Breaking News

Air Asia ຈະມອບລາງວັນໃຫ້ນາງສາວມີສະເໜໃນເວທີ Miss lao 2016

ແບ່ງປັນ

ໃນງານຖະແຫຼງຂ່າວ Air Asia ກ່າວວ່າ: ຈະມອບລາງວັນໃຫ້ແກ່ນາງສາວ ທີ່ໄດ້ຕໍາແໜ່ງ ນາງສາວມີສະເໜ ໂດຍຈະໄດ້ຂີ່ຍົນຟຣີກັບແອເອເຊຍ ເປັນເວລາ 1 ປີ ລວມມີສອງນາງສາວທີ່ຈະໄດ້ຮັບລາງວັນນີ້ຄື: ຈະມອບໃຫ້ຜູ້ທີ່ຊະນະເລີດນາງສາວລາວ 2016 ແລະສ່ວນອີກລາງວັນໜຶ່ງ ຈະມອບໃຫ້ຜູ້ທີ່ມີຄຸນສົມບັດທີ່ໄດ້ເປັນ ນາງສາວມີສະເໜ ເຊິ່ງຜູ້ທີ່ຈະໄດ້ຮັບຕໍາແໜ່ງນາງສາວມີສະເໜ ບໍ່ຈຳເປັນຕ້ອງງາມເລີດ ແລະ ງາມທີ່ສຸດ ພຽງແຕ່ ນໍາເອົາຄວາມມີສະເໜນັ້ນ ອອກມາປະກອບໃສ່ໃນກິລິຍາການປາກເວົ້າ, ສີໜ້າ ແລະ ແວວຕາ ໃຫ້ທຸກຢ່າງມີສະເໜໂດດເດັ່ນທີ່ສຸດ.

14329164_1801766350066346_341493767_o

    ເຊິ່ງ Air Asia ກໍອີກເປັນບໍລິສັດໜຶ່ງທີ່ໃຫ້ການສະໜັບສະໜູນຫຼັກໃນໂຄງການປະກວດ ນາງສາວລາວ 2016 (Miss lao 2016) ແລະປີນີ້ກໍເປັນປີທໍາອິດທີ່ Air Asia ໄດ້ໃຫ້ການສະໜັບສະໜູນ ນອກນັ້ນ ໃນໄລຍະຜ່ານມາ Air Asia ກໍໄດ້ໃຫ້ການສະໜັບສະໜູນໃນຫຼາຍໆເວທີທັງພາຍໃນປະເທດໄທ ແລະ ຕ່າງປະເທດ

14375241_1801766370066344_275141355_o

ງານຖະແຫຼງຂ່າວດັ່ງກ່າວ ແມ່ນໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 15 ກັນຍາ 2016 ທີ່ສະຖານນີໂທລະພາບທີວີລາວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ກິດ ພັດທະຍາສານ ຜູ້ຈັດການຝ່າຍທຸລະກິດສໍາພັນສາຍການບິນແອເອເຊຍ ແລະ ພ້ອມດ້ວຍສື່ມວນຊົນ

14285788_1801766746732973_1129909897_o

ແບ່ງປັນ