Breaking News

ຕັກ ບົງກົດ ບໍລິຈາກຮ່າງກາຍເພື່ອການສຶກສາ

ແບ່ງປັນ

ທັງງາມທັງໃຈບຸນ ສຳຫຼັບ ຕັກ ບົງກົດ ດາລາ-ນັກສະແດງຂອງໄທ ທີ່ໄດ້ຊ່ວຍເຫຼືອຜູ້ຄົນທີ່ເດືອດຮ້ອນສະເໝີ ແລະ ຊ່ວຍບໍລິຈາກໃນໂຄງການຕ່າງໆອີກດ້ວຍ.

ຫຼ້າສຸດ ຕັກ ບົງກົດ ໄດ້ເປີດເຜີຍພາບເອກະສານໃບບໍລິຈາກຮ່າງກາຍ ທີ່ນຳມາອັບເດດອີກຄັ້ງ ຫຼັງຈາກເຄີຍໄປເຮັດໄວ້ ສົ່ງຕໍ່ໃຫ້ລູກຊ່ວຍເບິ່ງ ແລະ ບອກລູກວ່າຈະບໍ່ປ່ຽນເຈດຕະນາ ໂດຍການບໍລິຈາກຮ່າງກາຍຂອງຕັກ ມີຈຸດປະສົງເພື່ອການສຶກສາ ໃຫ້ກັບພາກວິຊາກາຍວິພາກສາດ ຄະນະວິທະຍາສາດ ມະຫາວິທະຍາໄລມະຫິດົນ.

ພາຍຫຼັງທີ່ຕັກ ໄດ້ໂພສພາບດັ່ງກ່າວ ກໍມີໝູ່ເພື່ອນດາລາ-ນັກສະແດງ ແລະ ແຟນຄຣັບໃນວົງການບັນເທີງເຂົ້າມາສະແດງຄວາມຄິດເຫັນ ຍ້ອງຍໍ ເປັນຈຳນວນຫຼາຍ. ຖືໄດ້ວ່າເປັນດາລາທີ່ທັງງາມທັງໃຈບຸນອີຫຼີ ເພາະນີ້ເປັນການເສຍສະຫຼະ ແລະ ບຸນກຸສົນຄັ້ງຍິ່ງໃຫຍ່ຂອງຕັກ.

ຂໍ້ມູນຈາກ:​ https://www.posttoday.com/ent/news/633827

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ