ຮູ້ຈັກກັບ! ເມ ເນລະມິດ ໄຊປັນຍາ MISS WORLD LAOS 2019 ຫຼາຍຂຶ້ນ… ແລ້ວຈະຮູ້ວ່າ ເມ ເໝາະສົມກັບຕໍາແໜ່ງນີ້ທີ່ສຸດແລ້ວ!!!
ຮັບຮູ້ກັນໄປແລ້ວສໍາລັບຜົນການຕັດສິນ Miss World Lao 2019 ທີ່ໄດ້ຕັດສິນໄປໃນຄໍ່າຄືນຂອງວັນທີ 19 ກັນຍາ 2019 ຢູ່ທີ່ໂຮງແຮມແລນມາກ ກໍຮັບຮູ້ແລ້ວວ່າສາວງາມຜູ້ທີ່ຄວ້າມຸງກຸດອັນຊົງກຽດ ມູນຄ່າ 100 ລ້ານກີບ ພ້ອມລາງວັນຕ່າງໆຈາກຜູ້ສະໜັບສະໜູນແລ້ວ ຍັງຈະເປັນສາວງາມທີ່ຈະໄປເປັນຕົວແທນ ໃນການເຜີຍແຜ່ຄວາມເປັນລາວໃຫ້ກັບຕ່າງຊາດໄດ້ຮັບຮູ້ໃນເວທີລະດັບໂລກກໍຄື ການປະກວດ Miss World ຢູ່ທີ່ ລອນດອນ ປະເທດອັງກິດນັ້ນ ກໍຄື ນ້ອງເມ ເນລະມິດ ໄຊປັນຍາ ຜູ້ເຂົ້າປະກວດໝາຍເລກ MWL 01 ສາວນ້ອຍອາຍຸ 20 ປີ ທີ່ມາພ້ອມຄວາມງາມ, ຄວາມຮູ້ຄວາມສາມາດ ແລະ ໄຫວພິບໃນການຕອບຄໍາຖາມທີ່ຊະນະທັງໃຈຜູ້ຊົມທີ່ຢູ່ໃນງານ ແລະ ສາມາດເອົາຊະນະໃຈກໍາມະການຕັດສິນໃຫ້ ນ້ອງເມ ໄດ້ຮັບຕໍາແໜ່ງອັນຊົງກຽດ ໃນຄໍ່າຄືນທີ່ມີຄວາມໝາຍດັ່ງກ່າວ.
ເນລະມິດ ໄຊປັນຍາ ຫຼື ເມ ສາວງາມພຽບພ້ອມຜູ້ທີ່ໄດ້ຮັບຕໍາແໜ່ງ Miss World Lao 2019 ອາຍຸ 20 ປີ, ສ່ວນສູງ 170 Cm, ເປັນອາດີດນັກສຶກສາ ຈາກມະຫາວິທະຍາໄລແຫ່ງຊາດ ແລະ ອາດີດນັກສຶກສາ ວິທະຍາໄລລາວ-ອາເມຣິກາ. ເປັນສາວນ້ອຍຄົນໜຶ່ງທີ່ມັກຮັກໃນການຮຽນຮູ້ ແລະ ພັດທະນາຕົວເອງຢູ່ຕະຫຼອດ, ຕອນຮຽນໜັງສືກໍໄດ້ເຂົ້າຮ່ວມໂຄງການສົ່ງເສີມຄວາມຮູ້ ແລະ ມີທັກສະດ້ານພາສາອັງກິດທີ່ດີຫຼາຍ ເຊິ່ງສະແດງອອກໃນການຕອບຄໍາຖາມ ທີ່ທາງກອງປະກວດໄດ້ຈັດໄວ້ນັ້ນ ຈະເຫັນໄດ້ວ່າ ນ້ອງເມ ສາມາດຄິດຄໍາຕອບຂອງຄໍາຖາມໄດ້ຢ່າງໄວວາ, ມີທັກສະໃນການຕອບທີ່ເຂົ້າໃຈງ່າຍທັງພາສາລາວ ແລະ ພາສາອັງກິດ. ຈຶ່ງບໍ່ແປກໃຈ ແລະ ບໍ່ມີຂໍ້ສົງໄສໃດໆເລີຍວ່າຍ້ອນຫຍັງກໍາມະການຈຶ່ງເທຄະແນນໄປໃຫ້ນ້ອງເມທຸກຄົນ!!! ນອກຈາກ ນ້ອງເມຈະໄດ້ຮັບລາງວັນອັນຊົງກຽດທີ່ຍິ່ງໃຫຍ່ທີ່ສຸດໃນເວທີນີ້ແລ້ວ ຍັງໄດ້ຮັບລາງວັນ Miss Popular ຫຼືນາງສາວຂວັນໃຈມະຫາຊົນນໍາອີກ.
ສ່ວນສາວງາມອີກ 2 ຄົນທີ່ໄດ້ຮັບຕໍາແໜ່ງ ຮອງອັນດັບ 1 ປານິຕາ ບຸບຜາ ໝາຍເລກ MWL 18
ແລະ ຮອງອັນດັບ 2 ຊານິຕ້າ ສະແຫວງໂຊກ ໝາຍເລກ MWL 14
ເຊິ່ງທັງສອງນ້ອງກໍມີຄວາມງາມ ແລະ ມີໄຫວພິບໃນການຕອບຄໍາຖາມທີ່ດີຫຼາຍ ເໝາະສົມກັບຕໍາແໜ່ງທັງສອງຄົນເລີຍ… ເປັນກໍາລັງໃຈໃຫ້ທັງສອງເດີ່
ແລະ ໃດຂວັນໃຈ ພ້ອມກັບແຟນນາງາມທຸກຄົນກໍຂໍເປັນກໍາລັງໃຈ, ຄອຍຊົມຄອຍເຊຍ ນ້ອງເມ ທີ່ຈະໄປປະກວດໃນເວທີລະດັບໂລກ ຈົ່ງປະຕິບັດໜ້າທີ່ຂອງຕົວເອງໃນການເປັນໜ້າຕາໃຫ້ກັບປະເທດລາວ ໃຫ້ເຕັມທີ່ ແລະ ຍາດໄດ້ລາງວັນຕາມທີ່ຕັ້ງໃຈໄວ້ເດີ່!!!