Breaking News

ຊາຣ່າ ພິທີກອນສາຍຮາຊື່ດັງ ຈາກປະເທດເພື່ອນບ້ານ ເຊັກອິນທີ່ປະເທດລາວ!!!

ແບ່ງປັນ

ເມື່ອເວົ້າເຖິງພິທີກອນສາຍຮາຈາກປະເທດເພື່ອນບ້ານ (ໄທ) ຄົນນີ້!!! ຊາຣ່າ ນະລິນ ໂຮເລີ ຫຼາຍຄົນຄົງຈະຮູ້ຈັກກັນດີ ເພາະຊາຣ່ານັ້ນຖືວ່າເປັນຄົນດັງອີກຄົນໜຶ່ງຢູ່ທີ່ປະເທດເພື່ອນຂອງເຮົາ ດ້ວຍຫຼາກຫຼາຍບົດບາດເຊັ່ນ: ນັກຮ້ອງ, ນັກສະແດງ, ພິທີກອນ… ເຊິ່ງແຕ່ລະບົດບາດທີ່ນາງໄດ້ສະແດງອອກມານັ້ນ ກໍສາມາດສ້າງຄວາມບັນເທີງໃຫ້ແກ່ຜູ້ຊົມໄດ້ທຸກບົດບາດເລີຍ!! ດ້ວຍບຸກຄະລິກທີ່ມີຄວາມເຮຮາ, ມັກມ່ວນ ແລະ ມີມຸກຕະລົກຢູ່ຕະຫຼອດເວລາ ຊາຣ່າຈຶ່ງໄດ້ສາຍາເປັນ “ພິທີກອນສາຍຮາ” ທີ່ທຸກຄົນຮູ້ຈັກກັນດີທັງໃນ ແລະ ຕ່າງປະເທດ…

ຜົນງານຂອງສາວຊາຣ່າທີ່ເຮົາໄດ້ເຫັນໃນປັດຈຸບັນສ່ວນຫຼາຍຈະເປັນພິທີກອນຫຼາກຫຼາຍລາຍການບໍ່ວ່າຈະເປັນ: ລາຍການ Davinci kind ເດັກຖອດລະຫັດ, ຫອມເລັກເປັກໂຊ… ນອກນັ້ຍັງເປັນກໍາມະການໃນລາຍການ The Mast Single ໜ້າກາກນັກຮ້ອງ, I can see you Vice… ເຊິ່ງແຕ່ລະລາຍການທີ່ນາງໄດ້ເຂົ້າຮ່ວມ ນາງກໍຈະສ້າງສີສັນໃຫ້ກັບລາຍໄດ້ເປັນຢ່າງດີ…

 

ນອກຈາກບຸກຄະລິກເປັນສາວສາຍຮາແລ້ວ ຊາຣ່າ ຍັງເປັນດາຣາຄົນໜຶ່ງທີ່ມັກຮັກໃນການທ່ອງທ່ຽວເປັນພິເສດ ເພາະຖ້າໃຜເປັນ FC ນາງຢູ່ກໍຈະເຫັນວ່າ ຖ້າວ່າງຈາກວຽກ ນາງກໍຈະຫາໂອກາດໄປທ່ອງທ່ຽວເພື່ອພັກຜ່ອນຢ່ອນໃຈຢູ່ສະເໝີ ແລະ ຫຼ້າສຸດ 2-3 ມື້ທີ່ຜ່ານມາ ກໍເຫັນນາງມາເຊັກອິນຢູ່ທີ່ປະເທດລາວ ທັງພາກເໜືອ (ນໍ້າກັດຢໍລະປາ) ແລະ ພາກກາງ (ປະຕູໄຊ) ພ້ອມຂຽນແຄັບຊັ່ນໃນເພຈສ່ວນຕົວອີກວ່າ ມາສໍາພັດກັບວິຖີຊີວິດແບບຊາວເຂົາ ແລະ ຖ່າຍຮູບກັບທໍາມະຊາດ, ສູດເອົາອາກາດບໍລິສຸດກັບບ້ານແບບເຕັມປອດໄປເລີຍ…

ໜ້າຮັກອີ່ຫຼີສໍາລັບສາວຄົນນີ້ ເຊື່ອວ່າຫຼາຍຄົນຄົງຈະຄິດຄືກັນກັບແອັດວ່າ ເຖິງຊາຣ່າຈະບໍ່ມາທ່ອງທ່ຽວລາວ ແຕ່ເຫັນຢູ່ບ່ອນໃດກໍຕ້ອງຕົກຂຸມຮັກນາງຢູ່ດີ ຍ້ອນຄວາມສົດໄສ, ຕະລົກຂອງນາງນັ້ນແຫຼະ!!! ແຕ່ເມື່ອມາແລ້ວ ຄົນລາວທຸກຄົນກໍຍິນດີຕ້ອນຮັບສະເໝີເດີ່ສາວຊາຣ່າ!!! ວ່າແລ້ວ ເຮົາລອງມາເບິ່ງ Life Style ການແຕ່ງຕົວ ແລະ ການທ່ອງທ່ຽວຂອງນາງດີກວ່າ…

ແບ່ງປັນ