Breaking News

ທະນາຄານ ລາວ-ຝຣັ່ງ ຈໍາກັດ (ທລຝ) ມອບເງິນອຸປະຖໍາຈໍານວນ 50.000 ໂດລາສະຫາລັດ ເພື່ອປະກອບສ່ວນສະໜັບສະໜູນໜ່ວຍກູ້ໄພມູນນິທິ1623

ແບ່ງປັນ

ທະນາຄານ ລາວ-ຝຣັັ່ງ ຈໍາກັດ (ທລຝ) ໄດ້ໃຫ້ການສະໜັບສະໜູນແກ່ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໂດຍການມອບເງິນອຸປະຖໍາຈໍານວນ 50.000 ໂດລາສະຫາລັດ ເພື່ອປະກອບສ່ວນສະໜັບສະໜູນໜ່ວຍກູ້ໄພມູນນິທິ1623 ໂດຍມີເປົ້າໝາຍເພື່ອເປັນການ ຊ່ວຍເຫຼືອສັງຄົມລາວຂອງພວກເຮົາ.

ໃນຊ່ວງໄລຍະວິກິດການນີີ້, ໜ່ວຍກູ້ໄພມູນນິທິ1623 ແລະ ທີມງານອາສາສະໝັກຂອງພວກເຂົາ ໄດ້ເຮັດວຽກຢ່າງໜັກໜ່ວງເພື່ອໃຫ້ການບໍລິການສຸກເສີນຕະຫຼອດ 24 ຊົ່ວໂມງ ເພື່ອຊ່ວຍເຫຼືອຜູ້ປະສົບອຸປະຕິເຫດທາງທ້ອງຖະໜົນ, ໄຟໄໝ້, ນໍ້າຖ້ວມ ແລະ ອື່ນໆ ອີກຢ່າງຫຼວງຫຼາຍຢູ່ໃນຊຸມຊົນຂອງພວກເຮົາ.

ສໍາລັບເງິນອຸປະທໍາດັັ່ງກ່າວ ແມ່ນຈະນໍາໄປຊື້ພາຫະນະ ເພື່ອໃຊ້ໃນການນໍາສົ່ງຄົນເຈັບໄປໂຮງໝໍຕະຫຼອດ 24 ຊົ່ວໂມງ. ພິທີດັັ່ງກ່າວ ໄດ້ໃຫ້ກຽດເປັນປະທານໂດຍທ່ານ ສະເຕຟານ ອຽກແບັງ, ຜູ້ອໍານວຍການທະນາຄານ ລາວ-ຝຣັັ່ງ ແລະ ທ່ານ ນາງ ສີສະຫຼຽວ ທໍາມະເທວາ ແລະ ທ່ານ ນາງ ພູທອນ ພູມສະຫວັນ ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ.

ທ່ານ ສະເຕຟານ ອຽກແບັງ ໄດ້ກ່າວວ່າ: “ໃນຊ່ວງໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ນີີ້,ພວກເຮົາໄດ້ເຫັນເຖິງຈໍານວນຂອງຄົນຕິດເຊື້ອທີ່ສູງຂຶ້ນບໍໍ່ວ່າຈະຢູ່ໃນນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆທົ່ວປະເທດ. ສໍາລັບໜ່ວຍງານ ແລະ ບຸກຄົນທີ່ໄດ້ອຸທິດຕົນ ເພື່ອຊ່ວຍຊີວິດຂອງມະນຸດດ້ວຍກັນ, ພວກເຮົາຂໍສະແດງຄວາມຂອບໃຈ ແລະ ຍົກຍ້ອງມາຍັງໜ່ວຍກູ້ໄພມູນນິທິ1623 ແລະ ທີມງານອາສາສະໝັກທຸກໆຄົນ ທີ່ໃຫ້ການຊ່ວຍນໍາສົ່ງຜູ້ປ່ວຍໂຄວິດ-19 ໄປປິ່ນປົວ ຕະຫຼອດເຖິງການປະຖົມພະຍາບານເບື້ອງຕົ້ນ. ດ້ວຍເຫດນີ້ທະນາຄານ ລາວ-ຝຣັັ່ງ ຈຶ່ງຂໍເປັນສ່ວນໜຶ່ງໃນການແບ່ງປັນຊ່ວຍເຫຼືອ ແລະ ໃຫ້ກໍາລັງໃຈແກ່ອາສາສະໝັກທຸກຄົນທີ່ອຸທິດຕົນເຮັດວຽກຢ່າງໜັກໜ່ວງ ເພື່ອຊ່ວຍເຫຼືອສັງຄົມຂອງພວກເຮົາ”. ທ່ານ ສະເຕຟານ ຍັງໄດ້ກ່າວຕື່ມອີກວ່າ: “ເພື່ອໃຫ້ບັນລຸເປົ້າໝາຍທາງທະນາຄານລາວ – ຝຣັັ່ງ ໄດ້ປະກອບສ່ວນມອບເງິນອຸປະຖໍາຈໍານວນ 50.000 ໂດລາ ສະຫາລັດ ໃຫ້ແກ່ໜ່ວຍກູ້ໄພມູນນິທິ1623, ເຊຶ່ງເປັນໜ່ວຍງານທີ່ຂຶ້ນກັບມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ເພື່ອນໍາໄປຊື້ພາຫະນະ ທີ່ຈະນໍາໄປໃຊ້ໃນການໃຫ້ບໍລິການສຸກເສີນໃນຊ່ວງໄລຍະທີ່ຫຍຸ້ງຍາກແບບນີ້ຢູ່ໃນ ສປປ ລາວ. ນອກຈາກນີ້, ທະນາຄານ ລາວ-ຝຣັ່ງ ກໍໍ່ຍັງຈະສືບຕໍ່ສະໜັບສະໜູນການຕ້ານການລະບາດຂອງພະຍາດໂຄວິດ-19 ຢູ່ໃນ ສປປ ລາວຕື່ມອີກ”

ພວກເຮົາຂໍເປັນກໍາລັງໃຈໃຫ້ອາສາສະໝັກທຸກຄົນທີ່ເສຍສະຫຼະ, ເຮັດວຽກຢ່າງໜັກໜ່ວງເພື່ຊ່ວຍເຫຼືອຊຸມຊົນຂອງພວກເຮົາ ແລະ ຂໍໃຫ້ທຸກຄົນມີສຸຂະພາບແຂງແຮງ ແລະ ປອດໄພຈາກພະຍາດໂຄວິດ-19 ແລະ ຮ່ວມກັນປະຕິບັດຕາມມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຄັັ່ງຄັດ ເຊິ່ງຈະເປັນສ່ວນສໍາຄັນທີ່ຈະຊ່ວຍໃຫ້ປະເທດລາວຂອງພວກເຮົາຜ່ານພົ້ນວິກິດໂຄວິດ-19 ຄັ້ງນີ້ໄດ້ໄວທີ່ສຸດ.

ກ່ຽວກັບໜ່ວຍກູ້ໄພມູນນິທິ 1623

ໜ່ວຍກູ້ໄພມູນນິທິ1623 ເປັນໜ່ວຍງານທີ່ຂຶ້ນກັບມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ທີື່ໄດ້ສ້າງຕັ້ງຂຶ້ນໃນປີ 2010 ແລະ ໄດ້ຂະຫຍາຍໜ່ວຍບໍລິການໄປອີກ 4 ໜ່ວຍໃນ 4 ແຂວງທົ່ວປະເທດ. ໜ່ວຍກູ້ໄພມູນນິທິ1623 ໄດ້ໃຫ້ບໍລິການກູ້ໄພແກ່ພົນລະເມືອງລາວທຸກຄົນໂດຍບໍໍ່ເສຍຄ່າ, ພ້ອມທັງມີທີມແພດພາກສະໜາມ, ທີມຊ່ວຍເຫຼືອໄພນໍ້າຖ້ວມ, ທີມຂັບລົດສຸກເສີນ ແລະ ທີມຊ່ວຍເຫຼືອອັກຄີໄພ.ບັນດາອາສາສະໝັກດັ່ງກ່າວ ແມ່ນໄດ້ຮັບການຝຶກຝົນມາຢ່າງດີ ແລະ ມຸ່ງໜັ້ນໃນການເຮັດວຽກຕະຫຼອດ 24 ຊົ່ວໂມງຂອງທຸກວັນໂດຍມີລົດສຸກເສີນຈໍານວນ 20 ຄັນ, ພ້ອມທັງລົດພິເສດ 3 ຄັນ ແລະ ລົດດັບເພິງ 2 ຄັນ.

ກະລຸນາເຂົ້າໄປທີື່ www.vientianerescue.org ເພື່ອຮຽນຮູ້ຂໍ້ມູນເພີ່ມເຕີມກ່ຽວກັບໜ່ວຍກູ້ໄພມູນນິທິວຽງຈັນ 1623.

ກ່ຽວກັບທະນາຄານລາວ – ຝຣັັ່ງ ຈໍາກັດ

ທະນາຄານ ລາວ-ຝຣັັ່ງ ຈໍາກັດ ແມ່ນທະນາຄານຮ່ວມທຶນລະຫວ່າງ ທະນາຄານ BRED(ກຸ່ມບໍລິສັດBRED) ແລະ ທະນາຄານ ການຄ້າຕ່າງປະເທດລາວມະຫາຊົນ.

BRED ເປັນທະນາຄານ ຮ່ວມທ ນກັບທະນາຄານ Populaire ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ1919 ເຊິື່ງປັດຈຸບັນ ມີສະມາຊິກຫຼາຍກວ່າ 200.000 ຫົວໜ່ວຍ ແລະ ມີຊັບສິນທັງໝົດຫຼາຍກວ່າ 4.4 ຕື້ເອີໂຣ. ທະນາຄານດັັ່ງກ່າວ ເປັນສ່ວນໜຶ່ງຂອງກຸ່ມບໍລິສັດ BPCE ທີື່ຈັດຢູ່ອັນດັບທີ17 ຂອງບໍລິສັດທີ່ມີຊັບສິນຫຼາຍກວ່າໝູ່ທົ່ວໂລກ. BRED ມີສາຂາຢູ່ທົ່ວໂລກເຊັັ່ນ: ຢູ່ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ (ລາວ, ກໍາປູເຈຍ ແລະ ມຽນມາ), ທະວີບອາຟຣິກາ (ຈີບຸຕີແລະ ເອທິໂອເປຍ) ແລະ ພາກພື້ນປາຊີຟິກ (ນິວຄາເລໂດເນຍ, ຟິຈິ, ວານຸອາຕຸ ແລະ ໝູ່ເກາະ ໂຊໂລມອນ). ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ເປັນທະນາຄານທຸລະກິດທີື່ໃຫຍ່ທີື່ສຸດໃນ ສປປ ລາວ.

ກະລຸນາເຂົີ້າໄປທີ່ www.bfl-bred.com ເພື່ອຮຽນຮູ້ຂໍ້ມູນເພີ່ມເຕີມກ່ຽວກັບທະນາຄານ ລາວ – ຝຣັັ່ງ.

Banque Franco Lao Ltd (BFL) signed a sponsorship agreement with the Foundation for Assisting the Poor in Lao to provide US$ 50,000 to support the Vientiane Rescue 1623 focusing supporting our community.

During this difficult time, Vientiane Rescue and its team of 100% volunteers have worked tirelessly to maintain 24/7 emergency services to help all kinds of victims from accidents on the road, fire, flooding, etc. with all their heart while supporting the Covid-19 efforts.

At a recent ceremony BFL was represented by Mr. Stephane Urbain, the Managing Director of BFL, while the foundation was represented by Mrs. Sisaliao Thammatheva, and Mrs. phouthone phoumsavanh, the President of the Foundation for Assisting the Poor in Lao PDR.

Mr. Stephane Urbain, the CEO of BFL said: “with this outbreak of the Covid-19 pandemic, we have seen a particularly large number of patients in hospitals in Vientiane and throughout the country. Of all those who have been working in saving lives, we would like to give a special shout out to Vientiane Rescue and all its volunteers who have served in transpoeting & helping Covid-19 patients as well as in providing first aid response. BFL would therefore like to play a part in alleviating the suffering and offering encouragement to all volunteers who work tirelessly for our community”. Stephane continued, “To achieve that aim, BFL donated US$ 50,000 to the Vientiane Rescue 1623 under the Foundation for Assisting the Poor in Lao PDR to buy an ambulance to support their emergency services during this hardship period in Laos. BFL continues to support efforts to combat the Covid19 pandemic in Laos”.

We would like to express our gratitude to all volunteers for their courage, compassion and contribution to the fight against this crisis. BFL team wishes everyone safety from COVID-19 and good health by strictly following the government’s disease control measures, which will be critical in assistant the country in rapidly overcoming the COVID-19 crisis.

About Vientiane Rescue 1623
Vientiane Rescue 1623, the rescue branch of the Foundation for Assisting the Poor in Lao PDR was established in 2010 and recently expanded the services to 4 more provinces. Vientiane Rescue is offering free rescue services to Laos inhabitants and has a team of paramedics, hydraulic rescue teams, diving rescue team and firefighters.

Their well trained and committed volunteers operate on a 24/7 basis, thanks to 20 ambulances plus 3 specialized vehicles and 2 fire trucks.

Please visit www.vientianerescue.org for more details on Vientiane Rescue 1623.

About BFL (Banque Franco-Lao.,Ltd)

BFL is a joint venture between BRED Banque Populaire (BRED Group) and BCEL Public.

BRED is a cooperative Banque Populaire, supported by its 200,000 members and 4.4 billion Euros of equity, created in 1919. It is part of BPCE Group, ranked #17 banking groups worldwide in term of Assets BRED is established worldwide with subsidiaries located in SouthEast Asia (Laos, Cambodia, Myanmar), the Horn of Africa (Djibouti and Ethiopia), the Pacific region (New Caledonie, Fiji, Vanuatu, and Solomon Islands). BCEL Public is the largest commercial Bank in Lao P.D.R.

Please visit www.bfl-bred.com for more details on BFL.

ແບ່ງປັນ