Breaking News

ບິໂບ່ ດວງພະໄທ ນາງສາວລາວ 2017 ຮ່ວມເປີດໂຕສະປາລະດັບຫຼູຫຼາ “Senses Day Spa Vientiane” ທີ່ ໂຮງແຮມ ຄຣາວ ພລາຊ່າ

ແບ່ງປັນ

ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ໄດ້ເປີດຕົວ ສະປາ ແຫ່ງໃໝ່ ເຊັນເຊັສ ເດ ສະປາ ວຽງຈັນ (Senses Day Spa Vientiane) 

ນະຄອນຫຼວງວຽງຈັນ, ປະເທດລາວ, ວັນທີ 2 ພຶດສະພາ 2018 ໂຮງແຮມ ຄວາວ ພລ່າຊ່າ ວຽງຈັນ ໄດ້ ເປີດຕົວສະປາ ລະດັບຫຼູທີ່ດີທີ່ສຸດໃນເມືອງ ເພື່ອເປັນຕົວເລືອກສຳລັບແຂກທີ່ຕ້ອງການບຳບັດ ແລະ ຜ່ອນຄາຍດ້ວຍວິທີທຳມະຊາດ. ທ່ານ ອໍລິເວີ້ ຣອນ ຜູ້ຈັດການໃຫ່ຍຂອງ ໂຮງແຮມ ຄວາວ ພລ່າຊ່າ ວຽງຈັນ ແລະ ນາງສາວລາວ 2017 ນາງ ດວງພະໄທ ເມກສີທອງ ໄດ້ໃຫ້ກຽດຕັດໂບເພື່ອເປີດໂຕຢ່າງເປັນທາງການ, ເຊັນເຊັສ ເດ ສະປາ ວຽງຈັນ ໂດຍ Ytsara ຕັ້ງຢູ່ເທິງຊັ້ນ 3 ຂອງໂຮງແຮມຫ້າດາວທີ່ມີຊື່ສຽງ ທີ່ມີຄວາມປະສົງຈະມອບປະສົບການທີ່ດີທີ່ສຸດທາງດ້ານການບໍລິການດ້ານ ສະປາ ທີ່ປະສົມປະສານການເບິ່ງແຍງຮັກສາສຸຂະພາບແບບດັ້ງເດີມແທ້ໆ ດ້ວຍທຳມະຊາດ.

ແບຣນສະປາທີ່ຫຼູຫຼາ ພຽບພ້ອມດ້ວຍການຕົກແຕ່ງທີ່ໂດດເດັ່ນລໍ້າສະໄໝ, “ເຊັນເຊັສ ເດ ສະປາ ວຽງຈັນ ໂດຍ Ytsara ເປັນສະຫວັນຂອງຄວາມງຽບສະຫງົບໃນການເບິ່ງແຍງສຸຂະພາບ ທີ່ປະສົມປະສານຢ່າງລົງຕົວລະຫວ່າງການບຳບັດຮັກສາ ແລະ ຜ່ອນຄາຍດ້ວຍວິທີພື້ນເມືອງແບບທຳມະຊາດຢ່າງແທ້ຈິງ”

ທຣີດເມັ້ນແຕ່ລະຄອດໄດ້ຖືກຄິດຄົ້ນມາຢ່າງພິຖີພິຖັນເພື່ອຈະສາມາດບັນເທົາຄວາມຄິດ ແລະ ຜ່ອນຄາຍຮ່າງກາຍໃຫ້ມີຄວາມສົມດຸນ, ບໍ່ວ່າຈະເປັນການເດີນທາງເພື່ອວຽກງານທຸລະກິດ ຫຼື ການທ່ອງທ່ຽວ, ສຳພັດທີ່ແສນພິເສດນີ້ ຄືສິ່ງທີ່ຈະປ່ຽນແປງການເດີນທາງທີ່ແສນທຳມະດາຂອງທ່ານ ໃຫ້ເປັນການເດີນທາງທີ່ດີເລີດ ໜ້າຈົດຈຳ.

ເຊັນເຊັສ ເດ ສະປາ ວຽງຈັນ ໂດຍ Ytsara ໃຫ້ບໍລິການນວດສະປາຫຼາກຫຼາຍລາຍການ ນັບຕັ້ງແຕ່ການທຣີດເມັ້ນໂຕເຕັມຮູບແບບ ທີ່ເນັ້ນຄວາມເປັນສ່ວນຕົວ ແລະ ຄວາມງຽບສະຫງົບໃຫ້ແກ່ລູກຄ້າເປັນຫຼັກ, ທຣີດເມັ້ນນວດສະຫຼາຍໄຂມັນ, ທຣີດເມັ້ນຜິວໜ້າເພື່ອຕ້ານຮີ້ວຮອຍ, ສະປາເພື່ອຜິວໃສມີຊີວີດຊີວາ, ນວດສະປາຕີນເພື່ອຮັກສາປາຍປະສາດ ແລະ ການໝູນວຽນຂອງເລືອດ. ດ້ວຍຄວາມຫຼາກຫຼາຍຂອງທຣີດເມັ້ນ ແລະ ຄວາມຊ່ຽວຊານດ້ານພະນັກງານທີ່ມີປະສົບການ, ສະປາຂອງພວກເຮົາຈຶ່ງມີຄວາມເຊື່ອໝັ້ນເປັນຢ່າງຍິ່ງທີ່ຈະມອບປະສົບການທີ່ດີ ເກີນຄວາມຄາດຫວັງໃຫ້ແກ່ລູກຄ້າທຸກໆທ່ານ.

ສະປາ ມີຫ້ອງທຣີດເມັ້ນ 5 ຫ້ອງ, ສະຖານທີ່ສະປາເລັບມື ແລະ ເລັບຕີນ ທີ່ໄດ້ຮັບການຕົກແຕ່ງທີ່ສວຍງາມ ເຊິ່ງໄດ້ຮັບແຮງບັນດານໃຈຈາກທຳມະຊາດ ເພື່ອສ້າງຄວາມຮູ້ສຶກອົບອຸ່ນ ແລະ ປະທັບໃຈຕັ້ງແຕ່ກ້າວທຳອິດທີ່ໄປໃຊ້ບໍລິການ, ແນວຄິດຫຼັກຂອງ ເຊັນເຊັສ ເດ ສະປາ ວຽງຈັນ ໄດ້ແຮງບັນດານໃຈມາຈາກ ສະຫວັນແຫ່ງຄວາມສຸກສະບາຍ ແລະ ຫຼີກໜີຄວາມວຸ້ນວາຍຈາກຊີວິດປະຈຳວັນ ເພື່ອຟື້ນຟູຄວາມສົດຊື່ນໃຫ້ແກ່ຮ່າງກາຍ ແລະ ຈິດວິນຍານ.

ສຳລັບຂໍມູນເພີ່ມເຕີມໂທ: http://vientiane.crowneplaza.com/senses-spa ,Telephone: +85621908888

ແບ່ງປັນ