Breaking News

ສະແດງຄວາມຍິນດີ!!! ວົງ LAO JAZZANOVA ຕົວແທນປະເທດລາວວົງທໍາອິດ ໄປສະແດງໃນງານເທສະການດົນຕຣີແຈ໊ສນານາຊາດ ທີ່ປະເທດ ມົງໂກລ…

ແບ່ງປັນ

ສະແດງຄວາມຍິນດີ!!! ວົງ LAO JAZZANOVA ຕົວແທນປະເທດລາວວົງທໍາອິດ ໄປສະແດງໃນງານເທສະການດົນຕຣີແຈ໊ສນານາຊາດ ທີ່ປະເທດ ມົງໂກລ…

ເຖິງວ່າປະເທດລາວຈະເປັນປະເທດນ້ອຍໆໃນອາຊີຕາເວັນອອກສຽງໃຕ້ ທີ່ຖືວ່າເປັນປະເທດທີ່ກໍາລັງພັດທະນາ ແຕ່ຍັງຄົງເຊື່ອສະເໝີວ່າ ຄົນລາວເຮົາເກັ່ງບໍ່ແພ້ຊາດໃດໃນໂລກ ເພາະສັງເກດໄດ້ຈາກວ່າ ງານເທສະການ, ການແຂ່ງຂັນທີ່ຖືກຈັດຂຶ້ນໃນລະດັບຊາດ ຫຼືລະດັບສາກົນຫຼາຍໆງານ ເຮົາກໍຈະເຫັນໄວໜຸ່ມລາວເຮົາເຂົ້າຮ່ວມຢ່າງບໍ່ຂາດສາຍ!!! ແລະ ເມື່ອບໍ່ດົນມານີ້ ໃນເທສະການດົນຕຣີແຈ໊ສນານາຊາດ ທີ່ຈັດຂຶ້ນຢູ່ທີ່ປະເທດມົງໂກລ ໃນວັນທີ 23-31 ສິງຫາທີ່ຜ່ານມາ ກໍເຫັນມີວົງດົນຕຣີ Lao Jazzanova ເຊິ່ງເປັນວົງຂອງຄົນລາວຂຶ້ນຮ່ວມສະແດງເທິງເວທີນໍາ ແລະ ຖືເປັນຄັ້ງທໍາອິດທີ່ນັກຮ້ອງລາວ, ວົງດົນຕຣີລາວໄດ້ເຂົ້າຮ່ວມສະແດງໃນງານເທສະການດົນຕຣີແຈ໊ສນີ້!!!

ວົງດົນຕຣີ Lao Jazzanova ຖືເປັນອີກວົງໜຶ່ງທີ່ມີຄວາມສາມາດໃນການຫຼິ້ນດົນຕຣີແນວແຈ໊ສ ໂດຍລວມມີ 1 ສາວ ແລະ 3 ໜຸ່ມ ເຊິ່ງມີຜົນງານເພງທີ່ຫຼາກຫຼາຍຢູ່ໃນ You Tube, ຕາມງານເທສະການດົນຕຣີແຈ໊ສຕ່າງໆ…  ສໍາລັບດົນຕຣີແຈ໊ສນັ້ນຈະມີຄວາມພິເສດຈາກດົນຕຣີແນວອື່ນໆຈັກເລັກໜ້ອຍ ດ້ວຍທ່ວງທ່າ ແລະ ທໍານອງທີ່ມີເອກະລັກຄື ຄວາມຄລາສສິກ ແຕ່ສາມາດເຮັດຜູ້ຊົມທີ່ມັກຮັກນັ້ນອິນ ແລະ ຫຼົງໄຫຼໄດ້ແບບລືມບໍ່ລົງເລີຍແຫຼະ!!!

ສໍາລັບເທສະການດົນຕຣີແຈ໊ສນານາຊາດນີ້ແມ່ນ ລັດຖະບານມົງໂກລໄດ້ຈັດຂື້ນທຸກປີ ເພື່ອໃຫ້ປະຊາຊົນຊາວມົງໂກລຜູ່ໃຈມັກຮັກໃນດົນຕຣີແຈ໊ສໄດ້ເຂົ້າມາຮ່ວມຮັບຊົມ, ພ້ອມທັງເປັນການໃຫ້ຜູ້ທີ່ສົນໃຈສຶກສາດ້ານດົນຕຣີໄດ້ນໍາໄປພັດທະນາຕໍ່ເພື່ອໃຫ້ເປັນອາຊີບໃນອະນາຄົດ. ໃນການເຂົ້າຮ່ວມຂອງວົງດົນຕຣີຈາກປະເທດລາວເຮົາໃນຄັ້ງນີ້ ກໍຖືວ່າເປັນສິ່ງທີ່ດີຫຼາຍ ເພາະເປັນໂອກາດດີທີ່ໄວໜຸ່ມລາວ ກໍຄືນັກຮ້ອງ, ນັກດົນຕຣີລາວເຮົາທີ່ຈະໄດ້ສະແດງຄວາມສາມາດໃຫ້ກັບຕ່າງຊາດໄດ້ຮັບຮູ້, ພ້ອມທັງປະກາດໃຫ້ໂລກໄດ້ຮັບຮູ້ວ່າ ຄົນລາວເຮົານັ້ນມີຄວາມສາມາດບໍ່ດ້ອຍກວ່າປະເທດໃດໃນໂລກເດີ່!!! ແນວໃດກໍຂໍສະແດງຄວາມຍິນດີກັບວົງ ລາວ ແຈ໊ສສະໂນວາ ຫຼາຍໆເດີ່ ທີ່ໄດ້ຮັບໂອກາດອັນຊົງກຽດນີ້ ຂໍໃຫ້ຮັກສາມູນເຊື້ອຄວາມສາມາດ ແລະ ສືບຕໍ່ສ້າງຊື່ສຽງໃຫ້ກັບປະເທດເຮົາ ໃຫ້ເປັນທີ່ຮູ້ຈັກໃນເວທີສາກົນເດີ່!!!

ແບ່ງປັນ