Breaking News

ດວງປະຈຳວັນ ພຸດ ວັນທີ 2 ພຶດສະພາ 2018.

ແບ່ງປັນ
  • ວັນອາທິດ

ດ້ານວຽກງານໃນມື້ນີ້ຫຍຸ້ງຍາກລຳບາກໃຈກັບເພື່ອນຮ່ວມງານ, ຈະມີໂຊກດີໄດ້ສິ່ງຂອງທີ່ຖືກໃຈຈາກເພດກົງກັນຂ້າມ, ດ້ານຄວາມຮັກຍັງຄິດແຕ່ເລື່ອງເກົ່າໆ ແລະ ນ້ອຍໃຈໄປເອງ.

  • ວັນຈັນ

ດ້ານວຽກງານໃນມື້ນີ້ທຸກເລື່ອງທີ່ເຄີຍມີບັນຫາ ຈະດີຂຶ້ນ ເຈລະຈາເລື່ອງວຽກກໍ່ຜ່ານໄປໄດ້ດ້ວຍດີ, ດ້ານການເງິນຍັງຢູ່ໃນເກນທີ່ດີ ມີລາຍໄດ້ເຂົ້າມາເລື້ອຍໆ, ດ້ານຄວາມຮັກຍັງຄົງຫວານ ແລະ ເຂົ້າໃຈກັນດີ.

  • ວັນອັງຄານ

ດ້ານວຽກງານໃນມື້ນີ້ຕ້ອງມີສະຕິ ເພາະຈະມີເລື່ອງເຂົ້າມາໃຫ້ເຈັບຫົວກັນເລື້ອຍໆ, ດ້ານການເງິນເຮັດວຽກຫຼາຍຈົນບໍ່ມີເວລາໃຊ້ຈ່າຍເງິນ ຍັງພໍມີເງິນເກັບຢູ່ໃນຊ່ວງນີ້, ດ້ານຄວາມຮັກຕ້ອງມີຄວາມໜັກແໜ້ນແດ່ ຢ່າຫູເບົາ.

  • ວັນພຸດ

ດ້ານວຽກງານໃນມື້ນີ້ຍາກທີ່ຈະເຂົ້າໃຈ ເພາະສະມາທິບໍ່ຢູ່ກັບຕົວ, ດ້ານການເງິນມີລາຍຈ່າຍຫຼາຍແຕ່ລາຍໄດ້ຍັງເທົ່າເກົ່າ, ດ້ານຄວາມຮັກຖ້າມັກຮັກໃຜລຸຍໂລດ ສົມໃຈແນ່ນອນ.

  • ວັນພະຫັດ

ດ້ານວຽກງານບໍ່ຄືບໜ້າເທົ່າທີ່ຄວນ ຢູ່ໃນເກນຢູ່ຕົວ, ດ້ານການເງິນຍັງຕ້ອງຊອກຊ່ອງທາງໃໝ່ໆ ເພື່ອໃຫ້ມີລາຍໄດ້ເສີມ, ດ້ານຄວາມຮັກຢ່າເປັນຄົນທີ່ເອົາແຕ່ໃຈເກີນເຫດ ອາດເຮັດໃຫ້ຄົນຮັກເບື່ອໜ່າຍ.

  • ວັນສຸກ

ດ້ານວຽກງານຈະມີເລື່ອງເຮັດໃຫ້ສະເທືອນໃຈ ແຕ່ບໍ່ມີຫຍັງຮ້າຍແຮງ, ດ້ານການເງິນມີລາຍໄດ້ເຂົ້າມາເລື້ອຍໆ, ດ້ານຄວາມຮັກຈະແອບຮັກຄົນໃກ້ຕົວ ແຕ່ເົຂາມີເຈົ້າຂອງແລ້ວ.

  • ວັນເສົາ

ດ້ານວຽກງານບໍ່ມີຫຍັງໜ້າຫ່ວງ ເພື່ອນຮ່ວມງານຊ່ວງນີ້ກໍ່ດີກັບເຮົາເປັນພິເສດ, ດ້ານການເງິນມີລາຍໄດ້ທີ່ຄົງທີ່ ຄວນຊອກຫາລາຍໄດ້ເສີມກໍ່ເປັນການດີ, ດ້ານຄວາມຮັກມີສະເໜ່ດຶງດູດສຸດໆຊ່ວງນີ້ ໃຜເຫັນກໍ່ຢາກເວົ້າຢາກລົມ.

ແບ່ງປັນ