Breaking News

ຊີວິດສົດໃສ ​ໃນ​​ເກາະ  Gili ອິນ​ໂດ​ເນ​ເຊຍ

ແບ່ງປັນ

ຖ້າໃຜຄິດຢາກຈະໄປພັກຜ່ອນໃນບ່ອນງຽບສະຫງົບ, ຮົ່ມເຢັນ ພ້ອມທຳມະຊາດທາງທະເລທີ່ສວຍງາມ, ໄດ້ສະໜຸກສະໜານກັບຫາດຊາຍສີຂາວທີ່ລະອຽດ ແລະ ນໍ້າທະເລໃສ…ເຊິ່ງອາທິດນີ້ ຈະພາທ່ານຜູ້ອ່ານໄປຮູ້ຈັກກັບ ໝູ່ເກາະກີລີ Gili Islands ເປັນເກາະທີ່ນັກທ່ອງທ່ຽວຈາກທົ່ວໂລກນິຍົມໄປສຳພັດກັບບັນຍາກາດແຫ່ງນີ້ຫຼາຍທີ່ສຸດ ກ່ອນອື່ນໝົດ ມາຮູ້ຈັກເກາະກີລີກ່ອນເນາະ !

ເກາະກີລີ ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອຂອງເກາະ ລອມບອກ lombok ໃນປະເທດອິນໂດເນເຊຍ ໝູ່ເກາະກີລີ ລວມມີ 3 ເກາະຄື:  Gili Trawangan, Gili Meno ແລະ Gili Air ໂດຍທັງໝົດຕັ້ງຮຽງກັນຕາມແຄມຝັ່ງຂອງເກາະ ອ້ອມຮອບໄປດ້ວຍທະເລສີຟ້າສົດໃສ ເຫັນພື້ນນໍ້າທະເລສີຟ້າ ຕອນກາງເວັນໝູ່ເກາະເຫຼົ່ານີ້ຈະງຽບສະຫງົບດີ ນັກທ່ອງທ່ຽວສ່ວນຫຼາຍມັກນອນພັກຜ່ອນ ແລະ ອາບແສງແດດຢູ່ຫາດຊາຍຂາວ ຫຼື ອອກໄປລອຍນໍ້າ ແລະ ດຳນໍ້າເບິ່ງປາກາລັງຕາມເກາະ.

ສຳລັບເກາະທີ່ໃຫຍ່ກວ່າໝູ່ແມ່ນເກາະ Gili Trawangan ຫ່າງຈາກເກາະ Gili Meno 1 ກິໂລແມັດ ເຊິ່ງເປັນເກາະທີ່ຕັ້ງຢູ່ລະຫວ່າງກາງຂອງ 3 ເກາະ ມີຄວາມຍາວປະມານ 2 ກິໂລແມັດ ຄວາມພິເສດຂອງເກາະ Gili Meno ກໍຄືຄວາມເປັນຊົນນະບົດ ມີການພັດທະນາຊ້າ ງຽບສະຫງົບ ພ້ອມທັງມີທຳມະຊາດທາງທະເລທີ່ອຸດົມສົມບູນ ເໝາະແກ່ການພັກຜ່ອນ ສຳລັບເກາະ Gili Air ເປັນເກາະທີ່ຕັ້ງຢູ່ໃກ້ກັບເກາະ ລອມບອກຫຼາຍທີ່ສຸດ ແຕ່ມີການພັດທະນາຊ້າ ເພາະບ່ອນພັກຍັງເປັນແບບຊົນນະບົດຢູ່ ມີລາຄາຖືກ ກວ່າ 2 ເກາະນັ້ນ ບໍລິເວນອ້ອມຮອບຖືກຫຸ້ມລ້ອມໄປດ້ວຍທະເລສີຟ້າຫາດຊາຍງາມ, ສະອາດ ແລະ ມີຄວາມເປັນສ່ວນຕົວທີ່ສຸດ.

divemap

ເກາະ Gili Trawangan

gili_trawangan1

ເກາະ Gili Meno

coral_reef_gili_meno

ເກາະ Gili Air

gili-air

ແບ່ງປັນ