Breaking News

Entertainment Lao

ເປີດໃຈຄັ້ງທຳອິດ! ກັບອາຊີບທີ່ສາວໆຫຼາຍຄົນໄຝ່ຝັນ “Airhostess” ຊີວິດຈິງບໍ່ໄດ້ຄືກັບທີ່ຄິດ!!!

“ຄວາມອົດທົນ ເທົ່ານັ້ນທີ່ຈະຢູ່ລອດໃນອະຊີບ Airhostess” ເຊື່ອບໍ່? ຫາກເຮົາຕັ້ງຄຳຖາມວ່າ ອາຊີບທີ່ສາວໆໃຝ່ຝັນຢາກເປັນຫຼາຍທີ່ສຸດແມ່ນຫຍັງ? ໜຶ່ງໃນຄຳຕອບອັນດັບຕົ້ນໆ ຕ້ອງແມ່ນ ພະນັກງານຕ້ອນຮັບເທິງເຮືອບິນ ຫຼື ແອໂຮສເຕດ (Airhostess) ຢ່າງແນ່ນອນ ເພາະເປັນອາຊີບທີ່ຖືກຂະໜານນາມວ່າ “ນາງຟ້າ” ຟັງແລ້ວຈັ່ງແມ່ນຟຸ້ງຟິ້ງ ສູງສົ່ງ ສະຫງ່າງາມເຫຼືອເກີນ ແລ້ວການທີ່ຈະໄດ້ເປັນ ນາງຟ້າ ຂອງສາຍການບິນຕ່າງໆ ມັນຍາກງ່າຍແນວໃດ ມື້ນີ້ຂວັນໃຈເຮົາມີຄຳຕອບ ຈາກປະສົບການຕົວຈິງຂອງນາງຟ້າສາຍການບິນດັງເລີຍໃດ .. ມາຮູ້ຈັກກັບ ພິດສາຄອນ ພົມສະຫວັນ (ປຸ້ຍ) ສາວສູງຍາວເຂົ່າດີ ສາວແອລະດັບ ເພິເຊີ (Purser) ຜູ້ທີ່ມີຊົ່ວໂມງບິນຫຼາຍກວ່າ 5000 ຊົ່ວໂມງ ຜູ້ທີ່ເດີນທາງຕາມຫາຄວາມຝັນຈາກອາຊີບເລຂາສູ່ອາຊີບທີ່ຫຼາຍຄົນເອີ້ນວ່າ ນາງຟ້າເທິງຍົນ ປະຈໍາການຢູ່ທີ່ສາຍການບິນລາວແອລາຍ (Laos Airline) ເລື່ອງລາວຂອງນາງກໍມີຄວາມຕື່ນເຕັ້ນແບບບໍ່ດ້ອຍໜ້າໃຜ ກວ່າຈະມາຮອດມື້ນີ້ໄດ້ບອກເລີຍວ່າຍ້ອນຄວາມກ້າ ຄວາມສາມາດສະເພາະຕົວລ້ວນໆ ເອົາລະບໍ່ເວົ້າກັນຍາວ ລອງມາເບິ່ງເລື່ອງລາວແຮງບັນດານໃຈດີໆຈາກການບອກເລົ່າຂອງສາວ ປຸ້ຍ ພິດສາຄອນ Airhostess ຄົນນີ້ລອງເບິ່ງ… ຍ້ອນຄວາມຝັນທີ່ມີ …

Read More »

ເຈາະເລິກ!!! ຊີວິດ ນັດ (ບົວສີ) ນາງເອກສາວຂວັນໃຈໄວລຸ້ນ “ເພາະການສະແດງຄືການຮຽນແບບທໍາມະຊາດ ເມື່ອເຮົາເອົາມາທຽບກັບຊີວິດຈິງ ເຮົາຈະສະແດງອອກມາໄດ້ເປັນທໍາມະຊາດທີ່ສຸດ”

ເຈາະເລິກ!!! ຊີວິດ ກຸນລະນັດ ຟອງສະຫວັນ (ນັດ) ນາງເອກສາວຂວັນໃຈໄວລຸ້ນ ຄໍລໍາ: Entertainment Lao ສໍາພາດ ກຸນລະນັດ ຟອງສະຫວັນ (ນັດ)  ອາຊີບ ນັກຮຽນ ນັກສະແດງ ທີ່ຖືກຍົກໃຫ້ເປັນ ນາງເອກສາວຂວັນໃຈໄວລຸ້ນ ທີ່ຫຼາຍຄົນຮູ້ຈັກກັນດີໃນຊື່ຂອງ “ບົວສີ” ນາງເອກສາວນ້ອຍຈາກຮູບເງົາເລື່ອງ “ຮັກນີ້ສີບົວ” ນັ້ນເອງ! ເຊິ່ງນ້ອງນັດກໍໄດ້ມາເປີດໃຈເຖິງເລື່ອງລາວຊີວິດທີ່ແສນເສົ້າ ເພາະພໍ່ແມ່ແຍກທາງກັນຕັ້ງແຕ່ນັດຍັງນ້ອຍ ເຮັດໃຫ້ນັດຕ້ອງສູ້ຊີວິດຫາເງິນສົ່ງຕົວເອງມາແຕ່ຈື່ຄວາມໄດ້ ຈົນປັດຈຸບັນກໍໃກ້ຈະຈົບຊັ້ນມັດທະຍົມແລ້ວ!!! ໃນເລື່ອງຂອງການສະແດງນ້ອງນັດກໍໄດ້ມີຂໍ້ຄິດດີໆມາຕ້ອນສໍາລັບຄົນທີ່ຢາກຈະເປັນນັກສະແດງເກັ່ງໆແບບນ້ອງເພາະດ້ວຍຄວາມສາມາດທີ່ຕີບົດ “ບົວສີ” ໃນຮູບເງົາ “ຮັກນີ້ສີບົວ” ແບບແຕກກະຈຸຍກໍຍ້ອນວ່ານ້ອງນັດຄິດສະເໝີວ່າ “ການສະແດງຄືການຮຽນແບບທໍາມະຊາດ ເມື່ອເຮົາເອົາມາທຽບກັບຊີວິດຈິງ ເຮົາຈະສະແດງອອກມາໄດ້ເປັນທໍາມະຊາດທີ່ສຸດ” ວ້າວໆໆໆ ໜ້າສົນໃຈຫຼາຍສໍາລັບສາວນ້ອຍຄົນນີ້! ແຕ່ເອົາເປັນວ່າພໍສໍ່ານີ້ສາກ່ອນເນາະ! ແຕ່ຖ້າໃຜທີ່ຢາກຈະຮູ້ຈັກກັບສາວນ້ອຍຄົນນີ້ແບບເຈາະເລິກກວ່ານີ້ ກໍສາມາດໄປທໍາຄວາມຮູ້ຈັກກັນໄດ້ໃນ ວາລະສານຂວັນໃຈ ສະບັບທີ 125 ປະຈໍາເດືອນ ທັນວາ 2017 ຕາມ U Express M Point Mart …

Read More »

“ຢືມ” ເພງໃໝ່ຫຼ້າສຸດຂອງ ໂຈໂຈ້ ມີຣາໂຄ…

ໃນທີ່ສຸດມື້ທີ່ແຟນໆຄອຍຖ້າກໍມາເຖິງ ກັບການເປີດຕົວເພງໃໝ່ຫຼ້າສຸດຂອງ ຈິລະສັກ ສາຍສະໜິດ ຫຼືອ້າຍໂຈໂຈ້ ມີຣາໂຄ ກັບຜົນງານເພງທີ່ມີຊື່ວ່າ “ຢືມ” ເປັນຜົນງານເພງຊຶ້ງໆ ອົກຮັກ ແຕ່ຟັງແລ້ວຕິດໃຈ. ເຊິ່ງຜົນງານໃໝ່ຂອງ ອ້າຍໂຈໂຈ້ ແມ່ນໄດ້ເປີດຕົວຢ່າງເປັນທາງການໃນວັນທີ 27 ຕຸລາ ທີ່ຜ່ານມານີ້ເອງ. ສໍາລັບແຟນຄັບຄົນໃດທີ່ບໍ່ໄດ້ໄປຮ່ວມຟັງເພງເປີດຕົວຂອງເພິ່ນ ມື້ນີ້ຂວັນໃຈກໍເລີຍໄປຊອກຄົ້ນມາໃຫ້ແຟນໆໄດ້ຟັງກັນນໍາ ແຕ່ຖ້າຍັງບໍ່ໍພໍໃຈສາມາດຊອກຟັງ ແລະເບິ່ງມິວສິກຂອງເພິ່ນໄດ້ໃນ You tube ແລະ Face book ເດີ່!!! ເພິ່ນໄດ້ປ່ອຍອອກມາໃຫ້ຟັງກັນແລ້ວ… ນາງເອກ ອ້າຍໂກ້ ກະມາຮ່ວມແຈມ ແຟນຄັບມາຮ່ວມຍິນດີ ມື້ເປີດຕົວ ຄົນດັງຫຼາຍຄົນມາຮ່ວມຍິນດີ ຢືມ ເພງໃໝ່ຫຼ້າສຸດ ເພງ : ຢືມ Yeum ( JoJo Miracle Ft. Koh Mr. Saxman ) “ຢືມ” ເພງໃໝ່ລ່າສຸດຂອງ …

Read More »

Mattie Do ຜູ້ກຳກັບຍິງ ຜູ້ພາຮູບເງົາລາວສູ່ເວທີໂລກ

ຖ້າໃຜຢູ່ໃນວົງການ ຫຼືຕິດຕາມຮູບເງົາລາວ ກໍອາດເຄີຍໄດ້ຍິນຊື່ຮູບເງົາເລື່ອງ “ຈັນທະລີ” ເຊິ່ງເປັນຮູບເງົາແນວຜີໆ ໃນສັງກັດຂອງບໍລິສັດ Lao Art Media ທີ່ອອກສາຍເມື່ອປະມານປີ 2013 ເປັນຮູບເງົາທີ່ໄວໜຸ່ມລາວບອກວ່າເບິ່ງແລ້ວບໍ່ຄ່ອຍເຂົ້າໃຈ ແຕ່ພັດເປັນທີ່ສົນໃຈຢ່າງລົ້ນເຫຼືອໃນເວທີສາກົນ ເພາະໄດ້ຮັບກຽດເຂົ້າສາຍໃນເທສະການຮູບເງົາກວ່າ 30 ງານ ທົ່ວໂລກເລີຍ ບໍ່ວ່າຈະເປັນ ເກົາຫຼີ, ອາເມລິກາ, ສະວີເດັນ ແລະອື່ນໆ ພິເສດແມ່ນໄດ້ຊັກນຳໃຫ້ທີມງານຄົນລາວຊຸດທຳອິດໄປຢຽບຍ່າງເທິງພົມແດງໃນ “ງານເທສະການຮູບເງົາເມືອງຄານ” (Cannes Film Festival) ອັນໂດ່ງດັງນໍາອີກ Wow!!! ຕົບມືດ່ວນເລີຍສາວໆ!!! ກ່າວໄດ້ວ່າ “ຈັນທະລີ” ເປັນຮູບເງົາລາວເລື່ອງທຳອິດຂອງລາວ ທີ່ໄດ້ໂກອິນເຕີ (Go inter) ໄປສ້າງຄວາມຕື່ນຕາຕື່ນໃຈໃຫ້ແກ່ຊາວໂລກຢ່າງຫຼວງຫຼາຍ ເພາະພວກເຂົາບໍ່ເຄີຍເຫັນຮູບເງົາລາວ ບໍ່ເຄີຍໄດ້ຍິນພາສາລາວ ບໍ່ເຄີຍຮູ້ຈັກວັດທະນະທຳລາວ ແລະທີ່ສຳຄັນທີ່ສຸດແມ່ນ ຮູບເງົາເລື່ອງນີ້ ຖືກກຳກັບໂດຍ “ແມ່ຍິງລາວ” ຕື່ນເຕັ້ນແລ້ວແມ່ນບໍ່ສາວໆຂວັນໃຈ ກັບຄວາມສາມາດຂອງແມ່ຍິງລາວ ທີ່ເກັ່ງບໍ່ແພ້ຊາດໃດໃນໂລກ ເຮົາມາຮູ້ຈັກຜູ້ກຳກັບຄົນເກັ່ງກັນເລີຍເນາະ ນາງຊື່ວ່າ ມາລາວັນ …

Read More »

ເຈາະເລິກ!!! ເຈ້ຍ ປາຊີຟິກ ຜູ້ກໍາກັບ 1.000 ລ້ານ (ຫົງຫາມເຕົ່າ)

ສະບາຍດີສາວໆຂວັນໃຈທີ່ໜ້າຮັກທັງຫຼາຍ!! ມື້ນີ້ ຄໍລຳ Entertainment Lao ຮູ້ສຶກຕື່ນເຕັ້ນຫຼາຍໆ ທີ່ໄດ້ມີໂອກາດສຳພາດຜູ້ກຳກັບ 1,000 ລ້ານ ທີ່ (ເກືອບ) ໜ້າຕາດີ ແຕ່ມີຄວາມໜ້າຮັກ ແຖມຄວາມສາມາດຍັງບໍ່ເປັນຮອງໃຜແນ່ນອນເດີ້ ຮູບເງົາທີ່ລາວສ້າງຜ່ານມາ ສ່ວນໃຫຍ່ກໍອອກແນວຕະຫຼົກມ່ວນຊື່ນ ສ້າງຮອຍຍິ້ມໃຫ້ກັບຜູ້ທີ່ໄດ້ຊົມ ປະສົມແນວຜີໆນຳອີກ ນັ້ນກໍຄືຮູບເງົາເລື່ອງ “ຮັກອີ່ຫຼີ 1 ແລະ 2” ທີ່ສ້າງລາຍຮັບລະດັບ 1,000 ລ້ານ ຕໍ່ເລື່ອງພຸ້ນແຫຼະ ຊິເປັນໃຜໄປບໍ່ໄດ້ນອກຈາກ ອ້າຍເຈ້ຍ ປາຊິຟິກ ຫຼ້າສຸດ ອ້າຍເຈ້ຍ ໄດ້ສ້າງ ແລະກໍາກັບຮູບເງົາເລື່ອງທີ 3 ຊື່ວ່າ “ຫົງຫາມເຕົ່າ” ທີ່ອອກສາຍໃນເດືອນມິຖຸນາຜ່ານມາ ແລະກວາດລາຍໄດ້ຢ່າງທະຫຼົ່ມທະລາຍອີກເຊັ່ນເຄີຍ ເພິ່ນເຮັດໄດ້ແນວໃດ ໄປເຈາະຈີ້ມເລື່ອງລາວພ້ອມໆກັນເລີຍ ເດັກຊາຍເຈ້ຍ ແຕ່ນ້ອຍງຽບໆ ບໍ່ຄ່ອຍມັກປາກ?? ພວກເຮົາສ່ວນຫຼາຍ ຕິດພາບຂອງ ອ້າຍເຈ້ຍ ທີ່ອາລົມດີ ຕະຫຼົກ ແຄ່ເຫັນໜ້າລາວກໍຍິ້ມອອກແລ້ວແມ່ນບໍ່? …

Read More »