Breaking News

ຢາກໃຫ້ອ່ານ!!! 5 ວິທີປ່ຽນທັດສະນະຄະຕິໃຫ້ເປັນ “ບວກ” ໃນເວລາທີ່ພົບມໍລະສຸມຊີວິດ…

ແບ່ງປັນ

5 ວິທີປ່ຽນທັດສະນະຄະຕິໃຫ້ເປັນ “ບວກ” ໃນເວລາທີ່ພົບມໍລະສຸມຊີວິດ

ສາວໆແນ່ນອນແລ້ວວ່າຄົນເຮົາທຸກຄົນຕ່າງກໍເຄີຍຜ່ານເລຶ່ອງທີ່ບໍ່ດີມາກັນທຸກຄົນ ເພາະບໍ່ມີໃຜເລຶກໂຊກສະຕາໃຫ້ກັບຕົວເອງໄດ້ ແຕ່ເຖິງວ່າເຮົາຈະຄວບຄຸມໂຊກຊະຕາຕົນເອງບໍ່ໄດ້ ແຕ່ເຮົາກໍເລຶອກໄດ້ທີ່ຈະບໍ່ເປັນເຫຍື່ອຂອງໂຊກຊະຕາ ຖ້າເຮົາເບິ່ງໂລກໃນແງ່ບວກ ແລະ ມີຂັ້ນຕອນໃນການແກ້ໄຂບັນຫາທີ່ດີ ເຮົາຍ່ອມຜ່ານພົ້ນມໍລະສຸມຊີວິດນ້ອຍໃຫຍ່ໄປໄດ້ຢ່າງແນ່ນອນ… ແລະ ນີ້ກໍຄື 5 ວິທີປ່ຽນທັດສະນະຄະຕິຂອງສາວໆໃຫ້ກັບມາເປັນບວກເມື່ອທຸກຢ່າງບໍ່ເປັນໄປຢ່າງທີ່ຫວັງ

  1. ຂຽນແຜນການ

ຫຼາຍເທື່ອທີ່ເຮົາມັກຈະຮູ້ສຶກທໍ້ ຈົນເຮັດໃຫ້ມື້ດີໆຂອງເຮົາພັງເພໄປແບບບໍ່ເປັນທ່າ ໂດຍບໍ່ຮູ້ສາເຫດຕົ້ນຕໍຂອງຄວາມຮູ້ສຶກນັ້ນຊໍ້າ ດັ່ງນັ້ນ ເຮົາຈຶ່ງຄວນຊອກຫາມັນໃຫ້ພົບ ແລະ ເລີ່ມຂຽນແຜນການຊອກວິທີວ່າຈະຮັບມືກັບມັນແນວໃດ ແລ້ວອາລົມກໍຈະດີຂຶ້ນແນ່ນອນ

  1. ລົມກັບຄົນເກັ່ງໆ ແລະ ຄິດບວກ

ເຮົາມັກມີຄວາມເປັນໄປໄດ້ທີ່ຈະຄິດຄືກັນກັບຄົນທີ່ຢູ່ອ້ອມຕົວເຮົາ ສາວໆເຄີຍສັງເກດບໍ່ວ່າ ຄົນທີ່ເຮົາພົບປະນໍາທຸກໆມື້ນີ້ເປັນຄົນແບບໃດ ເວົ້າເຖິງແຕ່ບັນຫາ ຫຼືເວົ້າເຖິງໂອກາດ ຊວນເຮົາຄິດໄປໃນທາງລົບ ຫຼືຊີ້ໃຫ້ເຮົາເຫັນຂໍ້ດີຂອງສິ່ງຕ່າງໆ ເຊັ່ນ: ໝູ່ທີ່ມັກເວົ້າມັກຈົ່ມເລຶ່ອງຄ່ານໍ້າມັນເພີ່ມຂຶ້ນ ເງິນບໍ່ພໍໃຊ້ຈັກເທື່ອ ຫຼື ຄົນທີ່ເວົ້າເລື່ອງໂອກາດພັດທະນາຄວາມສາມາດ ໂອກາດທາງທຸລະກິດ ຫຼື ໂອກາດທີ່ຈະໄດ້ເງິນເຂົ້າຖົງຕື່ມ  ເຫັນບໍ່ສາວໆວ່າ ຄົນແຕ່ລະກຸ່ມມີທັດສະນະຄະຕິທີ່ແຕກຕ່າງກັນ ສິ່ງສໍາຄັນຄືເຮົາຄວນຈະຢູ່ໃກ້ຄົນຄິດບວກໄວ້ ແລ້ວເຮົາຈະເຫັນວ່າເຂົາປະສົບຜົນສໍາເລັດໄດ້ແນວໃດ ແລະມີວິທີໃດແດ່

  1. ເວົ້າຈາໃນແງ່ບວກ

ນອກຈາກຈະຊອກຢູ່ທ່າມກາງຄົນຄິດບວກແລ້ວ ເຮົາເອງກໍຕ້ອງຄິດ ແລະເວົ້າແຕ່ແງ່ບວກເຊັ່ນກັນ ເພາະວ່າ “ເຮົາເປັນໃນສິ່ງທີ່ເຮົາເວົ້າ” ເພາະຈິດໃຈຂອງເຮົາມັກຈະເຊື່ອໄປຕາມຄໍາເວົ້າທີ່ເຮົາໃຊ້ ເຖິງວ່າຄຳເວົ້ານັ້ນຈະບໍ່ໄດ້ຫຍັງຕື່ມກໍຕາມ ແຕ່ມັນກໍເຮັດໃຫ້ເຮົາມີອາລົມທາງບວກຫຼາຍຂຶ້ນ ຈາກການໄດ້ເຫັນດ້ານດີໆທີ່ເກີດຂຶ້ນ ເຊິ່ງການເວົ້າຈາດີໆ ສາມາດຊ່ວຍຍົກລະດັບອາລົມໄດ້ໃນຊີວິດປະຈຳວັນ

  1. ຫົວອອກມາ

ສາວໆເອີ້ຍ ທຸກມື້ນີ້ເຮົາຢູ່ໃນໂລກທີ່ເຕັມໄປດ້ວຍບັນຫາ ບໍ່ວ່າຈະເປັນເລື່ອງການເມືອງ ເສດຖະກິດ ສະພາບອາກາດ ແລະບັນຫາໃກ້ຕົວຕ່າງໆ ການສຶກສາທາງການແພດໄດ້ສະຫຼຸບອອກມາວ່າ “ການຫົວ ເຮັດໃຫ້ອາລົມເຮົາດີຂຶ້ນໄດ້ແທ້ໆ” ບົດຄວາມເລື່ອງ “Stress Relief From Laughter? It’s No Joke” ຂອງ Mayo Clinic ກໍໄດ້ກ່າວວ່າ: ການຫົວຈະຊ່ວຍຫຼຸດຄວາມຕຶງຄຽດລົງ ແລະ ມີລະດັບການເຕັ້ນຂອງຫົວໃຈເພີ່ມຂຶ້ນ ສົ່ງຜົນໃຫ້ຮູ້ສຶກຜ່ອນຄາຍຫຼາຍຂຶ້ນ ສະນັ້ນແລ້ວ ສາວໆກໍຢ່າລືມລະເບີດສຽງຫົວຂອງຕົວເອງອອກມາໃນມື້ທີ່ຊຶມເສົ້າລອງເບິ່ງເດີ້

  1. ລົງມືເຮັດ

ເມື່ອຄົ້ນພົບແລ້ວ່າ ສິ່ງໃດເຮັດໃຫ້ຈິດໃຈຂອງສາວໆໝົ່ນໝອງ ເມື່ອສາວໆໄດ້ວາງແຜນວິທີການເອົາຊະນະບັນຫາ ແລະ ໄດ້ກຽມໃຈໃຫ້ພ້ອມແລ້ວ ກໍເຖິງເວລາຂອງເຮົາແລ້ວ ເວລາທີ່ສາວໆຕ້ອງລົງມືປະຕິບັດ ຢ່າມົວແຕ່ຄິດຢ້ານເຖິງບັນຫາຈົນບໍ່ໄດ້ແກ້ໄຂ ໝົດເວລາແລ້ວທີ່ຈະໂທດແຕ່ສະຖານະການທີ່ບໍ່ເປັນໃຈ ການແລ່ນໄປປະເຊີນກັບບັນຫາດ້ວຍຄວາມມຸ່ງໝັ້ນນັ້ນລະ ທີ່ຈະຊ່ວຍໃຫ້ສາວໆຜ່ານເລຶ່ອງຮ້າຍໆໄປໄດ້

ເຫັນບໍ່ສາວໆວ່າການທີ່ເປັນຄົນຄິດບວກມັນດີຫຼາຍຢ່າງແບບນີ້ ແລະ ເມຶ່ອຮູ້ແບບນີ້ແລ້ວສາວໆກໍລອງເອົາ 5 ວິທີທີ່ໄດ້ແນະນໍາໄປໃຊ້ເວລາທີ່ພົບເລຶ່ອງບໍ່ດີ ຫຼື ເລີ່ມປະຕະບັດແຕ່ຕອນນີ້ໄປເລີຍກໍຈະເປັນການດີ ແລ້ວສາວໆກໍຈະປະສົບຄວາມສໍາເລັດໃນຊີວິດຢ່າງແນ່ນອນ.

ແບ່ງປັນ