ຫຼາຍຄົນອາດຈະຄິດວ່າຄວາມຮັ່ງມີແມ່ນແຫຼ່ງຄວາມສຸກ ແຕ່ເຈົ້າຈະມີຄວາມສຸກກັບເງິນທີ່ເຈົ້າຫາມາໄດ້ແນວໃດ? ຖ້າສຸຂະພາບບໍ່ເອື້ອອຳນວຍຕ້ອງໄປໂຮງເພື່ອໄປຫາຫຼາຍກວ່າການເດີນທາງໄປສະຖານທີ່ທ່ອງທ່ຽວ ສຸຂະພາບເປັນເລື່ອງທີ່ພວກເຮົາຕ້ອງເອົາໃຈໃສ່ທັງສຸຂະພາບທາງກາຍ ແລະ ສຸຂະພາບຈິດ. ເຊິ່ງສາມາດເຮັດໄດ້ດັ່ງນີ້:
1. ກິນອາຫານໃຫ້ຄົບ 5 ໝູ່ ແລະ ກິນໃຫ້ຕົງເວລາ
ໃນທຸກໆຄາບອາຫານ, ພະຍາຍາມກິນອາຫານໃຫ້ຄົບທັງ 5 ໝູ່ໃຫ້ພຽງພໍຕາມຄວາມຕ້ອງການຂອງຮ່າງກາຍ ແລະ ຄວນກິນອາຫານໃຫ້ຕົງເວລາທຸກໆມື້. ອາຫານເຊົ້າຖືວ່າເປັນອາຫານທີ່ສຳຄັນທີ່ສຸດ, ສະນັ້ນ, ຈຶ່ງບໍ່ຄວນທີ່ຈະອົດ. ສຳລັບອາຫານຕອນແລງບໍ່ຄວນກິນຫຼັງຈາກ 6 ໂມງແລງເພາະວ່າຖ້າເຈົ້າກິນຊ້າເກີນໄປ, ໃກ້ຈະຮອດເວລານອນແລ້ວ. ອາດຈະເຮັດໃຫ້ຮ່າງກາຍບໍ່ໄດ້ພັກຜ່ອນເຕັມທີ່.

2. ດື່ມນໍ້າໃຫ້ພຽງພໍ
ພະຍາຍາມດື່ມນໍ້າໃຫ້ໄດ້ຢ່າງໜ້ອຍມື້ລະ 8 ຈອກ, ເພາະວ່າການດື່ມນໍ້າໃຫ້ພຽງພໍມີປະໂຫຍດຫຼາຍຢ່າງຕໍ່ສຸຂະພາບ. ທັງດ້ານສຸຂະພາບ ແລະ ຄວາມງາມ ເພາະວ່າມັນຈະຊ່ວຍໃຫ້ລະບົບການໄຫຼວຽນຂອງເລືອດເປັນປົກກະຕິ ຊ່ວຍເຜົາຜານໄຂມັນໃນຮ່າງກາຍ ຊ່ວຍໃຫ້ຜິວມີຄວາມຊຸ່ມຊື່ນເບິ່ງສົດໃສ

3. ອອກກຳລັງກາຍເປັນປະຈຳ
ເຈົ້າຄວນຫາເວລາອອກກຳລັງກາຍຢ່າງໜ້ອຍ 3-4 ເທື່ອຕໍ່ອາທິດປະມານ 30 ນາທີໃນແຕ່ລະຄັ້ງ. ເພາະຈະຊ່ວຍໃຫ້ກ້າມຊີ້ນແຂງແຮງ, ຊ່ວຍໃຫ້ປອດ ແລະ ຫົວໃຈເຮັດວຽກໄດ້ດີ, ຊ່ວຍທຳລາຍໄຂມັນ ແລະ ກໍຍັງຊ່ວຍຫຼຸດຄວາມຕຸ້ຍໄດ້ນໍາອີກ
4. ພັກຜ່ອນໃຫ້ພຽງພໍ
ພັກຜ່ອນໃຫ້ພຽງພໍປະມານ 6-8 ຊົ່ວໂມງຕໍ່ມື້ ການນອນທີ່ພຽງພໍບໍ່ພຽງແຕ່ຊ່ວຍໃຫ້ຮ່າງກາຍມີຄວາມສົດຊື່ນ ແຕ່ຍັງເຮັດໃຫ້ເຈົ້າມີຄວາມກະຕືລືລົ້ນໃນການເຮັດວຽກ ແລະ ຊີວິດ
5. ຫຼີກລ່ຽງພຶດຕິກໍາທີ່ສົ່ງຜົນກະທົບຕໍ່ສຸຂະພາບ
ຫຼາຍຄົນຄົງຈະຮູ້ດີ ການສູບຢາ ແລະ ການດື່ມເຫຼົ້າເປັນສາເຫດຫຼັກຂອງການເປັນມະເຮັງຕັບ ແລະ ປອດ. ເພາະວ່າຖ້າເຈົ້າບໍ່ໄດ້ເອົາສານພິດເຂົ້າໄປໃນຮ່າງກາຍຂອງເຈົ້າ, ຈະສາມາດຫຼຸດປັດໃຈທີ່ຈະທໍາລາຍສຸຂະພາບໄດ້.