Breaking News

ທຽບກັນເລີຍ! MISS UNIVERSE 8 ປະເທດອາຊຽນ… ໃຜເລີດກວ່າໃຜ???

ແບ່ງປັນ

ທຽບກັນເລີຍ! MISS UNIVERSE 8 ປະເທດອາຊຽນ… ໃຜເລີດກວ່າໃຜ???

ຜ່ານໄປແລ້ວສໍາລັບການປະກວດ Miss Universe ຂອງແຕ່ລະປະເທດ ເພື່ອຄັດເລືອກເອົາຕົວແທນຂອງປະເທດໃຜລາວໄປແຂ່ງຂັນໃນເວທີລະດັບສາກົນ… ສໍາລັບປະເທດລາວເຮົາກະໄດ້ສາວງາມຄື ນ້ອງ ເມ ວິຈິດຕາ ພອນວິໄລ ສາວແຂວງບໍລິຄໍາໄຊ ໄປເປັນຕົວແທນໃນການແຂ່ງຂັນລະດັບຊາດ ເພື່ອໄປເຜີຍແຜ່ ແລະ ເອກອ້າງຄວາມເປັນລາວໃຫ້ກັບຕ່າງຊາດ ກໍຄືສາກົນໄດ້ຮັບຮູ້!!! ຈັ່ງໃດແອັດ ແລະ ຄົນລາວທຸກຄົນກໍເຊຍ ນ້ອງ ເມ ວິຈິດຕາ ຢ່າງສຸດໃຈຢູ່ເດີ່, ແຕ່ງານນີ້ກະຄືທີ່ຮູ້ກັນດີວ່າເວທີ Miss Universe ນັ້ນເປັນການແຂ່ງຂັນລະດັບສາກົນ ສະນັ້ນ ແນ່ນອນວ່າ ຕ້ອງມີຫຼາຍປະເທດເຂົ້າຮ່ວມແຂ່ງຂັນ ແລະ ແຕ່ລະປະເທດກໍເລືອກເອົາຄົນທີ່ທັງງາມ, ເກັ່ງ ແລະ ມີຄວາມສາມາດໄປເປັນຕົວແທນເພື່ອເປັນໜ້າຕາໃຫ້ກັບປະເທດຢູ່ແລ້ວ. ມື້ນີ້ແອັດເລີຍນໍາເອົາສາວງາມຈາກ 8 ປະເທດໃນອາຊຽນມາໃຫ້ທຸກຄົນໄດ້ເບິ່ງນໍາກັນວ່າ ງານນີ້ ນ້ອງເມ ຂອງເຮົາຈະທຽບເຂົາໄດ້ ຫຼືບໍ່? ມາເບິ່ງເລີຍ!!!

Miss Universe Laos: Miss Vichatta PHONVILAI ອາຍຸ 23 ປີ, ສ່ວນສູງ 1.76 Cm

Miss Universe Thailand: Miss Paweensuda DROUIN ອາຍຸ 25 ປີ, ສ່ວນສູງ 1.81 Cm

Miss Universe Vietnam: Miss Hoang THUY ອາຍຸ 27 ປີ, ສ່ວນສູງ 1.79 Cm

Miss Universe Cambodia: Miss Somnang ALYNA ອາຍຸ 19 ປີ, ສ່ວນສູງ 1.70 Cm

Miss Universe Myanmar: Miss Swe zin HTET ອາຍຸ 21 ປີ, ສ່ວນສູງ 1.78 Cm

Miss Universe Indonesia: Miss Frederika ALEXIS CULL ອາຍຸ 19 ປີ, ສ່ວນສູງ 1.70 Cm

Miss Universe Malaysia: Miss Shweta SEKHON ອາຍຸ 21 ປີ, ສ່ວນສູງ 1.72 Cm

Miss Universe Philippines: Miss Gazini GANADOS ອາຍຸ 23 ປີ, ສ່ວນສູງ 1.74 Cm

ເປັນແນວໃດທຸກຄົນສາວງາມທັງ 8 ສາວ ຕົວແທນຈາພ 8 ປະເທດໃນອາຊຽນ ມັກໃຜເປັນພິເສດກັນ ຫຼືບໍ່? ແຕ່ເຖິງຈະມັກໃຜ ແຕ່ເຊື່ອວ່າໃນໃຈຕ້ອງເຊຍລາວຄືກັນກັບແອັດຢູ່ແລ້ວແມ່ນບໍ່ທຸກຄົນ!!! ຈັ່ງໃດ ຂວັນໃຈ ກະຂໍເປັນກໍາລັງໃຈອີກໜຶ່ງທາງໃຫ້ກັບ ນ້ອງເມ ຢ່າງສຸດໃຈເດີ່!!! ສູ້ໆໆໆໆ

 

 

ແບ່ງປັນ