ໃນວັນທີ 17 ກັນຍາ 2021 ທີ່ຜ່ານມາ ສະມາຄົມ ນັກທຸລະກິດແມ່ຍິງ ໄດ້ຈັດກອງປະຊຸມ ຄົບຄະນະບໍລິຫານທົ່ວປະເທດ ຜ່ານທາງອອນລາຍ ຜ່ານ Zoom ພາຍໃຕ້ຫົວຂໍ້: “ການເຂົ້າຫາແຫຼ່ງທຶນ SME ໃນຍຸກໂຄວິດ-19 ລະບາດ” ໂດຍການເປັນປະທານ ຂອງ ທ່ານນາງ ຈັນທະຈອນ ວົງໄຊ ປະທານສະມາຄົມ ນັກທຸລະກິດແມ່ຍິງ , ມີ ທ່ານ ນາງ ລັດທະນາ ດວງບຸບຜາ ຮອງຫົວໜ້າກົມ,ອຳນວຍການກອງທຶນ SME ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ບຸນ ໄຊຍະລາດ ຫົວໜ້າຄຸ້ມຄອງຝ່າຍຂາຍ ທະນາຄານມາຣູຮານ ເຈແປນລາວ ພ້ອມດ້ວຍບັນດາປະທານ, ຮອງປະທານສະຫະພັນແມ່ຍິງຂັ້ນແຂວງ 4 ແຂວງ ມີ: ແຂວງຫຼວງພະບາງ, ແຂວງໄຊສົມບູນ, ແຂວງວຽງຈັນ ແລະ ແຂວງບໍລິຄໍມໄຊ , ຄະນະບໍລິຫານ, ຜູ້ປະສານງານ ແລະ ສະມາຊິກ ສະມາຄົມທຸລະກິດແມ່ຍິງ ທົ່ວປະເທດ ລວມທັງໝົດ 86 ທ່ານ ເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ, ແມ່ນເພື່ອສົ່ງເສີມນັກທຸລະກິດແມ່ຍິງລາວທົ່ວປະເທດໃຫ້ເຂົ້າເຖິງແຫລ່ງທຶນຂອງSME ເຊິ່ງໃນ ພິທີດັ່ງກ່າວ, ທ່ານ ນາງ ຈັນທະຈອນ ວົງໄຊ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນ ກອງປະຊຸມຄົບຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງທົ່ວປະເທດ ແລະ ເປັນຄັ້ງທີ 3 ສືບເນື່ອງມາຈາກຄັ້ງທີ 2 ທີ່ປະຊຸມຜ່ານທາງອອນລາຍ ຜ່ານ Zoom ເຊິ່ງມີການນໍາ ສທຍ ແລະ ສູນກາງ ແລະ ຂັ້ນແຂວງປະຊຸມຮ່ວມກັນ.
ໃນກອງປະຊຸມຄັ້ງກ່ອນໄດ້ມີຄໍາເຫັນຫຼາຍບັນຫາ ໃນນັ້ນມີບັນຫາການເຂົ້າເຖິງກອງທຶນ SME ດອກເບ້ຍຕໍ່າ ທີ່ຫຼາຍແຂວງສົນໃຈ ແລະ ບໍ່ທັນໄດ້ຮັບຄວາມກະຈ່າງແຈ້ງ. ດັ່ງນັ້ນ, ມື້ນີ້ ສທຍ ໄດ້ເຊີນ 2 ທ່ານ ວິທະຍາກອນ ຈາກກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຈາກຕົວແທນທະນາຄານທຸລະກິດມາສະເໜີຕໍ່ບັນດາທ່ານ ກ່ຽວກັບການເຂົ້າເຖິງກອງທຶນ SME ດັ່ງກ່າວ.