Breaking News

ທັງງາມ ທັງເກັ່ງ!!! ໝໍແນ່ງ ຈັນດາລາ ສິດພະໄຊ ນາງເອກຮູບເງົາແຫ່ງປີ “ດອກຈໍາປາບານ”

ແບ່ງປັນ

ເອີ້ນໄດ້ວ່າເກີດທຸກບົດບາດອີ່ຫຼີສໍາລັບສາວງາມຄົນນີ້!!! ໝໍແນ່ງ ຈັນດາລີ ສິດພະໄຊ ທີ່ເປັນທັງ Net Idol, ພຣີເຊັນເຕີ່ໂຄນາ ແລະ ນັກສະແດງ ເຊິ່ງຜົນງານແຕ່ລະຢ່າງຂອງ ໝໍແນ່ງ ນັ້ນຖືວ່າປັງທຸກງານເລີຍຈ່າ ແລະ ຫຼ້າສຸດກໍໄດ້ມີຜົນງານການສະແດງເປັນນາງເອກໃນຮູບເງົາເລື່ອງ “ດອກຈໍາປາບານ” ກໍຕິດອັນດັບຮູບເງົາທີ່ໄດ້ຮັບຄວາມສົນໃຈແຫ່ງປີທີ່ກໍາລັງຈະເຂົ້າສາຍໃນໄວໆນີ້!!!

ສໍາລັບຮູບເງົາເລື່ອງ “ດອກຈຳປາບານ” ຖືກຍົກໃຫ້ເປັນຮູບເງົາທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດໃນປີ 2019 ເພາະໄດ້ນັກສະແດງນໍາຄື ໝໍແຫນ່ງ (ຈັນດາລີ ສິດພະໄຊ ) ມາເປັນນາງເອກ, ພະເອກຄື Mr.Ma ziluo (ຈາກປະເທດຈີນ) ແລະ ນັກສະແດງນຳອີກຫຼາກຫຼາຍທ່ານທີ່ມີຄວາມສາມາດ ມາຮ່ວມຖ່າຍທອດບົດເລື່ອງລາວໃນຮູບເງົາດັ່ງກ່າວ!!!

ນາງ ຈັນດາລີ ສິດພະໄຊ ຮັບບົດເປັນ ຈໍາປາ (ນາງເອກ)

Mr.Ma ziluo ຮັບບົດເປັນ Shenxiang (ພະເອກ)

“ດອກຈຳປາບານ” ເປັນຮູບເລື່ອງທຳອິດ ທີ່ຖ່າຍທອດເຖິງຄວາມຮັກຂອງຄົນສອງລຸ້ນ ເປັນຮູບເງົາ ຕ້ອນຮັບພະນະທ່ານ ສີຈິ້ນຜິງ ໃນກອງປະຊຸມສອງຊາດຮ່ວມມື “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ໃນປີຜ່ານມາ, ສຳລັບການຖ່າຍທຳສ່ວນໃຫຍ່ແມ່ນຖ່າຍຢູ່ລາວ ໂດຍມີການຖ່າຍຢູ່ຫຼາຍເມືອງເຊັ່ນ : ນະຄອນຫຼວງວຽງຈັນ , ວັງວຽງ , ຫຼວງພະບາງ ແລະ ໃນປະເທດຈີນ ເຊັ່ນ: ຄຸນໝິງ ແລະ ໄຕ້ຫວັນ.

 

ເນື້ອໃນໂດຍຫຍໍ້ຂອງຮູບເງົາ: ຮູບເງົາເລື່ອງນີ້ ບໍ່ແມ່ນເລົ່າເຖີ່ງພຽງແຕ່ຄວາມຮັກຂອງບ່າວສາວເທົ່ານັ້ນ ແຕ່ເປັນການເລົ່າເລື່ອງລາວຕັ້ງແຕ່ສະໄໝເກີດສົງຄາມ ໂດຍມີທະຫານຈີນເຂົ້າມາຊ່ວຍລາວ ແລ້ວເກີດຄວາມຮັກກັບແມ່ເຖົ້າຂອງນາງເອກ. ແຕ່ດ້ວຍເຫດສຸດວິໄສ ພໍ່ເຖົ້າເຊິ່ງເປັນທະຫານຈີນໄດ້ໃຫ້ສັນຍາກັບແມ່ເຖົ້າໃຫ້ລໍຖ້າຢູ່ກ້ອງຕົ້ມຈຳປາຕົ້ນນີ້ ແມ່ເຖົ້າກໍໄດ້ແຕ່ເຝົ້າລໍຖ້າແລ້ວຖ້າອີກ ແຕ່ດ້ວຍເຫດຜົນບາງຢ່າງໄດ້ເຮັດໃຫ້ພໍ່ເຖົ້າ ແລະ ແມ່ເຖົ້າພັດພາກຈາກກັນ  ອັນເປັນເຫດເຮັດໃຫ້ເດັກນ້ອຍອາຍຸພຽງ 5 ປີ (ແມ່ນາງເອກ) ທີ່ໄດ້ຈື່ຄຳສັນຍານັ້ນ ແລະ ຄຽດແຄ້ນໃຫ້ກັບພໍ່ຄົນຈີນວ່າ ເປັນຄົນຈີນທີ່ບໍ່ຮັກສາສັນຍາ ບໍ່ມີສັດຈະ ປະຖີ້ມລູກເມຍ ແລະບໍ່ຫສນກັບຄືນມາອີກເລີຍ. ຈົນຕົກມາສະໄໝຂອງ ຫຼານສາວ ຜູ້ເປັນນາງເອກ (ຈຳປາ) ທີ່ເຮັດວຽກເປັນໄກຣ໌ນຳທ່ຽວ ທີ່ຖືກໜຸ່ມຈີນ ພະເອກ (Shen Xiang) ຕົກຫຼຸມຮັກໃນຄວາມຄວາມງາມຂອງຍິງສາວຄົນນີ້ ແຕ່ຊ້ຳພັດຖືກກີດກັນຈາກຜູ້ເປັນແມ່ ເພາະແມ່ຄຽດວ່າພໍ່ ບໍ່ກັບມາ ຄົນຈີນບໍ່ຮັກສາສັນຍາ ຢ້ານລູກສາວເສຍໃຈຄືກັບແມ່ເຖົ້າ ເລື່ອງລາວຈະເປັນແນວໃດ ເປັນຫຍັງພໍ່ເຖົ້ານາງເອກຈື່ງບໍ່ກັບມາ ແລະ ນາງເອກຈະໄດ້ສົມຫວັງໃນຮັກຄັ້ງນີ້ບໍ່…

ໂດຍຜົນງານການສ້າງ ຂອງ ທ່ານ ທາວ ຈິນ ຜູ້ອຳນວຍການອາວຸໂສ, ຂຽນບົດ ແລະ ນັກສະແດງຂອງຊ່ອງ CCTV TV Production Center ຮ່ວມກັບໝູ່ຮ່ວມຫ້ອງດຽວກັນກັບ ທ່ານ Yimou Zhang  ແລະ ທ່ານ Kaige Chen ເຊີ່ງເປັນຜູ້ອຳນວຍການລຸ້ນທີ່ຫ້າຂອງຈີນ. ແລະ ພິເສດກໍຄືຮູບເງົາເລື່ອງ “ດອກຈໍາປາບານ” ນີ້ເປັນຮູບເງົາເລື່ອງທຳອິດທີ່ຮ່ວມມືກັນສ້າງລະຫວ່າງສອງປະເທດລາວ-ຈີນ, ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງລາວ-ຈີນຄົບຮອບ 55 ປີ ແລະ ເປັນຮູບເງົາທີ່ພັນລະນາເຖິງຄວາມຮັກທີ່ສວຍງາມຂອງບ່າວສາວສອງປະເທດອ້າຍນ້ອງລາວ-ຈີນຂອງຄົນສອງລຸ້ນ. ຍົກໃຫ້ເຫັນເຖິງຄວາມຮັກຄວາມສວຍງາມອັນຍີ່ງໃຫຍ່ຂອງທັງສອງປະເທດອ້າຍນ້ອງລາວ-ຈີນ ແລະ ຍັງສະແດງໃຫ້ເຫັນເຖິງທີວທັດທຳມະຊາດທີ່ສວຍງາມຂອງລາວອີກດ້ວຍ.

ວ້າວໆໆໆ!!! ຖືເປັນບົດເລື່ອງທີ່ໜ້າສົນໃຈຫຼາຍ ສົມກັບເປັນຮູບເງົາທີ່ໄດ້ຮັບຄວາມສົນໃຈຫຼາຍແຫ່ງປີອີ່ຫຼີ! ຂະໜາດພຽງແຕ່ໄດ້ອ່ານເລື່ອງຫຍໍ້ໆ ແລະ ຮູ້ຈັກກັບນັກສະແດງທີ່ຮ່ວມສະແດງກໍສົນໃຈແຮງຢາກໃຫ້ເຂົ້າສາຍຕອນນີ້ເລີຍແລ້ວ! ແຕ່ອົດໃຈຖ້າອີກຈັກໜ້ອຍເດີ່ທຸກຄົນ ເພາະທາງຜູ້ສ້າງເພິ່ນກໍບອກມາວ່າອີກບໍ່ດົນເກີນລໍຈະໄດ້ຮັບຊົມຢ່າງແນ່ນອນຈ່າາາ!

#ດອກຈຳປາບານ ໄວໄວນີ້

ແບ່ງປັນ