Breaking News

ເປີດໃຈຄັ້ງທຳອິດ! ກັບອາຊີບທີ່ສາວໆຫຼາຍຄົນໄຝ່ຝັນ “Airhostess” ຊີວິດຈິງບໍ່ໄດ້ຄືກັບທີ່ຄິດ!!!

ແບ່ງປັນ

ຄວາມອົດທົນ ເທົ່ານັ້ນທີ່ຈະຢູ່ລອດໃນອະຊີບ Airhostess

ເຊື່ອບໍ່? ຫາກເຮົາຕັ້ງຄຳຖາມວ່າ ອາຊີບທີ່ສາວໆໃຝ່ຝັນຢາກເປັນຫຼາຍທີ່ສຸດແມ່ນຫຍັງ? ໜຶ່ງໃນຄຳຕອບອັນດັບຕົ້ນໆ ຕ້ອງແມ່ນ ພະນັກງານຕ້ອນຮັບເທິງເຮືອບິນ ຫຼື ແອໂຮສເຕດ (Airhostess) ຢ່າງແນ່ນອນ ເພາະເປັນອາຊີບທີ່ຖືກຂະໜານນາມວ່າ “ນາງຟ້າ” ຟັງແລ້ວຈັ່ງແມ່ນຟຸ້ງຟິ້ງ ສູງສົ່ງ ສະຫງ່າງາມເຫຼືອເກີນ ແລ້ວການທີ່ຈະໄດ້ເປັນ ນາງຟ້າ ຂອງສາຍການບິນຕ່າງໆ ມັນຍາກງ່າຍແນວໃດ ມື້ນີ້ຂວັນໃຈເຮົາມີຄຳຕອບ ຈາກປະສົບການຕົວຈິງຂອງນາງຟ້າສາຍການບິນດັງເລີຍໃດ .. ມາຮູ້ຈັກກັບ ພິດສາຄອນ ພົມສະຫວັນ (ປຸ້ຍ) ສາວສູງຍາວເຂົ່າດີ ສາວແອລະດັບ ເພິເຊີ (Purser) ຜູ້ທີ່ມີຊົ່ວໂມງບິນຫຼາຍກວ່າ 5000 ຊົ່ວໂມງ ຜູ້ທີ່ເດີນທາງຕາມຫາຄວາມຝັນຈາກອາຊີບເລຂາສູ່ອາຊີບທີ່ຫຼາຍຄົນເອີ້ນວ່າ ນາງຟ້າເທິງຍົນ ປະຈໍາການຢູ່ທີ່ສາຍການບິນລາວແອລາຍ (Laos Airline) ເລື່ອງລາວຂອງນາງກໍມີຄວາມຕື່ນເຕັ້ນແບບບໍ່ດ້ອຍໜ້າໃຜ ກວ່າຈະມາຮອດມື້ນີ້ໄດ້ບອກເລີຍວ່າຍ້ອນຄວາມກ້າ ຄວາມສາມາດສະເພາະຕົວລ້ວນໆ ເອົາລະບໍ່ເວົ້າກັນຍາວ ລອງມາເບິ່ງເລື່ອງລາວແຮງບັນດານໃຈດີໆຈາກການບອກເລົ່າຂອງສາວ ປຸ້ຍ ພິດສາຄອນ Airhostess ຄົນນີ້ລອງເບິ່ງ…

  • ຍ້ອນຄວາມຝັນທີ່ມີ ເຮັດໃຫ້ກ້າທີ່ຈະເດີນສາຍອາຊີບນີ້

ສາວ ປຸ້ຍ ກໍເປັນອີກໜຶ່ງສາວທີ່ມີຄວາມຝັນຄືກັນກັບສາວໆຫຼາຍລ້ານຄົນທົ່ວໂລກ ແຕ່ໃນຄວາມຝັນນັ້ນຈະມີຈັກຄົນທີ່ຈຸດປະກາຍຄວາມຝັນ ແລະສາມາດເດີນໄປໄດ້ຕາມຄວາມຝັນແທ້ໆ ປຸ້ຍແຕ່ກ່ອນເຄີຍເປັນສາວເລຂາຂອງ ສະຖານທູດການຄ້າຈີນ ແຕ່ພໍເຮັດໄປໄດ້ໄລຍະໜຶ່ງຮູ້ສຶກວ່າມັນເປັນຫຍັງທີ່ບໍ່ແມ່ນຄວາມມັກ (Passion) ຂອງຕົວເອງ ເລີຍລອງເບິ່ງວຽກໃໝ່ໆຊອກຫາໃນສິ່ງທີ່ຕົວເອງມັກ ພໍດີໃນເວລານັ້ນມີໝູ່ສະນິດຊັກຊວນວ່າກຳລັງມີການຮັບສະໝັກ ສາວແອ ແຕ່ຕອນນັ້ນນາງກໍຍັງລັງເລບໍ່ມີຄວາມກ້າ ເພາະດ້ວຍໜ້າທີ່ວຽກງານດ້ານເລຂາ ອີກຢ່າງໜຶ່ງກໍຄິດວ່າຕົວເອງຈະເຮັດໄດ້ບໍ້… ຄວາມສາມາດຈະເຖິງບໍ່… ທັງເປັນຄົນທີ່ຢ້ານຄວາມສູງມາຕັ້ງແຕ່ນ້ອຍໆ ແຕ່ທັງໝົດນີ້ກໍເປັນພຽງຄວາມຄິດແວບທຳອິດແຕ່ມັນບໍ່ສາມາດຈະມາຢຸດ Passion ທີ່ມີຂອງສາວປຸ້ຍໄດ້ເລີຍ ແລະນີ້ເປັນຈຸດເລີ່ມຕົ້ນຂອງການກ້າວສູ່ອາຊີບສາວແອຂອງ ປຸ້ຍ ພິດສາຄອນ

  • ກວ່າຈະມາເປັນສາວແອໄດ້ບໍ່ແມ່ນເລື່ອງງ່າຍເດີ້!!!

ຄົນທີ່ຈະມາເປັນສາວແອໄດ້ບໍ່ແມ່ນເລື່ອງງ່າຍແລະກໍບໍ່ຍາກເກີນຄວາມສາມາດ ໃຜທີ່ມີຄວາມຝັນຢາກຈະເຮັດອາຊີບນີ້ຕ້ອງມີຄວາມມັກແທ້ໆຈຶ່ງຈະເຮັດໄດ້ ກ່ອນທີ່ສາວປຸ້ຍຈະໄດ້ເປັນສາວແອມາຮອດປັດຈຸບັນ ຕ້ອງໄດ້ໃຊ້ການເຝິກຝົນຄວາມຮູ້ທາງດ້ານຂອງພາສາ ເພາະເປັນສິ່ງສຳຄັນອັນດັບຕົ້ນໆໆໃນການສື່ສານ ເຝິກຝົນທາງດ້ານພິບໄຫວຕ້ອງເປັນຄົນທີ່ຮູ້ຈັກແກ້ໄຂບັນຫາສະເພາະໜ້າ ແລະກໍຖືເປັນຂໍ້ດີທີ່ປຸ້ຍເກີດມາເປັນຄົນທີ່ສຸຂະພາບສົມບູນແຂງແຮງ ເພາະສຸຂະພາບເປັນສິ່ງສຳຄັນທີ່ສຸດໃນການເຮັດອາຊີບນີ້ ຄົນທີ່ມີບັນຫາເລື່ອງຫົວໃຈ ຄວາມດັນແມ່ນຈະບໍ່ຜ່ານເກນຂອງການຮັບສະໝັກ ກວ່າທີ່ປຸ້ຍຈະກ້າວເຂົ້າມາເຮັດວຽກໃນສາຍອາຊີບສາວແອກໍໃຊ້ເວລາເປັນປີ ທັງຖືກກວດສອບດ້ານບຸກຂະລິກ ລວງສູງ ສອບຄັດເລືອກ ສອບສຳພາດ ທົດສອບທາງດ້ານພິບໄຫວ ຫຼາຍຕໍ່ຫຼາຍຮອບ ຖ້າຄົນທີ່ບໍ່ມັກແລະຮັກໃນອາຊີບນີ້ແທ້ໆກໍຄົງຈະຍອມແພ້ໄປແລ້ວວວ!!!

 

  • “ຄວາມອົດທົນ” ເທົ່ານັ້ນທີ່ຈະຢູ່ລອດໃນອະຊີບ Airhostess

ນິຍາມຄຳວ່າ Airhostess ເປັນຫຍັງທີ່ຫຼາຍຄົນຄິດວ່າ ຖ້າເຂົ້າໄປເປັນແລ້ວຈະຕ້ອງມີຄວາມເລີດໆໆ ໄດ້ໃສ່ເຄື່ອງແບບງາມໆ… ເສື້ອຜ້າໜ້າຜົມກໍຈັດເຕັມ ຢ່າງລາກກະເປົາລົງຍົນແບບໂກ້ໆ ຢືນຍິ້ມຫວານໆໃຫ້ແກ່ຜູ້ໂດຍສານ… ແຕ່ສິ່ງທີ່ຄົນທົ່ວໄປຍັງບໍ່ເຂົ້າໃຈຢ່າງເລິກເຊິ່ງກໍຄື ວຽກຂອງ ສາວແອ ຈະຕ້ອງມີຄວາມອົດທົນສູງ ຕ້ອງມີວິໄນ ຊ້າພຽງໜຶ່ງວິນາທີກໍບໍ່ໄດ້ ເພາະຕ້ອງໄດ້ເຮັດຕາມກົດລະບຽບຢ່າງເຄັ່ງຄັດຄືກັນກັບສາວ ປຸ້ຍ ທີ່ເຮັດອາຊີບສາວແອມາເປັນເວລາ 6 ປີແລ້ວ ຕໍາແໜ່ງຂອງເພິ່ນໃນປັດຈຸບັນກໍຄື ເພີເຊີ (Purser) ເຊິ່ງເປັນຕຳແໜ່ງສູງສຸດຂອງການເປັນສາວແອເລີຍກໍວ່າໄດ້ ແລະ ບອກເລີຍວ່າກ່ວາທີ່ນາງຈະມາຮອດຈຸດນີ້ໄດ້ຕ້ອງໃຊ້ຄວາມອົດທົນເປັນຢ່າງສູງ ເຝິກຝົນຕົວເອງໃຫ້ ຕື່ນເດິກລຸກເຊົ້າ ເພາະຈະຊ້າພຽງໜຶ່ງວິນາທີແມ່ນບໍ່ໄດ້ ເພາະຈະເປັນແບບຢ່າງບໍ່ດີໃຫ້ແກ່ນ້ອງໆສາວແອ (ວ້າວວວ!!!ຊົມເຊີຍເດີ້)

  • ກຳໄລຂອງສາວແອກໍຄື ເຮັດວຽກໄປນຳທ່ອງທ່ຽວໄປນຳ…

ອາຊີບນີ້ເປັນອາຊີບທີ່ທ້າທາຍ ຈະຕ້ອງໄດ້ບິນຢູ່ເທິງເຮືອບິນ ໃຊ້ເວລາຢູ່ເທິງຍົນຕະຫຼອດເວລາ ແທບຈະບໍ່ໄດ້ພັກ ພໍແຕ່ໄດ້ພັກເວລາກໍບໍ່ຄືກັບໝູ່ຄົນອື່ນ ແລະຕ້ອງສ່ຽງຊີວິດເພາະຈະເກີດຫຍັງຂຶ້ນຕອນໃດກໍບໍ່ຮູ້ ແຕ່ເຖິງຢ່າງໃດກໍຕາມຂໍ້ດີຂອງການເຮັດສາຍອາຊີບນີ້ກໍຄື ເປັນອາຊີບທີ່ມີລາຍໄດ້ດີ ສາມາດເບິ່ງແຍງຄອບຄົວໄດ້ ແຖມໄດ້ເຮັດວຽກທີ່ມັກໄປນຳທ່ອງທ່ຽວໄປນຳ ໄດ້ເຈິສະຖານທີ່ໃໝ່ໆ ຜູ້ຄົນໃໝ່ໆຫຼາກຫຼາຍເຊື້ອຊາດ ໄດ້ແລກປ່ຽນວັດທະນະທໍາ ໄດ້ເຝິກທັກສະໄຫວພິບແກ້ໄຂບັນຫາສະເພາະໜ້າໄປນຳກໍຖືເປັນກຳໄລທີ່ ປຸ້ຍ ໄດ້ຈາກການເຮັດອາຊີບນີ້

  • ຝາກທ້າຍແດ່

“ສຳຄັນເລີຍຖ້າສາວໆຄົນໃດທີ່ຢາກເປັນສາວແອຄືກັບເອື້ອຍປຸ້ຍ ຕ້ອງຄິດກ່ອນເລີຍວ່າມັນເປັນອາຊີບທີ່ຕົວເອງມັກແທ້ໆ ແລະ ຕ້ອງເຮັດຕາມຄວາມຝັນຂອງຕົວເອງໃຫ້ໄດ້ ຄືກັບເອື້ອຍເນາະແຕ່ກີ້ເອື້ອຍກໍມີແຕ່ຝັນຕັ້ງແຕ່ຕອນນ້ອຍໆກໍບໍ່ຄິດວ່າຕົວເອງຈະໄດ້ມາເປັນ ກໍຍ້ອນເອື້ອຍມີຄວາມພະຍາຍາມ ແລະສິ່ງທີ່ຄວນເຮັດກໍຕ້ອງຮຽນພາສາອັງກິດ ເຝິກທັກສະໃຫ້ເກັ່ງ ຮຽນລອຍນໍ້າ ເບິ່ງແຍງຕົວເອງດ້ານສຸຂະພາບຮ່າງກາຍ ໜ້າຕາ ແລະຜິວພັນ ມັນກໍສຳຄັນເພາະຜູ້ໂດຍສານເພິ່ນຂຶ້ນຍົນມາກໍຕ້ອງເບິ່ງໜ້າຕາເຮົາເປັນອັນດັບທຳອິດ”

FB: Pouy Psv Phomsavanh

ແບ່ງປັນ