Breaking News

ມາຮຸ້ຈັກ!! ວິຈິດຕາ ພອນວິໄລ ສາວປາກຊັນ Miss Universe Laos 2019

ແບ່ງປັນ

ໃນຄໍ່າຄືນຂອງວັນທີ 24 ສິງຫາ 2019 ທີ່ຜ່ານມາ, ເປັນມື້ທີຫຼາຍຄົນຄອງຄອຍ ແລະ ຕິດຕາມເຊຍສາວງາມ 30 ຄົນທີ່ເຂົ້າຮ່ວມປະກວດໃນເວທີ Miss Universe Laos 2019 ແລະ ຜົນຂອງການຕັດສິນ ກໍຄື ໝາຍເລກ MUL 29 ນາງສາວ ວິຈິດຕາ ພອນວິໄລ (ເມ) ອາຍຸ 23 ປີ ສູງ 176 ຊັງຕີແມັດ ສາວງາມທີ່ມີຄວາມໂດດເດັ່ນທັງຮູບຮ່າງ ໜ້າຕາອິນເຕີ້ໆແນ່ ແຕ່ເປັນລາວຮ້ອຍສ່ວນຮ້ອຍຄົນນີ້ເປັນຜູ້ທີ່ມີຄຸນສົມບັດຫຼາຍທີ່ສຸດ ບໍ່ວ່າຈະເປັນຄວາມຮູ້ຄວາມສາມາດ, ພິບໄຫວໃນການຕອບຄຳຖາມ ແລະ ເວົ້າພາສາອັງກິດໄດ້ຢ່າງຄ່ອງແຄ່ວ  ໄດ້ຄອງມຸງກຸດ Miss Universe Laos ປະຈຳປີນີ້ໄປ ແລະ ເມ ຍັງເປັນໜຶ່ງໃນຜູ້ເຂົ້າປະກວດທີ່ໄດ້ຮັບແຮງເຊຍຈາກແຟນໆຫຼາຍຄົນທີ່ຕິດຕາມເປັນຈຳນວນຫຼາຍທີ່ຢາກໃຫ້ມົງລົງ ເຊິ່ງກໍເປັນໄປຕາມຄາດ.

ສາວເມ ວິຈິດຕາ ພື້ນຖານພໍ່ແມ່ ແລະ ເກີດຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ເຂົ້າມາມີບົດບາດໃນດ້ານນາງແບບຈາກເວທີປະກວດ ລາວຊຸບເປີໂມເດວ 2016 ແລະ ກໍໄດ້ຮັບຕໍາແໜ່ງເປັນຜູ້ຊະນະເລີດໃນເວທີດັ່ງກ່າວນັ້ນໄປຄອງ.

ປັດຈຸບັນ, ເມ ໄດ້ຈົບການສຶກສາປະລິນຍາຕີ ທີ່ຄະນະສະຖາປັດຕະຍາກຳສາດ ມະຫາວິທະຍາໄລແຫ່ງຊາດແລ້ວ ແລະ ກຳລັງໄປສຶກສາຕໍ່ປະລິນຍາໂທ ທີ່ປະເທດອັງກິດ ໃນປີນີ້.

ຫຼັງຈາກນີ້ ເມ ກໍຈະໄດ້ກຽມຄວາມພ້ອມ  ເພື່ອຮ່ວມປະກວດລະດັບໂລກກັບສາວງາມຈາກທົ່ວໂລກເກືອບ 100 ປະເທດໃນ Miss Universe 2019 ເຊິ່ງຕອນນີ້ຍັງບໍ່ທັນມີການເປີດເຜີຍກຳນົດເວລາ ແລະ ສະຖານທີ່ຈັດປະກວດເທື່ອ.

ຮູບພາບ : FB: Miss Universe Laos ມີສຢູນີເວີຣສ ລາວ, FB: Vichitta Phonevilay 

ແບ່ງປັນ