Breaking News

Entertainment Lao

“ດອກຈໍາປາບານ” ບານແລ້ວທຸກໂຮງຮູບເງົາທົ່ວປະເທດ!!! ໃຜທີ່ໄປເບິ່ງຢ່າລືມຊວນຄົນໄປນັ່ງຂ້າງເຊັດນໍ້າຕາຊ່ວຍແດ່ເດີ່!

ສິ້ນສຸດການລໍຄອຍແລ້ວ ສໍາລັບຮູບເງົາທີ່ໄດ້ຮັບຄວາມສົນໃຈແຫ່ງປີ “ດອກຈໍາປາບານ” ທີ່ບານແລ້ວທຸກໂຮງຮູບເງົາທົ່ວປະເທດລາວ. ໂດຍໄດ້ເລີ່ມເປີດສາຍໃນຮອບປະຖົມມະເລີກ ເປັນຮອບສື່ມວນຊົນໄປແລ້ວ ໃນວັນທີ 18/9 ທີ່ຜ່ານມານີ້ ພ້ອມທັງຈະເປີດສາຍໃນທຸກໂຮງຮູບເງົາທົ່ວປະເທດ ໃນວັນທີ 19/9/2019 ກໍຄືມື້ນີ້ນັ້ນເອງ… ໃຜທີ່ຕິດຕາມຢູ່ກໍຢ່າລືມໄປຊົມ, ໄປໃຫ້ກໍາລັງໃຈຜົນງານການສ້າງ ແລະ ການສະແດງຂອງຄົນລາວເຮົາແດ່ເດີ່!! ສໍາລັບແອັດມິ້ນເອງທີ່ໄດ້ໄປເບິ່ງມາແລ້ວ ຈະມາຣີວິວຄ່າວໆໄປຟັງຈັກໜ້ອຍໜຶ່ງເນາະ ສ່ວນທີ່ເຫຼືອກໍໃຫ້ໄປເບິ່ງກັນເອງເດີ່!!! ຮູບເງົາ “ດອກຈໍາປາບານ” ເປັນຮູບເງົາເລື່ອງທໍາອິດທີ່ຮ່ວມມືກັນສ້າງລະຫວ່າງ 2 ປະເທດຄື: ສປປ ລາວ ແລະ ສປ ຈີນ ໂດຍມີຈຸດປະສົງຄື ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຖານທຸກຈີນປະຈໍາລາວຄົບຮອບ 55 ປີ. ເລື່ອງລາວໄດ້ພັນລະນາເຖິງຄວາມຮັກ ແລະ ຄວາມຜູກພັນຂອງປະຊາຊົນລາວຈີນຕັ້ງແຕ່ສະໄໝທີ່ປະເທດລາວຖືກຮຸກຮານ, ການລໍຄອຍຄົນຮັກທີ່ພັດພາກຈາກກັນຕັ້ງແຕ່ສະໄໝສົງຄາມ, ພ້ອມທັງສະແດງໃຫ້ເຫັນເຖິງວັດທະນະທໍາ, ຮີດຄອງປະເພນີ ແລະ ທໍາມະຊາດອັນງົດງາມຂອງປະເທດລາວເຮົາ… ຮ່ວມຖ່າຍທອດເລື່ອງລາວຂອງຮູບເງົາປະຫວັດສາດຄັ້ງນີ້ໂດຍ ໝໍແນ່ງ ຈັນດາລີ (ນາງເອກ) ຮ່ວມກັບນັກຈະແດງຊື່ດັງຈາກປະເທດຈີນຫຼາກຫຼາຍທ່ານ ເຮັດໃຫ້ຮູບເງົາເລື່ອງນີ້ ອອກມາໄດ້ຢ່າງສົມບູນພໍສົມຄວນ ໂດຍມີທັງສາກທີ່ເຮັດໃຫ້ຍິ້ມຕາມ, …

Read More »

ດີໃຈນໍາ!!! ນ້ອງ ເປເລ່ ສີວິໄລ ແລະ ທຸກຄົນທີ່ໄດ້ຮັບລາງວັນ Cover ເພງປະກອບຮູບເງົາ “ດອກຈໍາປາບານ”

ໃນທີ່ສຸດກໍໄດ້ແລ້ວສໍາລັບຜູ້ໄດ້ຮັບລາງວັນຊະນະເລີດ ໃນການແຂ່ງຂັນ ໂຄເວີ ( Cover) ເພງຮູບເງົາ “ດອກຈຳປາບານ” ເພງປະກອບຮູບເງົາແຫ່ງປີຄື ຮູບເງົາ “ດອກຈຳປາບານ” ທີ່ໄດ້ນັກສະແດງນໍາຄື ໝໍແໜ່ງ ຈັນດາລີ ສິດພະໄຊ ຮ່ວມກັບນັກສະແດງຊື່ດັງຂອງຈີນຫຼາຍທ່ານ, ເຊິ່ງຕົ້ນສະບັບຂອງເພງນີ້ ແມ່ນຂັບຮ້ອງໂດຍ: ອຈ ສົມໃຈ ລາວລີ (JackBrown) ສໍາລັບໂຄງການຈັດການປະກວດນີ້, ແມ່ນໄດ້ເລີ່ມເປີດການແຂ່ງຂັນຕັ້ງແຕ່ ວັນທີ 15 ສິງຫາ 2019 ແລະ ປິດຮັບວັນທີ  6 ກັນຍາ 2019 ເຊິ່ງໄດ້ມີຜູ້ເຂົ້າປະກວດທັງໝົດ  13 ຄົນແລະ ໄດ້ມີການປະກາດຜົນລາງວັນໃນວັນທີ 12 ກັນຍາ ລາງວັນຊະນະເລີດ ໄດ້ແກ່ ໝາຍເລກ  M 2 ທ້າວ ສີວິໄຊ (ເປເລ່) ໄດ້ຮັບເງິນລາງວັນມູນຄ່າ 1,000,000 ກີບ, ສະໜັບສະໜູນໂດຍ …

Read More »

ໜຸ່ມໆ Mister Global 2019 ຫຼາຍກວ່າ 20 ປະເທດເດີນທາງຮອດປະເທດໄທແລ້ວ!!!

ຖືວ່າເປັນອີກເວທີການປະກວດໜຶ່ງ ທີ່ຕື່ນຕາຕື່ນໃຈ ໃຫ້ກັບພີ່ນ້ອງຊາວລາວເຮົາ  Mister Global ແມ່ນເວທີການປະກວດຄວາມງາມຂອງຜູ້ຊາຍ ທີ່ມີ 40 ປະເທດທົ່ວໂລກ ເຂົ້າຮ່ວມປະກວດ ເຊິ່ງໄດ້ຈັດມາແລ້ວ 5 ປີ ແລະ ປີນີ້ ເປັນປີທີ 6 ແລະ ເປັນປີທຳອິດທີ່ ປະເທດລາວ ເຮົາໄດ້ຖືກເຊີນ ໃຫ້ສົ່ງຊາຍໜູ່ມທີ່ມີຄວາມພ້ອມທັງຄວາມງາມ ແລະ ຄວາມສາມາດ ສົ່ງເຂົ້າປະກວດ. ປັດຈຸບັນ, ມີຫຼາຍກວ່າ 20 ປະເທດແລ້ວ ທີ່ໄດ້ເດີນທາງຮອດ ກຸງເທບ ປະເທດໄທ ແລ້ວ  ລວມທັງປະເທດລາວ ແລະ ຈະທະຍ່ອຍກັນເດີນທາງມາຄົບຮອດ 40 ປະເທດ ໃນຄໍ່າຄືນຂອງມື້ນີ້ ເພື່ອເກັບຕົວ, ເຝິກຊ້ອມ ແລະ ເຮັດກິດຈະກຳຕ່າງໆ ຈົນຮອດມື້ ປະກວດຮອບສຸດທ້າຍແມ່ນຈະຈັດຂື້ນ ໃນວັນທີ 26 ກັນຍາ 2019 ນີ້ ທີ່ປະເທດໄທ. ຮ່ວມເຊຍຕົວປະເທດລາວ …

Read More »

ທັງງາມ ທັງເກັ່ງ!!! ໝໍແນ່ງ ຈັນດາລາ ສິດພະໄຊ ນາງເອກຮູບເງົາແຫ່ງປີ “ດອກຈໍາປາບານ”

ເອີ້ນໄດ້ວ່າເກີດທຸກບົດບາດອີ່ຫຼີສໍາລັບສາວງາມຄົນນີ້!!! ໝໍແນ່ງ ຈັນດາລີ ສິດພະໄຊ ທີ່ເປັນທັງ Net Idol, ພຣີເຊັນເຕີ່ໂຄນາ ແລະ ນັກສະແດງ ເຊິ່ງຜົນງານແຕ່ລະຢ່າງຂອງ ໝໍແນ່ງ ນັ້ນຖືວ່າປັງທຸກງານເລີຍຈ່າ ແລະ ຫຼ້າສຸດກໍໄດ້ມີຜົນງານການສະແດງເປັນນາງເອກໃນຮູບເງົາເລື່ອງ “ດອກຈໍາປາບານ” ກໍຕິດອັນດັບຮູບເງົາທີ່ໄດ້ຮັບຄວາມສົນໃຈແຫ່ງປີທີ່ກໍາລັງຈະເຂົ້າສາຍໃນໄວໆນີ້!!! ສໍາລັບຮູບເງົາເລື່ອງ “ດອກຈຳປາບານ” ຖືກຍົກໃຫ້ເປັນຮູບເງົາທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດໃນປີ 2019 ເພາະໄດ້ນັກສະແດງນໍາຄື ໝໍແຫນ່ງ (ຈັນດາລີ ສິດພະໄຊ ) ມາເປັນນາງເອກ, ພະເອກຄື Mr.Ma ziluo (ຈາກປະເທດຈີນ) ແລະ ນັກສະແດງນຳອີກຫຼາກຫຼາຍທ່ານທີ່ມີຄວາມສາມາດ ມາຮ່ວມຖ່າຍທອດບົດເລື່ອງລາວໃນຮູບເງົາດັ່ງກ່າວ!!! ນາງ ຈັນດາລີ ສິດພະໄຊ ຮັບບົດເປັນ ຈໍາປາ (ນາງເອກ) Mr.Ma ziluo ຮັບບົດເປັນ Shenxiang (ພະເອກ) “ດອກຈຳປາບານ” ເປັນຮູບເລື່ອງທຳອິດ ທີ່ຖ່າຍທອດເຖິງຄວາມຮັກຂອງຄົນສອງລຸ້ນ ເປັນຮູບເງົາ ຕ້ອນຮັບພະນະທ່ານ ສີຈິ້ນຜິງ …

Read More »

ໂສລະຍາ ຄອນດີ Miss Teen Laos 2019 ຄົນທຳອິດຂອງປະເທດລາວ

ຜ່ານພົ້ນໄປກັບການປະກວດສາວງາມ Miss Teen Laos 2019 ປີທຳອິດທີ່ມີເວທີການປະກວດນີ້ໃນລາວ. ເຊິ່ງໃນຮອບມື້ຕັດສິນໃນຄໍ່າຄືນຂອງວັນທີ 8 ກັນຍາ 2019 ທີ່ຜ່ານມາຢູ່ທີ່ສູນການຄ້າໄອເຕັກຕຶກເກົ່າ  ແລະ ກໍສະແດງ ຄວາມຍີນດີກັບ #ມີສທີນລາວ2019  ຄົນທຳອິດຂອງປະເທດລາວ ໄດ້ແກ່ສາວງາມ ໝາຍເລກ MTL02 ນ້ອງ ໂສລະຍາ ຄອນດີ (ລິນ) ອາຍຸ 16 ປີ ທີ່ສາມາດເອົາຊະນະໃຈກຳມະການໄປໄດ້ ແລະ ຄວ້າມຸງກຸດ ມູນຄ່າ 80 ລ້ານກີບໄປຄອງ.  ນອກນີ້ ສາວງາມຄົນເກັ່ງຍັງຄວບອີກສອງລາງວັນພິເສດໄປຕື່ມອີກຄື ລາງວັນຂວັນໃຈຊ່າງພາບ ແລະ ລາງວັນ Miss HealThy.  ທ່ານ ສາມາດເຂົ້າໄປສ່ອງ ແລະ ຕິດຕາມການເຄື່ອນໄຫວ ນ້ອງລິນ ທາງເຟສບຸກສ່ວນຕົວໄດ້ ຕາມນີ້ເລີຍຈະ:  Soraya’s Conde ຂໍ້ມູນ ແລະ ຮູບພາບຈາກເພສ Miss TEEN LAOS

Read More »