Breaking News

6 ເຄື່ອງດື່ມທີ່ແມ່ຍິງຄວນຮູ້!! ບັນເທົາອາການເຈັບທ້ອງປະຈໍາເດືອນ

ແບ່ງປັນ
  1. ນໍ້າເຜິ້ງປະສົມໝາກນາວ

ນໍ້າເຜິ້ງມີສັບພະຄຸນທີ່ຊ່ວຍບຳລຸງເລືອດ ຊ່ວຍບັນເທົາອາການຖອກທ້ອງ ແລະ ຊ່ວຍຕ້ານການອັກເສບໃນຮ່າງກາຍ ໝາກນາວເປັນແຫຼ່ງຂອງວິຕາມິນຊີ ແລະ ສານຕ້ານອະນຸມູນອິດສະລະ ສາມາດຊ່ວຍຫຼຸດອາການເຈັບທ້ອງປະຈຳເດືອນຂອງແມ່ຍິງ ແນະນຳໃຫ້ດື່ມນໍ້າເຜິ້ງໝາກນາວອຸ່ນໆໃນໄລຍະທີ່ເປັນປະຈຳເດືອນ

2. ນໍ້າອຸ່ນ

ການດື່ມນໍ້າແມ່ນສິ່ງທີ່ຈຳເປັນຕໍ່ຮ່າງກາຍຂອງເຮົາ ແຕ່ສຳລັບສາວໆ ທີ່ຢູ່ໃນຊ່ວງໄລຍະທີ່ເປັນປະຈຳເດືອນຄວນຫັນມາດື່ມນໍ້າໃຫ້ຫຼາຍໆເພື່ອຊົດເຊີຍນໍ້າທີ່ສູນເສຍໄປແຕ່ຄວນດື່ມນໍ້າອຸ່ນເທົ່ານັ້ນ ເພາະນໍ້າອຸ່ນຈະຊ່ວຍກະຕຸ້ນການໄຫຼວຽນຂອງເລືອດໄດ້ດີ

7 เครื่องดื่มแก้ปวดประจำเดือน จิบอุ่นๆ บอกลาอาการปวดได้เวิร์ก!

3. ຊາ​ຂຽວ

ຊາຂຽວກໍຖືວ່າເປັນເຄື່ອງດື່ມແກ້ອາການເຈັບທ້ອງປະຈຳດືອນເພາະວ່າຊາຂຽວແມ່ນແຫຼ່ງຂອງສານຕ້ານອະນຸມູນອິດສະລະມີສ່ວນປະກອບທີ່ສຳຄັນຊ່ວຍບັນເທົາອາການເຈັບທ້ອງປະຈຳເດືອນແນະນຳໃຫ້ດື່ມຊາຂຽວອຸ່ນໆ

4. ຊາຄາໂມມາຍ

ສາວໆ ທີ່ເຈັບທ້ອງເປັນປະຈຳເດືອນ ການດື່ມນໍ້າຊາຄາໂມມາຍແມ່ນອີກວິທີໜຶ່ງທີ່ຈະຊ່ວຍຫຼຸດຜ່ອນການເກັງຂອງກ້າມເນື້ອ ແລະ ຍັງຊ່ວຍຫຼຸດຜ່ອນການອັກເສບໄດ້ເຊັ່ນກັນ.

7 เครื่องดื่มแก้ปวดประจำเดือน จิบอุ่นๆ บอกลาอาการปวดได้เวิร์ก!

5. ນົມອຸ່ນ

ນົມແມ່ນເຄື່ອງດື່ມທີ່ມີແຄວຊຽມສູງ ແລະ ຍັງມີແມັກນີຊຽມເຊິ່ງເປັນສານອາຫານສຳຄັນທີ່ສາມາດຊ່ວຍຫຼຸດອາການເຈັບທ້ອງປະຈຳເດືອນໄດ້ ແນະນຳໃຫ້ດື່ມນົມອຸ່ນເພື່ອເພີ່ມການຜ່ອນຄາຍຂອງກ້າມເນື້ອ ແລະ ຍັງຊ່ວຍເຮັດໃຫ້ນອນຫຼັບສະບາຍຂຶ້ນ

6. ນໍ້າຂີງ

ຂີງເປັນສະໝຸນໄພທີ່ຊ່ວຍກະຕຸ້ນການໄຫຼວຽນຂອງເລືອດເຮັດວຽກໄດ້ງ່າຍການດື່ມນໍ້າຂີງອຸ່ນມັນຈະຊ່ວຍບັນເທົາອາການປວດກ້າມເນື້ອຂອງມົດລູກໄດ້ຢ່າງແນ່ນອນ ສິ່ງທີ່ສຳຄັນຍັງຊ່ວຍຫຼຸດອາການທ້ອງອືດໄດ້ອີກດ້ວຍ

7 เครื่องดื่มแก้ปวดประจำเดือน จิบอุ่นๆ บอกลาอาการปวดได้เวิร์ก!
ແບ່ງປັນ