Breaking News

ຄວາມໝາຍທີ່ແທ້ຈິງຂອງ ມຸງກຸດ MISS TEEN LAOS 2019… “ດວງດາວແຫ່ງຍຸກສະໄໝ”

ແບ່ງປັນ

ຄວາມໝາຍທີ່ແທ້ຈິງຂອງ ມຸງກຸດ MISS TEEN LAOS 2019…

ເຊື່ອວ່າຫຼາຍຄົນຄົງຈະຕິດຕາມ ລຸ້ນຢ່າງໃຈຈົດຈໍ່ ສໍາລັບການປະກວດ MISS TEEN LAOS 2019 ວ່າສາວງາມຄົນໃດຈະໄດ້ຮັບຕໍາແໜ່ງໄປໃນປີນີ້!!! ແຕ່ກ່ອນທີ່ຈະຮູ້ຜົນວ່າສາວງາມຄົນນັ້ນຈະແມ່ນໃຜນັ້ນ ຂວັນໃຈ ຢາກຈະນໍາສະເໜີໄຮໄລ້ຈັກເລັກໜ້ອຍໃຫ້ທຸກຄົນໄດ້ຮູ້ຈັກເຖິງ ຄວາມໝາຍຂອງມຸງກຸດອັນຊົງກຽດ ທີ່ສາວງາມຜູ້ໄດ້ຮັບຕໍາແໜ່ງ MISS TEEN LAOS ຈະໄດ້ຮັບໄປໃນປີນີ້ ວ່າຄວາມໝາຍທີ່ແທ້ຈິງແລ້ວມັນແມ່ນຫຍັງ? ເຊິ່ງກໍໄດ້ມີງານເປີດຕົວໄປເປັນທີ່ຮຽບຮ້ອຍແລ້ວສໍາລັບມຸງກຸດດັ່ງກ່າວ ພ້ອມກັບຄວາມໝາຍຂອງມຸງກຸດອັນຊົງກຽດໃນປີນີ້ແມ່ນ ມີຄວາມໝາຍວ່າ  “ດວງດາວແຫ່ງຍຸກສະໄໝ” ໂດຍມີມີຄວາມໝາຍລະອຽດດັ່ງນີ້:

1. ດວງດາວ

ໝາຍເຖິງ: ທຸກຄົນທີ່ມີພາລະໜ້າທີ່ ແລະ ຕຳແໜ່ງ ຈະຕ້ອງມີການຕິດດາວ ຄືກັບພັກ-ລັດ ຂອງພວກເຮົາກໍມີການຕິດດາວ ປຽບດັ່ງຜູ້ຄອບຄອງມຸງກຸດທີ່ມີໜ້າທີ່ ທີ່ຕ້ອງປະຕິບັດ ນັ້ນກໍຄື “ດວງດາວແຫ່ງຍຸກສະໄໝ” ເຊິ່ງ Miss Teen Laos ມີໜ້າທີ່ກ່ຽວກັບການສຶກສາ, ກ່ຽວກັບເລື່ອງຂອງການຕໍ່ຕ້ານຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ເມື່ອໃດທີ່ສາວງາມໄດ້ສວມໃສ່ ແລະ ຫຼຽວເຫັນດວງດາວທີ່ຢູ່ເທິງມຸງກຸດນີ້ ຈະໄດ້ຮູ້ວ່າເພິ່ນມີໜ້າທີ່ສຳຄັນທີ່ຕ້ອງຕະໜັກ ແລະ ປະຕິບັດໜ້າທີ່ນັ້ນຢ່າງສວຍສົດງົດງາມຢ່າງພາກພູມເປັນເວລາ 1ປີເຕັມ ແລະ ເຊື່ອແນ່ວ່າມຸງກຸດນີ້ຈະສ້າງແບບຢ່າງສາວງາມທີ່ດີແທ້ໆ.
2. ໄຂ່ມຸກສີບົວ

ໝາຍເຖິງ: ແມ່ຍິງ ປຽບດັ່ງໄຂ່ມຸກອັນລ້ຳຄ່າ ມີຄວາມນຸ້ມນວນ ອ່ອນຫວານ ສະຫງ່າງາມ ແລະ ສີບົວກໍປຽບດັ່ງໄວໜຸ່ມຍິງທີ່ມີຄວາມສົດໃສ ບໍລິສຸດ ເປັ່ງປະກາຍຄວາມງາມຈາກພາຍໃນສູ່ພາຍນອກ.
3. ດອກຈຳປາ

ໝາຍເຖິງ: ຄວາມລັກສະນະທີ່ບົ່ງບອກເອກະລັກຄວາມເປັນລາວ ທີ່ເປັນຕົວແທນຂອງຄວາມຈິງໃຈ ຄວາມສຸກໃນຊີວິດ ມີກິ່ນຫອມທີ່ເປັນເອກະລັກ ເຫັນຍາມໃດກໍຮູ້ໄດ້ທັນທີ ນີ້ຄືປະເທດລາວ.

ເຊິ່ງມຸງກຸດນີ້ຈະເປັນມຸງກຸດໝຸນວຽນໄປເຖິງ 5 ປີ
ໂດຍຫຼັງຈາກນ້ອງຜູ້ດຳລົງຕຳແໜ່ງໃນປີນີ້ສິ້ນສຸດວາລະແລ້ວຈະຖອດມຸງກຸດນີ້ ແລະ ມອບໃຫ້ Miss Teen Laos 2020

ອອກແບບ ແລະ ສະໜັບສະໜຸນມຸງກຸດ “ດວງດາວແຫ່ງຍຸກສະໄໝ” ໂດຍ Anda Collection ໂດຍ ທ່ານນາງ ປິຍະທິດາ ຈະເລີນພັກດີ ເຈົ້າຂອງຮ້ານຂາຍເຄື່ອງປະດັບ Anda Collection ເຊີນມຸງກຸດໂດຍ ນາງ ນິດາກອນ ຈັນດາລາສານ MIss Tourism World Laos 2018.

ສາຍສະພາຍ 5 ສາຍ 5 ສີ 5 ຄວາມໝາຍ ໂດຍ ເອກໂພໄຊຜ້າໄໝ, ອອກແບບ ແລະ ຜະລິດໂດຍ ທ່ານນາງ ມະໂນສີ ສີໂພໄຊ ເຈົ້າຂອງຮ້ານ ເອກໂພໄຊຜ້າໄໝ, ເຊີນສາຍສະພາຍໂດຍ ນາງ ລາວັນ ເພັງຄຳວົງ (ອະຕາ) ຮອງອັນດັບໜຶ່ງ Miss Torism Universe Laos 2018
ແລະ ນາງ ອານິດາ ມິ່ງບຸບຜາ (ສາຍລົມ) ຮອງອັນດັບໜຶ່ງ Miss Tourism World Laos 2018

ຮັບໂດຍ ທ່ານນາງ ຈັນພອນມະນີ ສຸດຕະວົງ ຫຼື Toon Diva ສິນລະປິນ ນັກຮ້ອງ ຜູ້ມີປະສົບການໃນວົງການຫຼາຍກວ່າ 15ປີ ຮອງຜູ້ອຳນວຍການ ບໍລິສັດ Kaona Laos Entertainment ຈຳກັດ ແລະ ເປັນປະທານຈັດງານ Miss Teen Laos

ຄວາມໝາຍສາຍສະພາຍ
• ຜູ້ຊະນະເລີດ ຂອງ Miss Teen Laos 2019 ຈະໄດ້ຮັບສາຍສະພາຍ 5 ສາຍ 5 ສີແຕ່ລະສີຈະມີຄວາມໝາຍ ໃນການໃສ່ປະຕິບັດໜ້າທີ່ດັ່ງນີ້:
1. ສາຍສະພາຍສີບົວ: ສີແຫ່ງຄວາມອອ່ນຫວານ ນຸ້ມນວນ ເໝາະກັບໄວທີນ ເຊິ່ງຈະໃຊ້ຮັບການຮັບຕໍາແໜ່ງ, ປະຕິບັດໝ້າທີ່ຂອງ Miss Teen Laos ແລະ ລາຕຳແໜ່ງ.
2. ສາຍສະພາຍສີຟ້າ: ສີແຫ່ງຄວາມມຸ້ງໜັ່ນ, ຄວາມຄິດສ້າງສັນ ເຊິ່ງຈະໃຊ້ປະຕິບັດໜ້າທີ່ເປັນທູດດ້ານການສຶກສາ – ກິລາກ່ຽວກັບໄວໝຸ່ມລາວໃນສັງຄົມ.
3. ສາຍສະພາຍສີແດງ: ສີແຫ່ງຄວາມເຂັ້ມແຂງ ອົງອາດກ້າຫານ ເຊິ່ງຈະໃຊ້ປະຕິບັດໜ້າທີ່ເປັນທູດຕໍ່ຕ້ານຢາເສບຕິດ, ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.
4. ສາຍສະພາຍສີເງິນ: ສີແຫ່ງຄວາມອ່ອນໂຍນ ຄວາມອ່ອນໄຫວ ຄວາມມີນໍ້າໃຈ ເຊິ່ງຈະໃຊ້ປະຕິບັດໜ້າທີ່ເປັນທຸດຂື້ນກ່າວເທິງເວທີຕ່າງໆ, ອົງກອນຊ່ວຍເຫຼືອໄພພິບັດ, ສູນຄົນພິການ ແລະ ອົງກອນຕ່າງໆ.
5. ສາຍສະພາຍສີທອງ: ສີແຫ່ງຄວາມຫຼູຫຼາ, ສະຫວ່າງສົດໃສ ເຊິ່ງຈະໃຊ້ປະຕິບັດໜ້າທີ່ໃນວາລະ ຮ່ວມງານ Even ແລະ ງານສ້າງສັນຕ່າງໆ.

ແບ່ງປັນ