ສິ້ນສຸດການລໍຄອຍແລ້ວ ສໍາລັບຮູບເງົາທີ່ໄດ້ຮັບຄວາມສົນໃຈແຫ່ງປີ “ດອກຈໍາປາບານ” ທີ່ບານແລ້ວທຸກໂຮງຮູບເງົາທົ່ວປະເທດລາວ. ໂດຍໄດ້ເລີ່ມເປີດສາຍໃນຮອບປະຖົມມະເລີກ ເປັນຮອບສື່ມວນຊົນໄປແລ້ວ ໃນວັນທີ 18/9 ທີ່ຜ່ານມານີ້ ພ້ອມທັງຈະເປີດສາຍໃນທຸກໂຮງຮູບເງົາທົ່ວປະເທດ ໃນວັນທີ 19/9/2019 ກໍຄືມື້ນີ້ນັ້ນເອງ… ໃຜທີ່ຕິດຕາມຢູ່ກໍຢ່າລືມໄປຊົມ, ໄປໃຫ້ກໍາລັງໃຈຜົນງານການສ້າງ ແລະ ການສະແດງຂອງຄົນລາວເຮົາແດ່ເດີ່!! ສໍາລັບແອັດມິ້ນເອງທີ່ໄດ້ໄປເບິ່ງມາແລ້ວ ຈະມາຣີວິວຄ່າວໆໄປຟັງຈັກໜ້ອຍໜຶ່ງເນາະ ສ່ວນທີ່ເຫຼືອກໍໃຫ້ໄປເບິ່ງກັນເອງເດີ່!!!
ຮູບເງົາ “ດອກຈໍາປາບານ” ເປັນຮູບເງົາເລື່ອງທໍາອິດທີ່ຮ່ວມມືກັນສ້າງລະຫວ່າງ 2 ປະເທດຄື: ສປປ ລາວ ແລະ ສປ ຈີນ ໂດຍມີຈຸດປະສົງຄື ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຖານທຸກຈີນປະຈໍາລາວຄົບຮອບ 55 ປີ. ເລື່ອງລາວໄດ້ພັນລະນາເຖິງຄວາມຮັກ ແລະ ຄວາມຜູກພັນຂອງປະຊາຊົນລາວຈີນຕັ້ງແຕ່ສະໄໝທີ່ປະເທດລາວຖືກຮຸກຮານ, ການລໍຄອຍຄົນຮັກທີ່ພັດພາກຈາກກັນຕັ້ງແຕ່ສະໄໝສົງຄາມ, ພ້ອມທັງສະແດງໃຫ້ເຫັນເຖິງວັດທະນະທໍາ, ຮີດຄອງປະເພນີ ແລະ ທໍາມະຊາດອັນງົດງາມຂອງປະເທດລາວເຮົາ…
ຮ່ວມຖ່າຍທອດເລື່ອງລາວຂອງຮູບເງົາປະຫວັດສາດຄັ້ງນີ້ໂດຍ ໝໍແນ່ງ ຈັນດາລີ (ນາງເອກ) ຮ່ວມກັບນັກຈະແດງຊື່ດັງຈາກປະເທດຈີນຫຼາກຫຼາຍທ່ານ ເຮັດໃຫ້ຮູບເງົາເລື່ອງນີ້ ອອກມາໄດ້ຢ່າງສົມບູນພໍສົມຄວນ ໂດຍມີທັງສາກທີ່ເຮັດໃຫ້ຍິ້ມຕາມ, ມີສາກທີ່ເຮັດໃຫ້ເສົ້າຈົນນໍ້າຕາແຕກໄປນໍາ (ອັນນີ້ບໍ່ໄດ້ອວຍເດີ່ ຂະໜາດແອັດບໍ່ຄ່ອຍມັກເບິ່ງໜັງຄວາມຮັກ ຍັງອິນໄດ້ເລີຍ 555) ເວົ້າຫຼາຍດຽວຊິມີຄົນຖາມວ່າແອັດໄດ້ຄ່າຈ້າງໂປຣໂມດທໍ່ໃດ ເອົາເປັນວ່າຢາກໃຫ້ທຸກຄົນລອງໄປເບິ່ງກັນເອົາເອງເນາະ ລະຊິຮູ້ວ່າ ແອັດບໍ່ໄດ້ອວຍແຕ່ຢ່າງໃດ.
ທ້າຍນີ້ຢາກຝາກເຖິງທຸກຄົນວ່າ ຢາກໃຫ້ຮ່ວມກັນສະໜັບສະໜູນສີມືການສະແດງຂອງຄົນລາວ, ສະໜັບສະໜູນວົງການຮູບເງົາລາວ ດ້ວຍການເບິ່ງຮູບເງົາຂອງຄົນລາວ!!! ແຕ່ຍໍ້າວ່າ ຢ່າລືມຊວນຄົນໄປນັ່ງຂ້າງເຊັດນໍ້າຕາກັນແດ່ເດີ່ 555