Breaking News

ແນະນໍາ  HUAWEI P9 Rose Gold ລຸ້ນໃໝ່

ແບ່ງປັນ

ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ ລາວ ໄດ້ຈັດງານເປີດຕົວໂທລະສັບລຸ້ນໃໝ່ຫຼ້າສຸດ Huawei P9 Rose Gold ຢ່າງເປັນທາງການ ໃນວັນທີ 3 ຕຸລາ 2016 ຢູ່ທີ່ ວຽງຈັນ ເຊັນເຕີ ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມຂອງທ່ານ Mr. Zhu jin yong ຜູ້ອຳນວຍການຝ່າຍອຸປະກອນສື່ສານ ບໍລິສັດ ຫົວເຫວີຍ ມີບັນດາແຂກທີ່ຖືກເຊີນ, ນັກສິລະປິນ, ນາຍແບບ, ນາງແບບຊື່ດັງຂອງລາວ ແລະ ບັນດາແຟນຄັບຂອງສິລະປິນ ພ້ອມສື່ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ແລະ ພິເສດທີ່ສຸດແມ່ນ Presenter ໂທລະສັບຂອງຫົວເຫວີຍລາວ ແລະ ໄທ ກໍຄື: ແອັນນິຕ້າ ຈັນທະສົມບູນ Brand Ambassador Huawei Lao, ອາເລັກ ທີລະເດດ Brand Ambassador Huawei Thai ພ້ອມໃຈກັນສ້າງຄວາມສຸກ, ຄວາມບັນເທີ່ງໃຫ້ແກ່ ແຂກພາຍໃນງານ ທີ່ໄດ້ຊົມການສະແດງ  Brand Ambassador Huawei Lao & thai ຢ່າງອົບອຸ່ນ ແລະ ໄດ້ຕື່ນຕາຕື່ນໃຈ ທີ່ໄດ້ສຳຜັດຄວາມສຸກກັບສິລະປິນ ແລະຍັງໄດ້ປະສົບການໃໝ່ທາງເຕັກໂນໂລຊີຂອງຫົວເຫວີຍ Huawei P9 ທີ່ເປັນເອກະລັກຂອງຕົວທ່ານ, ໂດດເດັ່ນໃນການຖ່າຍຮູບດ້ວຍກ້ອງຄູ່  Dual-Camera, ມີ 6 ສີໃຫ້ເລືອກ: ສີຂາວ, ສີນໍ້າຕານ+ຄໍາ, ສີຂີ້ເຖົ່າ, ສີປອນ, ສີຄໍາ ແລະ ສີທີ່ເປີດຕົວໃໝ່ (Rose Gold), ລາຄາ 3.990.000 ກີບ ທ່ານສາມາດເປັນເຈົ້າຂອງໄດ້ແລ້ວຕາມສາຂາທົ່ວປະເທດ.

 

ແບ່ງປັນ