Nissan TERRA ແບບ (SUV), ອອບຊັ່ນເຕັມທີ່ມາພອ້ມ 7 ບອ່ນນັ່ງໂດຍບໍລິສັດຕັນຈົງມໍເຕີລາວຈຳກັດພຽງຜູດຽວ, ເຊິ່ງເປັນບໍລິສັດໃນເຄືອຂອງ ບໍລິສັດ ຕັນຈົງ ມໍເຕີ ຈຳກັດຂອງປະເທດມາເລເຊຍ ແລະ ເປັນຜູ້ຈຳໜ່າຍລົດ ຍີ່ຫໍ້ ນິສສັນ ພຽງຜູ້ດຽວໃນ ສປປ ລາວ.
ເຊິ່ງໃນ Ep1 ເຮົາໄດ້ຮູ້ໄປກຽ່ວກັບຄວາມສວຍງາມທາງດ້ານໜ້າຂອງ Terra, ອອບຊັ່ນດ້ານໃນທີ່ຫຼູຫຼາ ແລະ ເບາະໜັງທີ່ມາແບບສະຕາຍໂຮງໜັງເຮັດໃຫ້ຫຼຸດອາການເມົາໄດ້, ມີຄວາມກວ້າງຂວາງສະດວກສະບາຍ ແລະ ໃນ Ep2 ນີ້ເຮົາຈະມາຮູ້ກັນເລີຍວ່າມີຫຍັງແດ່?…
Ep2: ເຮົາຈະມາຮູ້ຈັກກັນກຽ່ວກັບຈັກ, ລະບົບການຂັບເຂື່ອນ ແລະ ເລື່ອງຄວາມປອດໄພຂອງລົດນິສສັນເທີລາທີ່ເປັນຈຸດຂາຍຫຼັກ.
- ຈັກ ແລະ ລະບົບເກຍ
- 5 D Inter-Cooler Turbo Engine
- Power 190Ps & Torque 450Nm
ລົດ Terra ແມ່ນລົດທີ່ກຳລັງແຮງທີສຸດຢູ່ໃນປະເທດລາວໃນລະດັບແຮງຈັກ 5 ກຸ່ມດຽວກັນ, ມາພ້ອມກັບ 190 ແຮງມ້າ ແລະ 450 ແຮງບິດໃຫ້ການຕອບສະໜອງທີ່ໄວໃນອັດຕາການເລັ່ງ ແລະ ແຮງບໍ່ເຄີຍຕົກໃນຂະນະທີ່ບັນທຸກໜັກ
- Terra ມີ 7 ເກຍອໍໂຕທີ່ມາພ້ອມກັບເກຍກະປຸກ
- 7 ເກຍອໍໂຕເຮັດໃຫ້ການຂັບຂີ່ນຸ້ມນວນ
ແລະ ໂຫມດກະປຸກເຮັດໃຫ້ເຈົ້າສາມາດປ່ຽນເປັນເກຍກະປຸກໄດ້ໃນກໍລະນີທີ່ເຈົ້າຕ້ອງການພະລະກຳລັງ, ຕົວຢ່າງ: ເມື່ອເຈົ້າຕ້ອງການແຊ່ງລົດຄັນທາງໜ້າ ຫຼື ກຳລັງຂຶ້ນພູເຂົາ, ໝາຍຄວາມວ່າຈະເຮັດໃຫ້ການຂັບຂີ່ນຸ້ມນວນ ແລະ ມວ່ນຊື່ນ
2. ລະບົບການຂັບເຄື່ອນ
- ລະບົບຂັບເຄື່ອນ 4 ລໍ້ແບບບໍ່ຕ້ອງຈອດ Shift-on-the-Fly
ລະບົບນີ້ສາມາດຊ່ວຍໃຫ້ທ່ານປ່ຽນຈາກລະບົບຂັບເຄື່ອນ 2 ລໍ້ໄປເປັນ 4 ລໍ້ ໂດຍບໍ່ຕ້ອງຢຸດລົດ, ໃນກໍລະນີທ່ານສາມາດຂັບຕ່ຳກວ່າ 100 ກມ/ຊົ່ວໂມງລົງມາ
3. I-LDW (ລະບົບຄວບຄຸມລົດເພື່ອບໍ່ໃຫ້ອອກນອກເລນ)
- ໃນກໍລະນີຄົນຂັບຮູ້ສຶກອ່ອນເພຍຈາກກການເດີນທາງໄລຍະໄກ ອາດຈະເຮັດໃຫ້ລົດເສຍຫຼັກອອກນອກເລນ, ລະບົບນີ້ຈະສົ່ງສັນຍານເຕືອນເປັນສຽງເພື່ອໃຫ້ຄົນຂັບມີສະຕິຄວບຄຸມລົດ
4. ຖົງລົມນິລະໄພ
- ທາງໜ້າຄົນຂັບ ແລະ ທາງໜ້າຜູ້ໂດຍສານດ້ານໜ້າ & ດ້ານຂ້າງຄົນຂັບ ແລະ ດ້ານຂ້າງຜູ້ໂດຍສານດ້ານຫນ້າ ແບບຜ້າກັ້ງ, ຊ່ວຍປ້ອງກັນໝົດທຸກຄົນໃນລົດ!
- VDC (ລະບົບຮັກສາຄວາມສົມດູນຂອງຕົວລົດ)
- ເຈົ້າເຄີຍມີປະສົບການ ຫຼື ບໍ່ເວລາເຈົ້າຂັບລົດທາງໂຄ້ງ ແລະ ເຈົ້າຮູ້ສຶກວ່າລົດເຈົ້ານັ້ນມັນເຈືອກຫຼື ມັນໝື່ນໄປທາງຂ້າງ?
ແລະ ເຈົ້າຮູ້ສຶກຢ້ານຫຼາຍແມ່ນບໍ່? ລະບົບນີ້ຈະຊ່ວຍໃຫ້ການເຈືອກຕອນທີ່ລົດເຂົ້າໂຄ້ງນັ້ນມັນເຮັດໃຫ້ເຈົ້າ ແລະ ຄອບຄົວເຈົ້າປອດໄພຫຼາຍຂຶ້ນ
- HSA (ລະບົບຂຶ້ນທາງດອຍ ຊັນ)
ໃນກໍລະນີທີ່ເຈົ້າອອກລົດຈາກທາງດອຍຊັນນັ້ນແມ່ນຫຍັງທີ່ເຈົ້າກັງວົນ?
ໃນລະບົບນີ້ເຈົ້າບໍ່ຕ້ອງເປັນຫ່ວງ ຫຼື ກັງວົນວ່າລົດເຈົ້າມັນຖອຍຫຼັງ, ເຊິ່ງມັນຈະຊ່ວຍໃຫ້ລົດທ່ານຢຸດ 3 ວິນາທີ, ເຊິງມັນພຽງພໍແລ້ວທີ່ເຮັດໃຫ້ທ່ານຍ້າຍຕີນຈາກເບຣກໄປຫາຄັນເລັ່ງ ແລະ ເຮັດໃຫ້ເຈົ້າບໍ່ຕ້ອງເປັນຫ່ວງອີກຕໍ່ໄປ
# ນິສສັນເທີລາຍັງມີຂໍ້ມູນ ແລະ ອອບຊັ່ນດີໆອີກຫຼາກຫຼາຍຢ່າງທີ່ເຮົາຈະມາເຈາະເລິກ ໃຫ້ທຸກຄົນໄດ້ຮູ້ຈັກ ແລະ ຢ່າພາດໃນ Ep ສຸດທ້າຍ ຈະມີຫຍັງແດ່ນັ້ນຢ່າລືມຕິດຕາມກັນໄວ້ເດີ້.
ຫຼື ຈະຕິດຕໍ່ສອບຖາມເພີ່ມຕື່ມໄດ້ ທາງ Facebook Page /NissanLaos/ຫຼື ຕິດຕໍ່ໂທ 02076224494
ລູກຄ້າທ່ານໃດ ທີ່ສົນໃຈສາມາດເລືອກສີໄດ້ຕາມນີ້ເລີຍ ສີນ້ຳຕານ, ສີເທົາ, ສີທອງ, ສີແດງ, ສີດຳ, ສີຟ້າແກ່, ສີເງິນ ແລະ ສີຂາວມຸກ ທີ່ມີຫຼາຍສີໃຫ້ທ່ານເລືອກຈັບຈອງນິສສັນ ເທີຣາໄດ້ທີ່ຫອ້ງຂາຍ ນິສສັນໃກ້ບ້ານທ່ານຫຼືງານສະແດງລົດໂຊໃກ້ບ້ານທ່ານ.
ສຳລັບຂໍ້ມູນເພີ່ມຕື່ມຂອງລົດລຸ້ນອື່ນໆຂອງນິສສັນກະລຸນາເຂົ້າມາຢຽ້ມຢາມ website www.nissan-lao.la ຫຼື ຕິດຕາມ