Breaking News

ຄະແນນ 10/10 ໄປເລີຍ!!! ຄວາມງາມຂອງສາວ ຄຣິສຕີນ່າ ລາດສະສິມມາ Miss Laos 2012… ເບິ່ງຈັກເທື່ອ ມົງກໍຍັງລົງ!

ແບ່ງປັນ

ຖືວ່າເປັນນາງງາມອີກຄົນໜຶ່ງທີ່ເປັນດາວປະດັບວົງການບັນເທິງລາວມາດົນນາ່ນ ແລະ ບໍ່ເຄີຍມີຂ່າວເສຍຫາຍໃດໆເລີຍ ສໍາລັບສາວງາມຄົນນີ້ ຄຣິສຕີນ່າ ລາດສະສິມມາ Miss Laos 2012 ຈາກມື້ທີ່ໄດ້ຮັບຕໍາແໜ່ງມາຮອດປັດຈຸບັນນີ້ກໍເປັນເວລາ 7 ປີແລ້ວ ແຕ່ຄວາມງາມຂອງຄຣິສຕີນ່ານັ້ນ ນັບມື້ນັບເພີ່ມຂຶ້ນຄືກັບຄວາມສາມາດຂອງນາງເລີຍ… ນອກຈາກຄວາມສາມາດໃນການເຮັດວຽກໃນວົງການບັນເທີງແລ້ວ ວຽກງານຊ່ວຍເຫຼືອສັງຄົມ ນາງກໍມີສ່ວນຮ່ວມເກືອບຈະທຸກງານເລີຍແຫຼະ!

ເພາະໄລຍະນີ້ທາງວາລະສານຂວັນໃຈກໍາລັງຈັດກິດຈະກໍາລົນນນະລົງຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເພື່ອຕ້ອນຮັບ 16 ວັນຕໍ່ຕ້ານການໃຊ້ຄວາມຮຸນແຮງສາກົນ Run for Her ຄຣິສຕີນ່າ ກໍບໍ່ພາດທີ່ຈະເຂົ້າມາຮ່ວມເປັນສ່ວນໜຶ່ງ ແລະ້ໄດ້ມາລົງທະບຽນເປັນທີ່ຮຽບຮ້ອຍແລ້ວ ເພື່ອເປັນຕົວຢ່າງໃຫ້ກັບສັງຄົມ ແລະ ເຊີນຊວນໃຫ້ທຸກຄົນ ພ້ອມດ້ວຍແຟນຄຣັບ ມາຮ່ວມໃນງານດັ່ງກ່າວ. ເຊິ່ງງານດັ່ງກ່າວແມ່ນຈະຈັດຂຶ້ນໃນວັນທີ 27 ຕຸລາ 2019 ນີ້ ແລະ ປັດຈຸບັນກໍເປີດໃຫ້ລົງທະບຽນທຸກມື້. ຕິດຕາມໄດ້ທາງເພຈ Run for Her. #ຢ່າລືມມາຮ່ວມນໍາກັນຫຼາຍໆເດີ່!!!

ໂອ່ຍ!!!​ ທັງງາມ, ທັງເກັ່ງ ແລະ ໃຈດີຂະໜາດນີ້ ຖ້າໃຫ້ຄະແນນເຕັມ 10 ບັນດາແຟນໆຈະໃຫ້ທໍ່ໃດ? ແຕ່ສໍາລັບແອັດແລ້ວ ເວົ້າເລື່ອງຄວາມງາມຂອງນາງເຕັມ 10 ແອັດກໍຈະໃຫ້ 10 ຢູ່ແລ້ວ ແຖມຄວາມສາມາດ ແລະ ການວາງຕົວດີ ບໍ່ມີຂ່າວເສຍຫາຍ ເສື່ອມເສຍຫຍັງອີກ ແອັດຢາກຈະເພີ່ມເປັນ 20/10, ແຖມຄວາມບຸນໃຈດີເຂົ້າມາອີກແອັດນີ້ໃຫ້ເປັນ 30/10 ໄປເລີຍຈ່າ…

ໃຜບໍ່ເຊື່ອກໍມາເບິ່ງນໍາກັນເລີຍ!!!

ຮູບພາບ: F.B christina lasasimma (christina las)

ແບ່ງປັນ