Breaking News

ທ່ານເຄີຍສັງເກດເບິ່ງຂໍ້ມູນທາງດ້ານໂພຊະນາການຂອງສິນຄ້າທີ່ທ່ານເລືອກຈະບໍລິໂພກ ຫຼືບໍ່?

ແບ່ງປັນ

ທ່ານເຄີຍສັງເກດເບິ່ງຂໍ້ມູນທາງດ້ານໂພຊະນາການຂອງສິນຄ້າທີ່ທ່ານເລືອກຈະບໍລິໂພກ ຫຼືບໍ່?

ເມື່ອບໍ່ດົນມານີ້, ທາງບໍລິສັດ ເບຍລາວ ຈຳກັດ ໄດ້ສົ່ງຕົວຢ່າງກຸ່ມຜະລິດຕະພັນເບຍລາວ ໄປຍັງຫ້ອງແລັບວິໄຈ Campden BRI Food and drinks Innovation ທີ່ເປັນຫ້ອງວິໄຈເອກະລາດ ດ້ານອາຫານ ແລະ ເຄື່ອງດື່ມ ຢູ່ກຸງລອນດອນ, ປະເທດອັງກິດ ເຊິ່ງເປັນອົງກອນທີ່ໄດ້ມາດຕະຖານການວິໄຈລະດັບສາກົນທີ່ຖືກຮັບຮອງໂດຍສະຖາບັນທີ່ໃຫ້ບໍລິການຮັບຮອງແຫ່ງຊາດຂອງປະເທດອັງກິດ United Kingdom Accreditation Service (UKAS).

ພາຍຫຼັງໄດ້ຮັບຂໍ້ມູນຜົນຂອງການວິໄຈ, ບໍລິສັດ ເບຍລາວ ຈຳກັດ ໄດ້ເພີ່ມຂໍ້ມູນທາງໂພຊະນາການທີ່ສອດຄອງກັບມາດຕະຖານສາກົນ ເຂົ້າໃນທຸກໆຜະລິດຕະພັນຂອງເບຍລາວ. ຜູ້ບໍລິໂພກສາມາດສຶກສາຂໍ້ມູນທາງດ້ານໂພຊະນາການເຊັ່ນ: ພະລັງງານ, ໄຂມັນ, ທາດແປ້ງ, ນໍ້າຕານ, ໂປຣຕີນ ແລະ ເກືອ ທີ່ລະບຸຢູ່ໃນກາຫຼັງຂອງທຸກໆ ແກ້ວ ແລະ ກະປ໋ອງ ຂອງຜະລິດຕະພັນເບຍລາວ ທີ່ໄດ້ເລີ່ມອອກສູ່ຕະຫຼາດຕັ້ງແຕ່ ວັນທີ 15 ທັນວາ 2020 ເປັນຕົ້ນມາ.

ທ່ານ ເຮັນຣິກ ແອນເດີເຊັນ, ອໍານວຍການ ບໍລິສັດ ເບຍລາວ ຈໍາກັດ ໄດ້ກ່າວວ່າ “ ເນື່ອງຈາກເບຍລາວ ມີຄວາມຜູກພັນຢ່າງໃກ້ຊິດ ກັບວັດທະນາທໍາລາວ ແລະ ຄົນລາວ, ພວກເຮົາຈຶ່ງຕ້ອງຮັກສາມາດຕະຖານ ການເປັນບໍລິສັດນໍາໜ້າດ້ານເຄື່ອງດື່ມ ໃນ ສປປ ລາວ ໂດຍການສືບຕໍ່ ຍົກສູງ ມາດຕະຖານອຸດສາຫະກໍາເພື່ອໃຫ້ມີຄວາມໂປ່ງໃສທັງດ້ານໂພຊະນາການ ແລະ ຂໍ້ມູນຂ່າວສານ.

ການເລີ່ມຕົ້ນບາດກ່າວທີ່ມີຄວາມໝາຍນີ້, ພວກເຮົາຫວັງຢ່າງຍິ່ງວ່າຈະສາມາດສ້າງການຂັບເຄື່ອນໃໝ່ໃນວົງການຜູ້ຜະລິດເຄື່ອງດື່ມໃນລາວ ເພື່ອເປັນການຊ່ວຍໃຫ້ຜູ້ບໍລິໂພກສາມາດເລືອກສິ່ງທີ່ດີທີ່ສຸດເພື່ອຄວາມຕ້ອງການທາງໂພຊະນາການຂອງຕົນເອງກັບຂໍ້ມູນໂພຊະນາການໃໝ່ນີ້.”

”ດຣ. ສົມທະວີ ຈາງວິສົມມິດ, ຫົວໜ້າກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ, ສປປ ລາວ. “ມັນເປັນສິ່ງທີ່ດີ ທີ່ບໍລິສັດ ເບຍລາວ ຈໍາກັດ ໄດ້ນໍາສະເໜີຂໍ້ມູນໂພຊະນາການຢ່າງຈະແຈ້ງຢູ່ໃນສະຫຼາກ ທີ່ສອດຄ່ອງກັບລະບຽບກົດໝາຍດ້ານສະຫຼາກຂອງອາຫານ ແລະ ເຄື່ອງດື່ມ ແລະ ໄດ້ຜ່ານການຮັບຮອງຄວາມຖືກຕ້ອງໂດຍກົມອາຫານແລະຢາ ກະຊວງສາທາລະນະສຸກ ເລກທີ່ 9286/ກອຢ ນະຄອນຫຼວງວຽງຈັນ, ວັນທີ 04 NOV 2020, ນີ້ສະແດງໃຫ້ເຫັນບາດກ້າວໃໝ່ທີ່ເປັນແບບຢ່າງທີ່ດີໃຫ້ແກ່ຫຼາຍທຸລະກິດໄດ້ນຳໄປສຶກສາ ແລະ ປະຕິບັດເພື່ອຍົກລະດັບຜະລິດຕະພັນລາວໃຫ້ໄດ້ມາດຕະຖານສາກົນ. ຂ້າພະເຈົ້າ ຢາກຮຽກຮ້ອງໃຫ້ຄົນລາວ ຈົ່ງຮຽນຮູ້ກ່ຽວກັບເນື້ອຫາທາງດ້ານໂພຊະນາການ ແລະ ພະລັງງານໃນສະຫຼາກ ເພື່ອໃຫ້ພວກເຮົາສາມາດພິຈາລະນາບໍລິໂພກໃນປະລິມານທີ່ເໝາະສົມ ແລະໄດ້ຮັບຄຸນປະໂຫຍດຢ່າງເຕັມທີ່. ແນ່ນອນ, ການສຶກສາທາງດ້ານວິທະຍາສາດ ໄດ້ສະແດງໃຫ້ເຫັນ ການດື່ມເບຍໃນປະລິມານທີ່ເໝາະສົມ ກໍ່ມີຜົນດີຫຼາຍຢ່າງທາງດ້ານສຸຂະພາບ, ເນື່ອງຈາກວ່າໃນເບຍເຕັມໄປດ້ວຍສານອາຫານທີ່ມີຄຸນປະໂຫຍດເຊັ່ນ: ສານຕໍ່ຕ້ານອະນຸມູນອິດສະຫຼະ, ໂປຣຕີນ, ວິຕາມິນ ບີ, ທາດເຫຼັກ, ແຄລຊຽມ ແລະ ຟົດສເຟດ, ແລະ ຍັງມີສານ ຟລາວານອຍ ຊານໂທຮູໂມລ ທີ່ສາມາດຊ່ວຍໃຫ້ຄວາມຈໍາດີຂຶ້ນ, ເມື່ອປຽບທຽບໃສ່ເຄື່ອງດື່ມທາດເຫຼົ້າປະເພດອື່ນໆ.

ຂໍ້ມູນໂພຊະນາການໃໝ່ ເຮັດໃຫ້ເກີດການຕອບຮັບທາງບວກ ຈາກ ຜູ້ດື່ມເບຍຈໍານວນຫຼາຍ, ລວມມີທ່ານ ໄຊສົງຄາມ ວໍລະຈິດ ແລະ ທ່ານຍັງກ່າວວ່າ “ມັນເປັນສິ່ງທີ່ດີຫຼາຍທີ່ໄດ້ເຫັນເບຍລາວ ອອກສະຫຼາກໃໝ່ທີ່ມີຂໍ້ມູນດ້ານໂພຊະນາການ. ຂໍ້ມູນທີ່ຈະແຈ້ງນີ້ຈະຊ່ວຍໃຫ້ຜູ້ບໍລິໂພກ ມີຄວາມເຂົ້າໃຈຫຼາຍຂຶ້ນຕື່ມກັບສິ່ງທີ່ເຂົາກໍາລັງຈະດື່ມ. ສໍາຫຼັບຂ້ອຍແລ້ວ ເບຍລາວ ຖືເປັນເບຍທີ່ຂາດບໍ່ໄດ້ ໃນງານສັງສັນຕ່າງໆ, ແຕ່ຂ້ອຍກໍ່ມີຄວາມກັງວົນໃນປະລິມານທີ່ຂ້ອຍດື່ມ ເນື່ອງຈາກຂ່າວລື ກ່ຽວກັບການມີສ່ວນປະສົມຂອງທາດນໍ້າຕານ ທີ່ພາໃຫ້ຕຸ້ຍ ຫຼື ກໍ່ໃຫ້ເກີດພະຍາດ ເຊັ່ນ ໂລກເບົາຫວານ. ຂ້ອຍດີໃຈ ທີ່ໄດ້ຮູ້ວ່າ ໃນຄວາມເປັນຈິງແລ້ວ ເບຍລາວ ບໍ່ມີນໍ້າຕານ. ກໍ່ຄືກັບເຄື່ອງດື່ມອື່ນໆ, ຂ້ອຍຈະດື່ມໃນປະລິມານທີ່ເໝາະສົມ ເພື່ອຮັກສາສຸຂະພາບ ແລະ ຄວາມສົມດຸນຂອງຊີວິດ.

ເບຍລາວ ໄດ້ກາຍເປັນສ່ວນໜຶ່ງຂອງວິຖີຊີວິດ, ວັດທະນາທໍາ ແລະ ປະເພນີ ຂອງຄົນລາວ ມາຫຼາຍກ່ວາ 47 ປີ, ຊຶ່ງໄດ້ເຕົ້າໂຮມຄົນລາວເຂົ້າກັນ, ເຊື່ອມໂຍງຄວາມສຳພັນໃຫ້ສະໝານສາມັກຄີຊຶ່ງກັນແລະກັນ. ເບຍລາວໄດ້ກາຍເປັນອົງປະກອບຂອງທຸກເທດສະການ, ງານສັງສັນຕ່າງໆ ລວມທັງບັນຍາກາດສະເຫຼີມສະຫຼອງທີ່ມີຄວາມໝາຍຄວາມສຳຄັນທີ່ເຮົາແບ່ງປັນກັບຄອບຄົວ ແລະ ໝູ່ເພື່ອນ. ລົດຊາດທີ່ສົດຊື່ນດື່ມງ່າຍ, ພ້ອມເອກະລັກທີ່ໂດດເດັ່ນຂອງເບຍລາວ ສາມາດເຂົ້າກັນໄດ້ດີກັບອາຫານລາວທຸກໆປະເພດ, ເປັນຕົ້ນແມ່ນກັບປີ້ງຊີ້ນ, ອາຫານຣົດເຜັດ ຫຼື ເບຍລາວດຣາກ ກັບປະເພດຊີ້ນ ແລະ ສະເຕັກ. ມາຮ່ວມກັນເອົາໃຈໃສ່ສຸຂະພາບ ກັບວິຖີຊີວິດທີ່ສົມດຸນ.

ແບ່ງປັນ