Breaking News

Entertainment Lao

ທຽບກັນເລີຍ! MISS UNIVERSE 8 ປະເທດອາຊຽນ… ໃຜເລີດກວ່າໃຜ???

ທຽບກັນເລີຍ! MISS UNIVERSE 8 ປະເທດອາຊຽນ… ໃຜເລີດກວ່າໃຜ??? ຜ່ານໄປແລ້ວສໍາລັບການປະກວດ Miss Universe ຂອງແຕ່ລະປະເທດ ເພື່ອຄັດເລືອກເອົາຕົວແທນຂອງປະເທດໃຜລາວໄປແຂ່ງຂັນໃນເວທີລະດັບສາກົນ… ສໍາລັບປະເທດລາວເຮົາກະໄດ້ສາວງາມຄື ນ້ອງ ເມ ວິຈິດຕາ ພອນວິໄລ ສາວແຂວງບໍລິຄໍາໄຊ ໄປເປັນຕົວແທນໃນການແຂ່ງຂັນລະດັບຊາດ ເພື່ອໄປເຜີຍແຜ່ ແລະ ເອກອ້າງຄວາມເປັນລາວໃຫ້ກັບຕ່າງຊາດ ກໍຄືສາກົນໄດ້ຮັບຮູ້!!! ຈັ່ງໃດແອັດ ແລະ ຄົນລາວທຸກຄົນກໍເຊຍ ນ້ອງ ເມ ວິຈິດຕາ ຢ່າງສຸດໃຈຢູ່ເດີ່, ແຕ່ງານນີ້ກະຄືທີ່ຮູ້ກັນດີວ່າເວທີ Miss Universe ນັ້ນເປັນການແຂ່ງຂັນລະດັບສາກົນ ສະນັ້ນ ແນ່ນອນວ່າ ຕ້ອງມີຫຼາຍປະເທດເຂົ້າຮ່ວມແຂ່ງຂັນ ແລະ ແຕ່ລະປະເທດກໍເລືອກເອົາຄົນທີ່ທັງງາມ, ເກັ່ງ ແລະ ມີຄວາມສາມາດໄປເປັນຕົວແທນເພື່ອເປັນໜ້າຕາໃຫ້ກັບປະເທດຢູ່ແລ້ວ. ມື້ນີ້ແອັດເລີຍນໍາເອົາສາວງາມຈາກ 8 ປະເທດໃນອາຊຽນມາໃຫ້ທຸກຄົນໄດ້ເບິ່ງນໍາກັນວ່າ ງານນີ້ ນ້ອງເມ ຂອງເຮົາຈະທຽບເຂົາໄດ້ ຫຼືບໍ່? ມາເບິ່ງເລີຍ!!! Miss …

Read More »

ຄວາມໝາຍທີ່ແທ້ຈິງຂອງ ມຸງກຸດ MISS TEEN LAOS 2019… “ດວງດາວແຫ່ງຍຸກສະໄໝ”

ຄວາມໝາຍທີ່ແທ້ຈິງຂອງ ມຸງກຸດ MISS TEEN LAOS 2019… ເຊື່ອວ່າຫຼາຍຄົນຄົງຈະຕິດຕາມ ລຸ້ນຢ່າງໃຈຈົດຈໍ່ ສໍາລັບການປະກວດ MISS TEEN LAOS 2019 ວ່າສາວງາມຄົນໃດຈະໄດ້ຮັບຕໍາແໜ່ງໄປໃນປີນີ້!!! ແຕ່ກ່ອນທີ່ຈະຮູ້ຜົນວ່າສາວງາມຄົນນັ້ນຈະແມ່ນໃຜນັ້ນ ຂວັນໃຈ ຢາກຈະນໍາສະເໜີໄຮໄລ້ຈັກເລັກໜ້ອຍໃຫ້ທຸກຄົນໄດ້ຮູ້ຈັກເຖິງ ຄວາມໝາຍຂອງມຸງກຸດອັນຊົງກຽດ ທີ່ສາວງາມຜູ້ໄດ້ຮັບຕໍາແໜ່ງ MISS TEEN LAOS ຈະໄດ້ຮັບໄປໃນປີນີ້ ວ່າຄວາມໝາຍທີ່ແທ້ຈິງແລ້ວມັນແມ່ນຫຍັງ? ເຊິ່ງກໍໄດ້ມີງານເປີດຕົວໄປເປັນທີ່ຮຽບຮ້ອຍແລ້ວສໍາລັບມຸງກຸດດັ່ງກ່າວ ພ້ອມກັບຄວາມໝາຍຂອງມຸງກຸດອັນຊົງກຽດໃນປີນີ້ແມ່ນ ມີຄວາມໝາຍວ່າ  “ດວງດາວແຫ່ງຍຸກສະໄໝ” ໂດຍມີມີຄວາມໝາຍລະອຽດດັ່ງນີ້: 1. ດວງດາວ ໝາຍເຖິງ: ທຸກຄົນທີ່ມີພາລະໜ້າທີ່ ແລະ ຕຳແໜ່ງ ຈະຕ້ອງມີການຕິດດາວ ຄືກັບພັກ-ລັດ ຂອງພວກເຮົາກໍມີການຕິດດາວ ປຽບດັ່ງຜູ້ຄອບຄອງມຸງກຸດທີ່ມີໜ້າທີ່ ທີ່ຕ້ອງປະຕິບັດ ນັ້ນກໍຄື “ດວງດາວແຫ່ງຍຸກສະໄໝ” ເຊິ່ງ Miss Teen Laos ມີໜ້າທີ່ກ່ຽວກັບການສຶກສາ, ກ່ຽວກັບເລື່ອງຂອງການຕໍ່ຕ້ານຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ເມື່ອໃດທີ່ສາວງາມໄດ້ສວມໃສ່ …

Read More »

ຮັກໃຜ? ມັກໃຜ? ໂຫວດເລີຍ 20 ນາງສາວຈຳປາລາວ 2019

VOTE NOW! ຮັກໃຜເຊຍໃຜ ໂຫວດເລີຍຈະ!✨ ?1 ສາວງາມເທົ່ານັ້ນ ທີ່ຈະໄດ້ເປັນ “ນາງງາມຂວັນໃຈມະຫາຊົນ” ໂດຍ ນ້ຳຫອມ MK & Darling Perfume Laos Miss Popular Vote ແລະ ຈະໄດ້ຜ່ານເຂົ້າຮອບ 11 ຄົນສຸດທ້າຍ ແບບອັດຕະໂນມັດ, ປິດໂຫວດ 10 ນາທີ ກ່ອນການປະກາດຜົນ 11 ຄົນສຸດທ້າຍໃນມື້ຕັດສິນ ໃນວັນອາທິດທີ 8 ກັນຍາ 2019 ເວລາ 15 ໂມງ ທີ່ສູນການຄ້າລາວໄອເຕັກ ຕຶກເກົ່າ? ໂດຍການກົດໄລ້ ແລະ ແຊ! ຕາມລິ້ງລຸ່ມນີ້ເລີຍ, ✨VOTE NOW! ຮັກໃຜເຊຍໃຜ ໂຫວດເລີຍຈະ!✨…….?1ສາວງາມເທົ່ານັ້ນ ທີ່ຈະໄດ້ເປັນ "ນາງງາມຂວັນໃຈມະຫາຊົນ" ໂດຍ ນ້ຳຫອມ MK & Darling… …

Read More »

ມາຮຸ້ຈັກ!! ວິຈິດຕາ ພອນວິໄລ ສາວປາກຊັນ Miss Universe Laos 2019

ໃນຄໍ່າຄືນຂອງວັນທີ 24 ສິງຫາ 2019 ທີ່ຜ່ານມາ, ເປັນມື້ທີຫຼາຍຄົນຄອງຄອຍ ແລະ ຕິດຕາມເຊຍສາວງາມ 30 ຄົນທີ່ເຂົ້າຮ່ວມປະກວດໃນເວທີ Miss Universe Laos 2019 ແລະ ຜົນຂອງການຕັດສິນ ກໍຄື ໝາຍເລກ MUL 29 ນາງສາວ ວິຈິດຕາ ພອນວິໄລ (ເມ) ອາຍຸ 23 ປີ ສູງ 176 ຊັງຕີແມັດ ສາວງາມທີ່ມີຄວາມໂດດເດັ່ນທັງຮູບຮ່າງ ໜ້າຕາອິນເຕີ້ໆແນ່ ແຕ່ເປັນລາວຮ້ອຍສ່ວນຮ້ອຍຄົນນີ້ເປັນຜູ້ທີ່ມີຄຸນສົມບັດຫຼາຍທີ່ສຸດ ບໍ່ວ່າຈະເປັນຄວາມຮູ້ຄວາມສາມາດ, ພິບໄຫວໃນການຕອບຄຳຖາມ ແລະ ເວົ້າພາສາອັງກິດໄດ້ຢ່າງຄ່ອງແຄ່ວ  ໄດ້ຄອງມຸງກຸດ Miss Universe Laos ປະຈຳປີນີ້ໄປ ແລະ ເມ ຍັງເປັນໜຶ່ງໃນຜູ້ເຂົ້າປະກວດທີ່ໄດ້ຮັບແຮງເຊຍຈາກແຟນໆຫຼາຍຄົນທີ່ຕິດຕາມເປັນຈຳນວນຫຼາຍທີ່ຢາກໃຫ້ມົງລົງ ເຊິ່ງກໍເປັນໄປຕາມຄາດ. ສາວເມ ວິຈິດຕາ ພື້ນຖານພໍ່ແມ່ ແລະ ເກີດຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ …

Read More »

ຄະແນນ 10/10 ໄປເລີຍ!!! ຄວາມງາມຂອງສາວ ຄຣິສຕີນ່າ ລາດສະສິມມາ Miss Laos 2012… ເບິ່ງຈັກເທື່ອ ມົງກໍຍັງລົງ!

ຖືວ່າເປັນນາງງາມອີກຄົນໜຶ່ງທີ່ເປັນດາວປະດັບວົງການບັນເທິງລາວມາດົນນາ່ນ ແລະ ບໍ່ເຄີຍມີຂ່າວເສຍຫາຍໃດໆເລີຍ ສໍາລັບສາວງາມຄົນນີ້ ຄຣິສຕີນ່າ ລາດສະສິມມາ Miss Laos 2012 ຈາກມື້ທີ່ໄດ້ຮັບຕໍາແໜ່ງມາຮອດປັດຈຸບັນນີ້ກໍເປັນເວລາ 7 ປີແລ້ວ ແຕ່ຄວາມງາມຂອງຄຣິສຕີນ່ານັ້ນ ນັບມື້ນັບເພີ່ມຂຶ້ນຄືກັບຄວາມສາມາດຂອງນາງເລີຍ… ນອກຈາກຄວາມສາມາດໃນການເຮັດວຽກໃນວົງການບັນເທີງແລ້ວ ວຽກງານຊ່ວຍເຫຼືອສັງຄົມ ນາງກໍມີສ່ວນຮ່ວມເກືອບຈະທຸກງານເລີຍແຫຼະ! ເພາະໄລຍະນີ້ທາງວາລະສານຂວັນໃຈກໍາລັງຈັດກິດຈະກໍາລົນນນະລົງຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເພື່ອຕ້ອນຮັບ 16 ວັນຕໍ່ຕ້ານການໃຊ້ຄວາມຮຸນແຮງສາກົນ Run for Her ຄຣິສຕີນ່າ ກໍບໍ່ພາດທີ່ຈະເຂົ້າມາຮ່ວມເປັນສ່ວນໜຶ່ງ ແລະ້ໄດ້ມາລົງທະບຽນເປັນທີ່ຮຽບຮ້ອຍແລ້ວ ເພື່ອເປັນຕົວຢ່າງໃຫ້ກັບສັງຄົມ ແລະ ເຊີນຊວນໃຫ້ທຸກຄົນ ພ້ອມດ້ວຍແຟນຄຣັບ ມາຮ່ວມໃນງານດັ່ງກ່າວ. ເຊິ່ງງານດັ່ງກ່າວແມ່ນຈະຈັດຂຶ້ນໃນວັນທີ 27 ຕຸລາ 2019 ນີ້ ແລະ ປັດຈຸບັນກໍເປີດໃຫ້ລົງທະບຽນທຸກມື້. ຕິດຕາມໄດ້ທາງເພຈ Run for Her. #ຢ່າລືມມາຮ່ວມນໍາກັນຫຼາຍໆເດີ່!!! ໂອ່ຍ!!!​ ທັງງາມ, ທັງເກັ່ງ ແລະ ໃຈດີຂະໜາດນີ້ ຖ້າໃຫ້ຄະແນນເຕັມ …

Read More »