Breaking News

Entertainment Lao

ເອລິກ ເຜີຍ! ຊຸດປະຈໍາຊາດລາວ ທີ່ຈະສວມໃສ່ໃນການປະກວດ Miss Asia Pacific International 2019…

ໄລຍະນີ້ແອັດຄິດວ່າຢາກຈະຕັ້ງໃຫ້ເປັນລະດູການນາງງາມຢູ່ໃດ໋ ບໍ່ຮູ້ຈະມີໃຜເຫັນດີນໍາແອັດບໍ່? (ຢອກເດີ່ 555) ເພາະບໍ່ວ່າຈະເປີດໂທລະພາບ, ມືຖື,​ ເບິ່ງຂ່າວ ນອກຈາກຂ່າວນໍ້າຖ້ວມພາກໃຕ້ທີ່ເລີ່ມໄດ້ຮັບການຊ່ວຍເຫຼືອໄປແລ້ວ ກໍມີຂ່າວນາງງາມນີ້ແຫຼະ ທີ່ພໍຈະຊ່ວຍໃຫ້ຫົວໃຈກັບມາຍິ້ມໄດ້ອີກຄັ້ງ, ເຫັນແລ້ວມັນເຮັດໃຫ້ຮູ້ສຶກວ່າ ແມ່ຍິງລາວເຮົາກໍທັງງາມ, ທັງເກັ່ງບໍ່ແພ້ຊາດໃດໃນໂລກ ເພາະແຕ່ລະເວທີໃຫຍ່ໆທີ່ຈັດຂຶ້ນໃນລະດັບສາກົນນັ້ນ ແມ່ຍິງລາວເຮົາກໍໄດ້ເຂົ້າຮ່ວມປະກວດເຊັ່ນກັນ ແລະ ຫຼາຍເວທີທີ່ແມ່ຍິງລາວເຮົາສາມາດຍາດລາງວັນກັບມາໃຫ້ຄົນລາວໄດ້ຊື່ນຊົມນໍາ… ຄືດັ່ງກັບກອງປະກວດ Miss Asia Pacific International 2019 ທີ່ຈະຈັດຂຶ້ນທີ່ປະເທດ ຟີລິບປິນ ໃນວັນທີ 26 ກັນຍາ ທີ່ໃກ້ຈະມາຮອດນີ້ ປະເທດລາວເຮົາກໍໄດ້ມີຕົວແທນຄື ນ້ອງ ເອລິກ ອາລິກສາຍາ ໄຊສົມພູ ສາວນ້ອຍຈາກເວທີ MISS VIENTIANE 2019 ທີ່ມີທັງຄວາມງາມ, ໜ້າຮັກ, ອາດີດນັກຮຽນເກັ່ງ ຟີຊິກ, ຜ່ານຄອສພາສາອັງກິດລະດັບປະເທດມາແລ້ວ ແລະ ເຊື່ອວ່າສາວນ້ອຍຄົນນີ້ຈະເປັນຕົວແທນ ເປັນໜ້າຕາໃຫ້ກັບປະເທດລາວໄດ້ເປັນຢ່າງດີ. ເນື່ອງຈາກວ່າຍັງອີກພຽງແຕ່ 2 ມື້ ກໍຈະຮອດງານປະກວດແລ້ວ ນ້ອງ ເອລິກ …

Read More »

ຂໍຍອມ!!! ໃນຄວາມແຊ໋ບ… ແຖມ Strong ບໍ່ສົນດຣາມ່າ “ບວດສ້າງກະແສ” ຢຸ້ຍ ສັນທະນີ Miss Supranational Laos 2018 

ຂໍຍອມ!!! ໃນຄວາມແຊ໋ບ… ແຖມ Strong ບໍ່ສົນດຣາມ່າ “ບວດສ້າງກະແສ” ຢຸ້ຍ ສັນທະນີ Miss Supranational Laos 2018  ກັບມາທວງຄວາມແຊ໋ບແຫ່ງວົງການອີກຄັ້ງສໍາລັບ ອາດີດແມ່ຊີ ຢຸ້ຍ ຫຼື ຢຸ້ຍ ສັນທະນີ Miss Supranational Laos 2018 ທີ່ໄດ້ຕັດທາງໂລກເຂົ້າສູ່ທໍາມະເປັນເວລາເດືອນປາຍ, ປັດຈຸບັນສາວຢຸ້ຍກໍໄດ້ສຶກອອກມາເປັນທີ່ຮຽບຮ້ອຍແລ້ວ ພ້ອມກັບຄວາມແຊ໋ບທີ່ແຟນໆຕ້ອງຂໍຍອມ. ກັບລຸກນາງງາມຜົມສັ້ນແບບແຊ໋ບເວີ່! ແຕ່ການກັບມາຂອງແມ່ຊີຢຸ້ຍໃນຄັ້ງ ກໍມີດຣ່າມ່າເລັກໜ້ອຍວ່າ “ສາວຢຸ້ຍບວດເພື່ອສ້າງກະແສຫຼືບໍ່? ຫຼືບວດຍ້ອນເຫດຜົນນຸ່ນນີ່ນັ້ນຕ່າງໆນາໆ” ແຕ່ຕ້ອງບອກກ່ອນວ່າ ຄໍາເວົ້າຂອງນັກເລງຄີບອດພວກນັ້ນບໍ່ສະເທືອນເຖິງຄວາມ Strong ຂອງນາງເລີຍແມ່ນແຕ່ໜ້ອຍດຽວ, ໂດຍສາວຢຸ້ຍບໍ່ໄດ້ຕອບໂຕ້ແຕ່ຢ່າງໃດ ແຖມຍັງໃຊ້ຊີວິດແບບສວຍໆ ແຊ໋ບໆ ປະຕິບັດໜ້າທີ່ຕົວເອງຢ່າງດີທີ່ສຸດ ໂດຍ ໂນສົນໂນແຄຈ່າ… ມາເບິ່ງລຸກແຊ໋ບຂອງອາດີດແມ່ຊີຄົນນີ້ດີກວ່າ… ຮູບພາບຈາກ: FB: Yui Santhany  

Read More »

ຮູ້ຈັກກັບ! ເມ ເນລະມິດ ໄຊປັນຍາ MISS WORLD LAOS 2019 ຫຼາຍຂຶ້ນ… ແລ້ວຈະຮູ້ວ່າ ເມ ເໝາະສົມກັບຕໍາແໜ່ງນີ້ທີ່ສຸດແລ້ວ!!!

ຮູ້ຈັກກັບ! ເມ ເນລະມິດ ໄຊປັນຍາ MISS WORLD LAOS 2019 ຫຼາຍຂຶ້ນ… ແລ້ວຈະຮູ້ວ່າ ເມ ເໝາະສົມກັບຕໍາແໜ່ງນີ້ທີ່ສຸດແລ້ວ!!! ຮັບຮູ້ກັນໄປແລ້ວສໍາລັບຜົນການຕັດສິນ Miss World Lao 2019 ທີ່ໄດ້ຕັດສິນໄປໃນຄໍ່າຄືນຂອງວັນທີ 19 ກັນຍາ 2019 ຢູ່ທີ່ໂຮງແຮມແລນມາກ ກໍຮັບຮູ້ແລ້ວວ່າສາວງາມຜູ້ທີ່ຄວ້າມຸງກຸດອັນຊົງກຽດ ມູນຄ່າ 100 ລ້ານກີບ ພ້ອມລາງວັນຕ່າງໆຈາກຜູ້ສະໜັບສະໜູນແລ້ວ ຍັງຈະເປັນສາວງາມທີ່ຈະໄປເປັນຕົວແທນ ໃນການເຜີຍແຜ່ຄວາມເປັນລາວໃຫ້ກັບຕ່າງຊາດໄດ້ຮັບຮູ້ໃນເວທີລະດັບໂລກກໍຄື ການປະກວດ Miss World ຢູ່ທີ່ ລອນດອນ ປະເທດອັງກິດນັ້ນ ກໍຄື ນ້ອງເມ ເນລະມິດ ໄຊປັນຍາ ຜູ້ເຂົ້າປະກວດໝາຍເລກ MWL 01 ສາວນ້ອຍອາຍຸ 20 ປີ ທີ່ມາພ້ອມຄວາມງາມ, ຄວາມຮູ້ຄວາມສາມາດ ແລະ ໄຫວພິບໃນການຕອບຄໍາຖາມທີ່ຊະນະທັງໃຈຜູ້ຊົມທີ່ຢູ່ໃນງານ ແລະ …

Read More »

ບົວໄລ!!! ພຣີເຊັນເຕີ້ “ອິຊິຕັນ” ຄົນທຳອິດໃນລາວ ຕັ້ງເປົ້າຍອດຂາຍເພີ່ມ 50% ໃນປີ 2020 ຢ່າງແນ່ນອນ.

ສີໄຄ ການຄ້າ ຮ່ວມກັບ ເຄື່ອງດື່ມອິຊິຕັນ ເປີດຕົວ ບົວໄລ ເນັດໄອດໍ ຊື່ດັງຂອງລາວ ທີ່ມີຜູ້ຄົນຕິດຕາມທາງເຟສບຸກເຖິງ 1 ລ້ານກວ່າຄົນ ແລະ ມີຍອດຕິດຕາມ youtube ເຖິງ 5 ແສນກວ່າຄົນ ໄດ້ມາເປັນພຣີເຊັນເຕີ້ຄົນທຳອິດໃນລາວ ໃຫ້ກັບເຄື່ອງດື່ມ ອິຊິຕັນ ຢ່າງເປັນທາງການ ໃນວັນທີ 19 ກັນຍາ 2019 ທີ່ໂຮງແຮງລັດສະໝີ. ຍອດຂາຍອິຊິຕັນໃນລາວເຕີບໂຕຂຶ້ນທຸກປີ ໂດຍໃນປີ 2019 ຄາດວ່າຈະມີຍອດຈຳໜ່າຍທັງໝົດ 3. 000. 000 ຕຸກ ຖືວ່າເປັນການຕອບຮັບທີ່ດີຫຼາຍສໍາລັບຕະຫຼາດໃນປະເທດລາວ ແລະ ປີໜ້າ 2020 ອິຊິຕັນຄາດວ່າຈະມີຍອດຈຳໜ່າຍເພີ່ມຂຶ້ນ 50% ຫຼື ປະມານ 4,500,000 ຕຸກນັ້ນເອງ,  ໂດຍສະເພາະເຄື່ອງດື່ມ “ເຢັນ ເຢັນ” ເຊິ່ງເປັນນໍ້າສະໝຸນໄພ ມີປະໂຫຍດຕໍ່ຮ່າງກາຍ. ເປັນຫຍັງ …

Read More »

ຄົນມັນງາມໃສ່ຊຸດໃດກະເກີດ!!! ເມ ວິຈິດຕາ ໂດດເດັ່ນໃນງານ Lao Fashion Week 2019…

ບໍ່ວ່າຈະເຮັດຫຍັງກໍເປັນທີ່ຈັບຕາເບິ່ງຫຼາຍສໍາລັບສາວງາມຄົນນີ້ ເມ ວິຈິດຕາ ພອນວິໄລ Miss Universe Laos 2019 ທີ່ຫາກໍຮັບຕໍາແໜ່ງໄປເມື່ອເດືອນທີ່ຜ່ານມານີ້!!! ຫຼັງຈາກໄດ້ຮັບຕໍາແໜ່ງແລ້ວກໍສັງເກດເຫັນວ່າ ສາວເມ ຄ້ອນຂ້າງຈະມີວຽກເຂົ້າມາຕະຫຼອດ ທັງຖ່າຍແບບ, ເດີນແບບ, ເຂົ້າຮ່ວມງານການກຸສົນຕ່າງໆ ແລະ ຫຼ້າສຸດ ກໍໄດ້ເຫັນສາວເມໄປຮ່ວມງານເດີນແບບເທິງເວທີ Lao Fashion Week 2019 ທີ່ຈັດຂຶ້ນໃນວັນທີ 10-13 ກັນຍາ 2019 ທີ່ຜ່ານມານີ້. ເຊິ່ງແຕ່ລະຊຸດທີ່ນາງໃສ່ຂໍບອກໄດ້ເລີຍວ່າເລີດແຮງ, ເກີດທຸກຊຸດ ມື້ນີ້ແອັດກໍເລີຍຢາກເອົາມາໃຫ້ແຟນໆຂວັນໃຈເຮົາໄດ້ເບິ່ງນໍາກັນ ຈະເລີ໋ດສົມກັບແອັດເວົ້າບໍ່ນັ້ນເຮົາມາເບິ່ງ ແລະ ຕັດສິນໄປນໍາກັນເລີຍ…. ມື້ຮັບຕໍາແໜ່ງ Miss Universe Laos #ກຽມຕົວ #ສີແດງສົດງາມແຮງເດີ່! #ໂດດເດັ່ນໃນຊຸດຟ້າຕັດດໍາ #ຊຸດນີ້ເລີ໋ດແຮງເດີ່!   

Read More »