Breaking News

ໂສລະຍາ ຄອນດີ Miss Teen Laos 2019 ຄົນທຳອິດຂອງປະເທດລາວ

ແບ່ງປັນ

ຜ່ານພົ້ນໄປກັບການປະກວດສາວງາມ Miss Teen Laos 2019 ປີທຳອິດທີ່ມີເວທີການປະກວດນີ້ໃນລາວ. ເຊິ່ງໃນຮອບມື້ຕັດສິນໃນຄໍ່າຄືນຂອງວັນທີ 8 ກັນຍາ 2019 ທີ່ຜ່ານມາຢູ່ທີ່ສູນການຄ້າໄອເຕັກຕຶກເກົ່າ  ແລະ ກໍສະແດງ ຄວາມຍີນດີກັບ #ມີສທີນລາວ2019  ຄົນທຳອິດຂອງປະເທດລາວ ໄດ້ແກ່ສາວງາມ ໝາຍເລກ MTL02 ນ້ອງ ໂສລະຍາ ຄອນດີ (ລິນ) ອາຍຸ 16 ປີ ທີ່ສາມາດເອົາຊະນະໃຈກຳມະການໄປໄດ້ ແລະ ຄວ້າມຸງກຸດ ມູນຄ່າ 80 ລ້ານກີບໄປຄອງ.  ນອກນີ້ ສາວງາມຄົນເກັ່ງຍັງຄວບອີກສອງລາງວັນພິເສດໄປຕື່ມອີກຄື ລາງວັນຂວັນໃຈຊ່າງພາບ ແລະ ລາງວັນ Miss HealThy. 

ທ່ານ ສາມາດເຂົ້າໄປສ່ອງ ແລະ ຕິດຕາມການເຄື່ອນໄຫວ ນ້ອງລິນ ທາງເຟສບຸກສ່ວນຕົວໄດ້ ຕາມນີ້ເລີຍຈະ:  Soraya’s Conde

ຂໍ້ມູນ ແລະ ຮູບພາບຈາກເພສ Miss TEEN LAOS

ແບ່ງປັນ