Breaking News

ຜູ້ນຳທຸລະກິດແບ່ງປັນມຸມມອງສູ່ຄວາມສຳເລັດ

ແບ່ງປັນ

ເມື່ອບໍ່ດົນມານີ້ ສະຖານີໂທລະພາບ NewsAsia ໄດ້ລວມຕົວຜູ້ນຳດ້ານທຸລະກິດ ແລະ ໜ່ວຍງານພາກລັດເພື່ອເຂົ້າຮ່ວມສອງກອງປະຊຸມທີ່ໄດ້ຈັດຂຶ້ນໃນລະຫວ່າງກອງປະຊຸມສຸດຍອດອາຊຽນດ້ານທຸລະກິດ ແລະ ການລົງທຶນ (ABIS) ປີ 2016 ທີ່ ນະຄອນຫຼວງວຽງຈັນ. ເຊັ່ນ: ກອງປະຊຸມພິເສດເຈາະເລິກທຸລະກິດອາຊຽນໄດ້ຖືກຈັດຂຶ້ນໃນຫົວຂໍ້ “ທຸລະກິດສາມາດປະສົບຜົນສຳເລັດໃນການພັດທະນາເສດຖະກິດອາຊຽນ” ແລະ ກອງປະຊຸມເຈາະເລິກທຸລະກິດໄລຍະພິເສດ ໂດຍທ່ານນາງ ຄຣິດຕິນ ລາກາດ ກຳມະການຜູ້ຈັດການກອງທຶນການເງິນລະຫວ່າງປະເທດ  (IMF) ໄດ້ຂຶ້ນສະເໜີກ່ຽວກັບ “ມຸມມອງໃນການພັດທະນາເສດຖະກິດອາຊຽນ” ຜູ້ຮ່ວມການປຶກສາຫາລືໃນກອງປະຊຸມຄັ້ງນີ້ປະກອບດ້ວຍຜູ້ນຳດ້ານທຸລະກິດຈາກພາກເອກະຊົນໃນປະເທດລາວ ນາງ ແອນນາກຣີນ, ຜູ້ບໍລິຫານທະນາຄານເອເອັນແຊັດລາວ, ທ່ານຄຳສິນທະວົງ ຫຍຸຍວານິສວົງ  ທີ່ປຶກສາປະທານບໍລິສັດເອັສທີກຣຸບ, ທ່ານອາຫຼຽນ ແສງແກ້ວປະເສີດ ,ຜູ້ບໍລິຫານກາເຟກຣີນຮິລ, ທ່ານວັນເພັງ ຊົມຊະນະ ຜູ້ອໍານວຍການບໍລິສັດຄຳໄພຊະນະກຣຸບ ແລະ ອີກຫຼາຍທ່ານ.

unnamed-1

ເນື່ອງຈາກມີການຂະຫຍາຍໂຕຂອງໂຄງຮ່າງເສດຖະກິດຂອງບັນດາປະເທດອາຊຽນເພີ່ມຂຶ້ນເລື້ອຍໆ, ຈຶ່ງເຮັດໃຫ້ນັກລົງທຶນ ແລະ ບໍລິສັດຕ່າງຊາດຈາກທົ່ວໂລກເກີດມີຄວາມສົນໃຈຢາກຈະລົງທຶນຫຼາຍຂຶ້ນ. ກອງປະຊຸມທັງສອງແມ່ນໄດ້ນຳພາໂດຍຜູ້ນຳສະເໜີຈາກ ສະຖານີໂທລະພາບ ນິວສເອເຊຍ ແລະ ບັນນາທິການບໍລິຫານ ໂຄຼອີ້ໂຊ ໄດ້ເຂົ້າຮ່ວມການປຶກສາຫາລືກ່ຽວກັບວິທີການເຮັດໃຫ້ທຸລະກິດສາມາດບັນລຸແຜນການເຕີບໂຕຂອງທຸລະກິດໃນດ້ານບວກ.

unnamed-5

ໜຶ່ງໃນຂອບເຂດຍຸດທະສາດຂອງການປຶກສາຫາລຶືໃນກອງປະຊຸມຄັ້ງນີ້ແມ່ນວິທີການທີ່ ບັນດາຫົວໜ່ວຍທຸລະກິດໃນປເທດລາວຈະຕ້ອງເອົາຊະນະຄວາມທ້າທາຍຕ່າໆໃນສອງທົດສະວັດທີ່ຜ່ານມາ ເຊິ່ງລວມມີວິກິດການທາງການເງິນ,ຄວາມຫຍຸ້ງຍາກໃນການກູ້ຢືມເງິນ ແລະ ທຶນເຊັ່ນດຽວກັນກັບການແຂ່ງຂັນໃນຕະຫຼາດ. ມຸມມອງພາຍໃນກອງປະຊຸມຍັງໄດ້ລວມເຖິງການແລກປ່ຽນໃນການແກ້ບັນຫາເພື່ອຊ່ວຍໃຫ້ຫົວໜ່ວຍທຸກລະກິດຕ່າງໆໄດ້ຂະຫຍາຍຕົວແລະ ຍັງກໍານົດວິໄສທັດເພື່ອອະນາຄົດສຳລັບບັນດາຫົວໜ່ວຍທຸລະກິດໃນຂົງເຂດອາຊຽນ,ເຊິ່ງຍັງມີສັກກະຍະພາບທີ່ຈະສ້າງຄວມສຳພັນທົ່ວທັງພາກພື້ນເພື່ອແລກປ່ຽນຄວາມຮູ້,ເຂົ້າໃຈຕໍ່ລູກຄ້າໃຫ້ດີຂຶ້ນ ແລະ ຂະຫຍາຍການດໍາເນີນງານໃຫ້ກວ້າງອອກອີກດ້ວຍ.

unnamed-9

Channel NewsAsia ສິງກະໂປໄດ້ສ້າງຕັ້ງຂຶ້ນໃນເດືອນມີນາປີ 1999 ໂດຍ ມີເດຍຄອບ (MediaCorp), ແລະ ເປັນຊ່ອງຂ່າວເອເຊຍພາສາອັງກິດ.  ເພື່ອໃຫ້ “ເຂົ້າໃຈເຖິງອາຊີ”, ລາຍງານດັ່ງກ່າວໄດ້ລາຍງານຂ່າວທີ່ເກີດຂຶ້ນໃນທົ່ວໂລກພາຍໃນມຸມມອງຂອງຄົນອາຊີ.

unnamed-2

ສະຖານີໂທລະພາບຍັງ ປະກອບດ້ວຍຊ່ອງທາງອອນໄລ໌ ທີ່ສາມາດເຂົ້າເຖິງໄດ້ທີ່channelnewsasia.com ແລະ ສື່ໂຊໂຊລ ມີເດຍ ເຊັ່ນເຟສບຸກ (Facebook), ຢູທູບ (YouTube)  ແລະ ທະວິດເຕີ (Twitter) ອີກດ້ວຍ.ໃນຊຸມປີຜ່ານມາ, Channel NewsAsia Business Insights ໄດ້ຖືກຈັດໃນປະເທດອິນໂດເນເຊຍ, ປະເທດໄທ (2013), ມຽນມາ, ມາເລເຊຍ, ຫວຽດນາມ (2014) ແລະ ອິນໂດເນເຊຍ, ປະເທດໄທ, ສິງກະໂປ (2015).

unnamed-3

ຂອບໃຈຂ່າວ: ຈາກເວ໊ບ Target

 

ແບ່ງປັນ