ໃນທີ່ສຸດກໍໄດ້ແລ້ວສໍາລັບຜູ້ໄດ້ຮັບລາງວັນຊະນະເລີດ ໃນການແຂ່ງຂັນ ໂຄເວີ ( Cover) ເພງຮູບເງົາ “ດອກຈຳປາບານ” ເພງປະກອບຮູບເງົາແຫ່ງປີຄື ຮູບເງົາ “ດອກຈຳປາບານ” ທີ່ໄດ້ນັກສະແດງນໍາຄື ໝໍແໜ່ງ ຈັນດາລີ ສິດພະໄຊ ຮ່ວມກັບນັກສະແດງຊື່ດັງຂອງຈີນຫຼາຍທ່ານ, ເຊິ່ງຕົ້ນສະບັບຂອງເພງນີ້ ແມ່ນຂັບຮ້ອງໂດຍ: ອຈ ສົມໃຈ ລາວລີ (JackBrown)
ສໍາລັບໂຄງການຈັດການປະກວດນີ້, ແມ່ນໄດ້ເລີ່ມເປີດການແຂ່ງຂັນຕັ້ງແຕ່ ວັນທີ 15 ສິງຫາ 2019 ແລະ ປິດຮັບວັນທີ 6 ກັນຍາ 2019 ເຊິ່ງໄດ້ມີຜູ້ເຂົ້າປະກວດທັງໝົດ 13 ຄົນແລະ ໄດ້ມີການປະກາດຜົນລາງວັນໃນວັນທີ 12 ກັນຍາ
ລາງວັນຊະນະເລີດ ໄດ້ແກ່ ໝາຍເລກ M 2 ທ້າວ ສີວິໄຊ (ເປເລ່) ໄດ້ຮັບເງິນລາງວັນມູນຄ່າ 1,000,000 ກີບ, ສະໜັບສະໜູນໂດຍ ບໍລິສັດ ພູນເງິນການຄ້າ, ໄດ້ຮັບບັດເຊີນເຂົ້າຮ່ວມງານ ພິທີເປີດການສາຍຮູບເງົາເລື່ອງ ”ດອກຈຳປາບານ” ຢ່າງເປັນທາງການ, ໃນວັນທີ 18 ກັນຍາ 2019 ທີ່ໂຮງຮູບເງົາເມເຈີ້ ສູນການຄ້າວຽງຈັນເຊັນເຕີ້ຊັ້ນ4 ຈຳນວນ 1 ບັດ ແລະ ປີ້ເຂົ້າຊົມຮູບເງົາຟຣີຈຳນວນ 4 ບັດ.
- ລາງວັນຮອງອັນດັບ 1 ໄດ້ແກ່ ໝາຍເລກ M 5 ທ້າວ ອ້ວນ ເພັງຈຳປາ ໄດ້ຮັບເງິນລາງວັນມູນຄ່າ 500,000 ກີບ, ສະໜັບສະໜູນໂດຍ ບໍລິສັດ ພູນເງິນການຄ້າ, ໄດ້ບັດເຊີນເຂົ້າຮ່ວມງານ ພິທີເປີດການສາຍຮູບເງົາເລື່ອງ ”ດອກຈຳປາບານ” ແລະ ປີ້ເຂົ້າຊົມຮູບເງົາຟຣີຈຳນວນ 3 ບັດ.
- ລາງວັນຮອງອັນດັບ2 ໄດ້ແກ່ໝາຍເລກ M 8 ທ້າວ ວິໄລພົງ ມະນີລາ ໄດ້ຮັບເງິນລາງວັນມູນຄ່າ 400,000 ກີບ, ສະໜັບສະໜູນໂດຍ ບໍລິສັດ ພູນເງີນການຄ້າ, ໄດ້ບັດເຊີນເຂົ້າຮ່ວມງານ ພິທີເປີດການສາຍຮູບເງົາເລື່ອງ ”ດອກຈຳປາບານ” ຢ່າງເປັນທາງການ ແລະ ປີ້ເຂົ້າຊົມຮູບເງົາຟຣີຈຳນວນ 2 ບັດ.
- ລາງວັນ Popular Vote ໄດ້ແກ່ໝາຍເລກ M 1 ທ້າວ ອັດສະວິນ ຈິດຕະວົງ ໄດ້ຮັບເງິນລາງວັນມູນຄ່າ 300,000 ກີບ, ສະໜັບສະໜູນໂດຍ ບໍລິສັດ ພູນເງີນການຄ້າ, ໄດ້ບັດເຊີນເຂົ້າຮ່ວມງານ ພິທີ ເປີດການສາຍຮູບເງົາເລື່ອງ ”ດອກຈຳປາບານ” ແລະ ປີ້ເຂົ້າຊົມຮູບເງົາຟຣີຈຳນວນ 2 ບັດ.
ນອກຈາກນີ້,ຍັງມີລາງວັນຊົມເຊີຍໃຫ້ກັບຜູ້ເຂົ້າປະກວດ ໄດ້ຮັບເງີນລາງວັນມູນຄ່າ 200,000 ກີບ, ສະໜັບສະໜູນໂດຍ ບໍລິສັດ ພູນເງິນການຄ້າ, ໄດ້ບັດປີ້ເຂົ້າຊົມຮູບເງົາຟຣີຈຳນວນ 2 ບັດ. ແນວໃດກໍຂໍສະແດງຄວາມຍິນດີກັບຜູ້ໄດ້ຮັບລາງວັນ ແລະ ຊົມເຊີນໝົດທຸກຄົນທີ່ເຂົ້າຮ່ວມປະກວດນໍາເດີ່!!!