໄດ້ເກີດຈາກການຮຽນ-ການສຶກສາພຽງຢ່າງດຽວ, ແຕ່ເກີດຈາກການຝຶກສະໝອງດ້ວຍວິທີອື່ນໆດ້ວຍ ເຊິ່ງມື້ນີ້ ແອັດຈະນຳເອົາ 7 ວິທີ ທີ່ຄວນຮູ້ ເພື່ອເພີ່ມຄວາມສະຫຼາດ ແລະ ສະໝອງໃສ ມາເບິ່ງນຳກັນເລີຍ!
1 ອະທິບາຍໃຫ້ຄົນອື່ນຟັງ
ການອະທິບາຍໃຫ້ຄົນອື່ນຟັງ ເປັນການບັງຄັບໃຫ້ເຮົາຮຽບຮຽງຄວາມຄິດ ແລະ ຂະບວນການຮຽບຮຽງຄວາມຄິດນັ້ນເອງ ທີ່ຈະເຮັດໃຫ້ເຮົາເຂົ້າໃຈຫຼາຍຂຶ້ນ ແລະ ມີຄວາມຈື່ຈຳດີອີກດ້ວຍ.
2 ມີໝູ່ເພື່ອນສະຫຼາດ
ການມີໝູ່ເພື່ອນສະຫຼາດ ເຮົາຈະຮຽນຮູ້ຈາກປະສົບການຂອງເຂົາ ແລະ ມີການແລກປ່ຽນຄວາມຄິດນຳກັນຢູ່ສະເໝີ ເຮົາຈະໄດ້ຄວາມຮູ້ຕ່າງໆຈາກພວກເຂົາ.

3 ໃຊ້ເວລາໃນການຫຼິ້ນອິນເຕີເນັດໃຫ້ມີປະໂຫຍດຫຼາຍຂຶ້ນ
ເຊື່ອວ່າຫຼາຍຄົນ ໃຊ້ເວລາຈຳນວນຫຼາຍໃນການຫຼິ້ນສື່ອິນເຕີເນັດຕ່າງໆ ບໍ່ວ່າຈະເປັນ Facebook, Whatsapp, Wechat, Instagram… ເຊິ່ງມັນຈະດີກວ່າບໍ ຖ້າເຮົາເອົາເວລາດັ່ງກ່າວໄປອ່ານບົດຄວາມທີ່ມີປະໂຫຍດ ຫຼືຮຽນອອນລາຍ.
4 ຈື່ຈຳສິ່ງໃໝ່ໆທີ່ຮູ້ໃນແຕ່ລະມື້
ຄວນທີ່ຈະມີປຶ້ມບັນທຶກຫົວໜຶ່ງ ຫຼືເຄື່ອງມືໃນການບັນທຶກເຊັ່ນ: ຄອມພິວເດີ, ໂທສະສັບມືຖື… ພະຍາຍາມບັນທຶກສິ່ງທີ່ຕົນເອງຮູ້ໃໝ່ ເພາະເຮົາຈະບໍ່ລືມ ແລະ ສາມາດນໄປໃຊ້ໄດ້.
5 ຈື່ຈຳສິ່ງທີ່ເຮົາເຮັດສຳເລັດ
ສ່ວນສຳຄັນຂອງຄວາມສະຫຼາດເກີດຈາກ ຄວາມໝັ່ນໃຈ ແລະ ຄວາມສຸກ ການທີ່ເຮົາໄດ້ບັນທຶກສິ່ງທີ່ເຮົາເຮັດສຳເລັດນັ້ນ ຈະເປັນການເຕືອນວ່າ ເຮົາກໍເກັ່ງຄືກັນ.

6 ຫຼິ້ນເກມຝຶກສະໝອງຫຼາຍຂຶ້ນ
ສະໝອງກໍຄືກັບມີດ ທີ່ລັບແລ້ວຄົມ ຖ້າເຮົາໄດ້ຝຶກສະໝອງຕະຫຼອດ, ສະໝອງຂອງເຮົາກໍຈະໄດ້ເຮັດວຽກແບບມີປະສິດທິພາບ. ດັ່ງນັ່ນ, ການຫຼິ້ນເກມຝຶກສະໝອງ ຈະເຮັດໃຫ້ເຮົາສະຫຼາດ ແລະ ວ່ອງໄວຂຶ້ນ.
7 ສຶກສາເລື່ອງທີ່ເຮົາບໍ່ເຄີຍສົນໃຈມາກ່ອນ
ການເຮັດວຽກ ຫຼືຮຽນແຕ່ສິ່ງເກົ່າໆ ທີ່ເຮົາເຄີຍເຮັດມາຕະຫຼອດ ຈະເຮັດໃຫ້ຄວາມຄິດຂອງເຮົາຢູ່ໃນຂອບ ເພາະສະນັ້ນ, ເຮົາຄວນທີ່ຈະສຶກສາເລື່ອງໃໝ່ໆ, ລອງເຮັດສິ່ງໃໝ່ໆ ເພື່ອປ່ຽນໂລກທັດສະນະຄະຕິ ແລະ ຄວາມຄິດ ໃຫ້ກວ້າງຂຶ້ນ ບາງເທື່ອເຮົາອາດຈະໄດ້ແນວຄິດໃໝ່ໆກັບມາເຮັດວຽກກໍໄດ້.
ເປັນແນວໃດທຸກຄົນ 7 ວິທີ ໃນການຝຶກສະໝອງແບບງ່າຍໆ ລອງໄປເຮັດເບິ່ງເດີ ເພື່ອເຮັດໃຫ້ການສຶກສາ ແລະ ວຽກງານ ຂອງທຸກຄົນມີປະສິດທິພາບຫຼາຍຂຶ້ນເລື້ອຍໆ.
ຂໍ້ມູນຈາກ: https://www.skilllane.com/blogs/7-ways-to-make-you-smarter
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166
+856 20 52172698
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine