Breaking News

ຄົນລາວບໍ່ຖີ້ມກັນ!!! ຄົນດັງຮ່ວມສົ່ງກໍາລັງໃຈ, ຮັບບໍລິຈາກ ແລະ ລົງພື້ນທີ່ຊ່ວຍເຫຼືອພີ່ນ້ອງລາວ 4 ແຂວງພາກໃຕ້…

ແບ່ງປັນ

ຈາກເຫດການນໍ້າຖ້ວມ “ອັດຕະປື” ທີ່ໄດ້ຮັບຜົນກະທົບຢ່າງຮຸນແຮງຈົນກາຍເປັນປະຫວັດສາດຂອງລາວໄປໃນປີກາຍນີ້ ແລະ ມັນຍັງເປັນທີ່ຈົດຈໍາຂອງຄົນລາວຈົນມາຮອດທຸກມື້ນີ້ໂດຍບໍ່ມີວັນລືມ. ແຕ່ກໍດັ່ງທີ່ຮູ້ກັນວ່າ “ນໍ້າຖ້ວມ” ເປັນໄພພິບັດທາງທໍາມະຊາດທີ່ບໍ່ໃຜຢາກໃຫ້ເກີດຂຶ້ນ ເພາະເມື່ອເກີດຂຶ້ນແລ້ວມັນໄດ້ສ້າງຄວາມເສຍຫາຍຢ່າງມະຫາສານແກ່ສະພາບແວດລ້ອມ, ຊັບສິນຂອງຊາດກໍຄືຂອງປະຊາຊົນ ລວມໄປເຖິງ ຊີວິດຂອງປະຊາຊົນເອງ, ແຕ່ທໍາມະຊາດກໍຄືທໍາມະຊາດເຮົາບໍ່ສາມາດຫ້າມມັນໄດ້ ເມື່ອເກີດຂຶ້ນມາແລ້ວ ຜູ້ທີ່ໄດ້ຮັບຄວາມເສຍຫາຍກໍຕ້ອງສູ້ຕໍ່ໄປ ສ່ວນຜູ້ທີ່ບໍ່ໄດ້ຮັບຜົນກະທົບ ກໍບໍ່ໄດ້ປະຖີ້ມກັນຊ່ວຍໄດ້ທາງໃດກໍຊ່ວຍກັນໄປ…

ຄືດັ່ງໄລຍະນີ້ທີ່ເກີດມີເຫດການນໍ້າຖ້ວມ 4 ແຂວງ ພາກໃຕ້ຂຶ້ນອີກຄື: ຈໍາປາສັກ, ເຊກອງ, ອັດຕະປື ແລະ ສາລະວັນ. ເຊິ່ງຕອນນີ້ຫຼາຍພາກສ່ວນກໍໄດ້ຍື່ນມືເຂົ້າໄປຊ່ວຍເຫືອທັງແຮງຊັບ ແລະ ແຮງກາຍ… ລວມໄປເຖິງບັນດາຄົນດັງຂອງລາວເຮົາຫຼາຍໆຄົນກໍໄດ້ຍື່ນມືເຂົ້າໄປຊ່ວຍເຫຼືອບໍ່ວ່າຈະເປັນການເປີດຮັບບໍລິຈາກເຄື່ອງນຸ່ງຫົ່ມ, ອຸປະກອນເຄື່ອງໃຊ້ ຫຼືເປັນປັດໃຈຈາກທີ່ຢາກຊ່ວຍເຫຼືອ… ພ້ອມທັງສົ່ງກໍາລັງໃຈໃຫ້ປະຊາຊົນທຸກຄົນຜ່ານພົ້ນອຸປະສັກນີ້ໄປໃຫໄດ້ ເຊິ່ງວ່າຈະມີໃຜແດ່ນັ້ນເຮົາລອງມາເບິ່ງນໍາກັນ!!!

#ເລີ່ມຈາກນາງງາມໃຈບຸນຄົນນີ້ ເຈນນີ່ ຕົ້ນຄໍາ Miss World Laos 2017 ທີ່ທຸກງານການກຸສົນນາງຕ້ອງພາດບໍ່ໄດ້!!!

 

#ໂຄງການນີ້ນໍາທີມໂດຍສາວ ມີ່ມີ່ ສຸດທິດາ ພອນລະສິນ Miss Laos 2018

 

#ອ້າຍບົວໄລ Net Idol ຄົນດັງລົງພື້ນທີ່ໄປຊ່ວຍເຫຼືອເອງ

 

#ໂຄງການນີ້ນໍາທີມໂດຍ ອ້າຍສັກ ວົງເຊວ

#ຈາກກອງປກວດ Miss World Laos

 #ໜຸ່ມຫລໍ່ຂອງເຮົາກະມາ ອາເລັກ ສິດທິໂສ ວົງ GB2 

 

#ມາເຖິງນາງງາມໃຈບຸນອີກຄົນໜຶ່ງ ຄຣີສຕີນ່າ ລາດສະສິມມາ Miss Laos 2012

 

#ລູກນໍ້າ ທິດາລັດ ຂໍສົ່ງກໍາລັງໃຈເຖິງພີ່ນ້ອງຜູ້ປະສົບໄພອີກແຮງ

ວ້າວໆໆໆ!!! ເຫັນແບບນີ້ກໍດີໃຈ ແລະ ຂໍຂອບໃຈແທນຄົນດັງທຸກຄົນທີ່ເຮັດໃຫ້ຮູ້ວ່າ “ຄົນລາວບໍ່ຖີ້ມກັນ” ຍາມສຸກກໍສຸກຮ່ວມກັນ ຍາມທຸກກໍຊ່ວຍເຫຼືອກັນ!!! ຂວັນໃຈກໍຂໍເປັນອິກໜຶ່ງກໍາລັງໃຈ ສົ່ງໃຈໄປໃຫ້ພີ່ນ້ອງລາວທາງພາກໃຕ້ ຂໍໃຫ້ເຂັ້ມແຂງ ແລະ ຜ່ານຜ່າອຸປະສັກນີ້ໄປໄດ້ດ້ວຍດີເດີ່!!!

#ຄົນລາວບໍ່ຖີ້ມກັນ

#PrayforSouthernLaos

ຂໍຂອບໃຈຮູບພາບຈາກ: FACEBOOK

ແບ່ງປັນ