Breaking News

4 ວິທີກິນເພື່ອບຳລຸງສາຍດວງຕາ

ແບ່ງປັນ

4 ວິທີກິນເພື່ອບຳລຸງສາຍດວງຕາ

ທ່ານໃດທີ່ມັກຫຼິ້ນໂທລະສັບມື້ໜຶ່ງຫຼາຍຊົ່ວໂມງເຮົາມີ 4 ອາຫານເພື່ອຮັກສາສາຍບໍ່ໃຫ້ເສື່ອມໄວມາແນະນໍາດັ່ງນີ້:

eye-01

  1. ກິນຜັກ.

ເລືອກຜັກທີ່ອຸດົມສົມບູນໄປດ້ວຍ Lutein ແລະ Zeaxanthin ສານທັງສອງຊະນິດນີ້ເຮັດໜ້າທີ່ປົກປ້ອງດວງຕາຈາກ Pre radical ພົບຫຼາຍໃນໝາກສາລີ ແລະ ໝາກກ້ຽງ.

Clay Craft, Fruits and Vegetables, Close Up

  1. ກິນ Carbohydrate.

ນັກວິໄຈໃນສະຫະລັດອາເມລິກາພົບວ່າເມັດຖົ່ວແຫ້ງ, ເຂົ້າກ້ອງ ແລະ Carbohydrate ຊະນິດອື່ນໆທີ່ເຮັດໃຫ້ລະດັບນໍ້າຕານໃນເລືອດເປັນປົກກະຕິຈຶ່ງຊ່ວຍໃຫ້ເລືອດ ແລະ ອົກແຊນໄຫຼວຽນໄປລ້ຽງດວງຕາໄດ້ດີຂຶ້ນ.

Rice and raw fresh vegetables - cooking, healthy eating or vegetarian concept

  1. ກິນປາ.

ງານວິໄຈຊະນິດໜຶ່ງໂດຍວິທະຍາໄລການແພດ Harvard ພົບວ່າ ການກິນປາອາທິດລະ 2 ເທື່ອເພື່ອຊ່ວຍຫຼຸດໂອກາດການເກີດຈໍປະສາດຕາເສື່ອມໄດ້ຮ້ອຍລະ 60 ນັ້ນເປັນເພາະກົດໂອເມກ້າ 3 ໃນຊີ້ນປາຊ່ວຍໄຫຼວຽນເລືອດໃນດວງຕາ ແລະ ຫຼຸດອາການອັກເສບໄດ້.

Fish Caldine - Yellow Fish Curry

  1. ຄວບຄຸມນໍ້າໜັກ.

ງານວິໄຈໜຶ່ງພົບວ່າ ການຫຼຸດນໍ້າໜັກດ້ວຍການອອກກໍາລັງກາຍສົ່ງຜົນດີຕໍ່ດວງຕາໂດຍສະເພາະຜູ້ທີ່ມີຈໍປະສາດຕາເສື່ອມໄລຍະທໍາອິດ ຄວນຮອອກກໍາລັງກາຍເທື່ອລະ 30 ນາທີ ອາທິດລະ 3 ເທື່ອເພື່ອປ້ອງກັນການເກີດພະຍາດໄດ້.

Diet concept

ແບ່ງປັນ