Breaking News

ທີມງານວາລະສານ ຂວັນໃຈ-ທາເກັດ ແລະ ບັນດາບໍລິສັດໃນເຄືອ ເຄແອນຊີ ຮ່ວມສົ່ງນໍ້າໃຈ, ບໍລິຈາກອາຫານ ແລະ ເຄື່ອງໃຊ້ທີ່ຈໍາເປັນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ!!!

ແບ່ງປັນ

ເນື່ອງຈາກເຫດການໄພນໍ້າຖ້ວມທາງ 4 ແຂວງພາກໃຕ້ ຈໍາປາສັກ, ເຊກອງ, ສາລະວັນ ແລະ ອັດຕະປື ເຮັດໃຫ້ປະຊາຊົນໄດ້ຮັບຜົນກະທົບຫຼວງຫຼາຍ ແຕ່ຄົນລາວກໍບໍ່ເຄີຍຖີ້ມກັນ ຍາມເມື່ອມີເຫດການອັນເຮັດໃຫ້ປະຊາຊົນຄົນລາວໄດ້ຮັບຄວາມເດືອດຮ້ອນ ຄົນທີ່ບໍ່ໄດ້ຮັບຜົນກະທົບກໍຈະລະດົມກັນຊ່ວຍເຫຼືອຢູ່ສະເໝີ ແລະ ໃນເຫດການຄັ້ງນີ້ກໍໄດ້ມີຫຼາຍໆໜ່ວຍງານເຂົ້າໄປຊ່ວຍເຫຼືອ ທັງພາກລັດ, ເອກະຊົນ ແລະ ໃນນາມສ່ວນຕົວຂອງຜູ້ໃຈບຸນ ຫຼືຄົນດັງ ຄືດັ່ງທີ່ຂວັນໃຈໄດ້ນໍາສະເໜີໄປເມື່ອບໍ່ດົນມານີ້…

ແລະ ໃນນາມສື່ອອນລາຍຂວັນໃຈເຮົາເອງ ທີ່ເປັນສື່ກາງນໍາສະເໜີເລື່ອງລາວຕ່າງໆ ແລະ ສະໜັບສະໜູນສັງຄົມຢູ່ຕະຫຼອດເວລາ ກໍບໍ່ໄດ້ປະຖີ້ມພໍ່ແມ່ພີ່ນ້ອງທີ່ໄດ້ຮັບຄວາມເດືອດຮ້ອນໃນຄັ້ງນີ້ ຈຶ່ງໄດ້ລະດົມທີມງານຮ່ວມບໍລິຈາກ ໃນນາມກຸ່ມບໍລິສັດ ເຄແອນຊີ ແລະ ບັນດາບໍລິສັດໃນເຄືອ ເຊິ່ງປະກອບມີ: ວາລະສານ ທາເກັດ-ຂວັນໃຈ, ໂຄງການ ຣັນຟໍເຮີ, ບໍລິສັດປັນຍາທິບໂຄສະນາ (PPB)… ຮ່ວມກັບທີມໜ່ວຍກູ້ໄພ ພັດທະນາຜາສຸກ ຜູ້ທີ່ລົງພາກສະໜາມສົ່ງຕໍ່ເຄື່ອງບໍລິຈາກໃຫ້ກັບຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນຄັ້ງນີ້ອີກດ້ວຍ!!!

ໃນນາມຂວັນໃຈເອງກໍຮູ້ສຶກພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການຊ່ວຍເຫຼືອຄັ້ງນີ້ ແລະ ຕາງໜ້າໃຫ້ກູ່ມບໍລິສັດ ເຄແອນຊີ ແລະ ບັນດາບໍລິສັດໃນເຄືອ ຮ່ວມສົ່ງກໍາລັງໃຈເຖິງຜູ້ປະສົບໄພທຸກຄົນຈົ່ງພ່ານຜ່າອຸປະສັກໃນຄັ້ງນີ້ໃຫ້ໄດ້ດ້ວຍດີເດີ່!!! ສູ້ໆ ທຸກຄົນ…

#PrayforSouthernLaos

ແບ່ງປັນ