Breaking News

Angela Dorothea Merkel ຜູ້ຍິງທີ່ມີອິດທິພົນທີ່ສຸດໃກໂລກ

ແບ່ງປັນ

ແອັງເຈີລາ ດໍຣາເທຍ ແມເຄິລ (Angela Dorothea Merkel) ນາຍົກລັດຖະມົນຕີ ເຢຍລະມັນ ແລະ ເປັນຜູ້ຍິງທີ່ມີອິດທິພົນທີ່ສຸດໃນໂລກ 2019 ເຊິ່ງນັກວິຈານສ່ວນຫຼາຍຍົກໃຫ້ລາວເປັນ “ຜູ້ນຳແຫ່ງໂລກເສລີ”.

Angela Merkel ເກີດໃນວັນທີ 17 ກໍລະກົດ 1954 ທີ່ປະເທດເຢຍລະມັນ ໂດຍມີຊື່ເກີດວ່າ: ອັງເກລາ ໂດໂຣເທອາ ທັສເນີ ຈົບການສຶກສາສາຂາຟີຊິກສາດ, ຈົບປະລິນຍາເອກປັດຊະຍາ ສາຂາ ເຄມີ ແລະ ເຮັດວຽກເປັນນັກວິທະຍາສາດຈົນເຖິງປີ 1989 ແລະ ເຂົ້າສູ່ເສັ້ນທາງການເມືອງ ແລະ ອັງເກລາ ຍັງໄດ້ຮັບເລືອກຕັ້ງເປັນສະມາຊິກສະພາລ່າງຂອງລັດເມກເລິນບວກຄ໌ ໄດ້ຮັບແຕ່ງຕັ້ງໂດຍລັດຖະມົນຕີ ເຮັລມູທ ໂຄ ໃຫ້ດຳລົງຕໍາແໜ່ງລັດຖະມົນຕີກະຊວງສະຫະພັນແມ່ຍິງ ແລະ ເຊົາວະຊົນ ໃນປີ 1991 ເຊິ່ງຕໍ່ມາໄດ້ດຳລົງຕຳແໜ່ງ ລັດຖະມົນຕີກະຊວງສິ່ງແວດລ້ອມ-ອະນຸລັກທຳມະຊາດ ແລະ ຄວາມປອດໄພທາງນິວເຄຣຍ ໃນປີ 1994.

ແຕ່ເຖິງຢ່າງໃດກໍຕາມ ຫຼັງຈາກພັກສະຫະພາບປະຊາທິປະໄຕຄຣິສຕຽນທີ່ລາວສັງກັດບໍ່ຊະນະການເລືອກຕັ້ງ ໃນປີ 1998 ລາວກໍໄດ້ຮັບຕຳແໜ່ງເລຂາທິການພັກ ແລະ ກ້າວຂຶ້ນເປັນຫົວໜ້າພັກໃນອີກ 2 ປີຕໍ່ມາ.

ອັງເກລາ ແຕ່ງງານຄັ້ງທຳອິກໃນປີ 1977 ແຕ່ໄດ້ຢ່າຫ້າງໃນປີ 1982 ແລະ ແຕ່ງງານຄັ້ງທີ່ 2 ໃນປີ 1998 ເຊິ່ງລາວເລືອກທີ່ຈະໃຊ້ຊີວິດຢູ່ໃນອາພາດເມັ້ນຂອງສາມີໃໝ່ແທນທີ່ຈະພັກໃນອາຄານສຳນັກນາຍົກລັດຖະມົນຕີ.

ຂໍ້ມູນຈາກ: https://thestandard.co/the-worlds-most-powerful-women-2019/

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ