Breaking News

Entertainment Lao

ສົມກັບສາຍາ!! ນາງງາມໃຈບຸນ ຍຸ້ຍ ສັນທະນີ Miss Supranational 2018 ບໍລິຈາກຜ້າອັດປາກ ແລະ ເຈລລ້າງມືໃຫ້ກັບໜ່ວຍກູ້ໄພ…

ສົມກັບໄດ້ຮັບສາຍາ “ນາງງາມໃຈບຸນ” ອີກຄົນໜຶ່ງທີ່ບໍ່ວ່າຈະມີເຫດການຫຍັງເກີດຂຶ້ນຢູ່ປະເທດລາວເຮົາ, ປະຊາຊົນເດືອດຮ້ອນຕ້ອງການຄວາມຊ່ວຍເຫຼືອຢູ່ໃສ ແມ່ນໜ້ອຍບ່ອນທີ່ຈະບໍ່ເຫັນໜ້າສາວຄົນນີ້ ຍຸ້ຍ ສັນທະນີ ອະດີດນາງງາມ Miss Supranational 2018… ແລະ ໃນໄລຍະນີ້ປະເທດລາວເຮົາກໍກໍາລັງພະເຊີນກັບໄພພິບັດຈາກ ໂຄວິດ-19 ເຊິ່ງມັນໄດ້ສົ່ງຜົນກະທົບທຸກດ້ານຕໍ່ກັບປະເທດເຮົາ ແຕ່ພາກລັດ ແລະ ບັນດາໜ່ວຍງານທີ່ຮັບຜິດຊອບກໍໄດ້ພະຍາຍາມທຸກວິທີທາງເພື່ອຮັບມື ແລະ ສະກັດກັ້ນພະຍາດດັ່ງກ່າວ!! ລວມທັງປະຊາຊົນຄົນລາວເຮົາຜູ້ທີ່ມີເງື່ອນໄຂກໍໄດ້ອອກມາໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງເຕັມທີ່… ກໍຄືບັນດາຄົນບັນດາຄົນບັນເທີງລາວຫຼາຍຄົນທີ່ຍື່ນມືເຂົ້າມາຊ່ວຍເຫຼືອ ບໍ່ວ່າຈະເປັນອຸປະກອນທາງການແພດຕ່າງໆ ເທົ່າທີ່ຄວາມສາມາດຈະຊ່ວຍໄດ້ ລວມທັງ ນາງງາມໃຈບຸນຄົນນີ້ ຍຸ້ຍ ສັນທະນີ ເຫັນມິດໆບໍ່ໂພສຫຍັງໃນ FB ສ່ວນຕົວແຕ່ກໍລົງໄປບໍລິຈາກເຄື່ອງຊ່ວຍເຫຼືອ ໃຫ້ກັບທີມກູ້ໄພ ທີ່ກໍາລັງປະຕິບັດໜ້າທີ່ຊ່ວຍເຫຼືອຄົນເຈັບຢູ່ສະໜາມດ້ວຍຕົນເອງ… ຈົນເຮັດໃຫ້ FB ຊື່: SaoKai Jaojaohude ໂພສຮູບພາບຂອງສາວຍຸ້ຍ ພ້ອມແຄັບຊັ່ນວ່າ “ວ່າສີບໍ່ເອົາລົງລະນ່າ………..ແຕ່ຈັກຫນ່ອຍຄົນສີບໍ່ຮູ້ນຳວ່ານາງໃຈດີ ແຕ່ສະພາບນາງງາມທີ່ຂ້ອຍເຄີຍແອບມັກແອບປື້ມຄວາມງາມຕອນນີ້ມັນຫາຍໄປໃສແລ້ວ ຫຼືຖືກປົກປີດດ້ວຍຜ້າອັດປາກໄວ້ຫມົດ 5555 ແຕ່ກະຍັງຮັກໃນຄວາມດີນາງນີໃສດີໃຈດີຂອງນາງຢູ່555555 ຂອບໃຈນ້ອງສາວຂ້ອຍ ຢຸ້ຍ ສັນທະນີ …

Read More »

ຊົມເຊີຍ!! “ໝໍແນ່ງ” ຈົກເງິນສ່ວນຕົວຈໍານວນ 9 ລ້ານກີບ ຊື້ອຸປະກອນຊ່ວຍສະໜັບສະໜູນໜ່ວຍກູ້ໄພເພື່ອຕ້ານ Covid_19

ຕໍ່ກັບສະພາບການລະບາດຂອງພະຍາດໂຄວິດ-19 ທີ່ປັດຈຸບັນໄດ້ແຜ່ລະບາດຢ່າງຮຸນແຮງໄປຫຼາຍປະເທດທົ່ວທຸກມຸມໂລກ ເຊິ່ງສົ່ງຜົນເຮັດໃຫ້ຍອດຜູ້ຕິດເຊື້ອ ແລະ ເສຍຊີວິດນັບມື້ນັບສູງຂຶ້ນ. ປະເທດລາວເຮົາກໍເຊັ່ນດຽວກັນປັດຈຸບັນ ມີຍອດຜູ້ຕິດເຊື້ອ Covid_19 ເພິ່ມຂຶ້ນເປັນຈໍານວນ 9 ຄົນແລ້ວ  ພະຍາດລະບາດດັ່ງກ່າວໄດ້ສົ່ງຜົນກະທົບເຮັດໃຫ້ເສດຖະກິດຕົກຕໍ່າ ແລະ ການດໍາລົງຊີວິດຂອງຄົນຢູ່ໃນສັງຄົມກໍພົບຄວາມຫຍຸ້ງຍາກ…   ໃນສະຖານະການວິກິດແບບນີ້ ກໍຍັງຫຼາຍຄົນ-ຫຼາຍພາກສ່ວນໃຫ້ການຊ່ວຍເຫຼືອສັງຄົມ! ເຊິ່ງ ຈັນດາລີ ສິດພະໄຊ ຫຼືທີ່ທຸກຄົນຮູ້ກັນດີໃນນາມ ໝໍແນ່ງ ບໍ່ວ່າບ້ານເຮົາວິກິດໃດເພິ່ນກໍເປັນອີກໜື່ງຄົນທີ່ເຂົ້າມາຊ່ວຍເຫຼືອສັງຄົມເຮົາບໍ່ວ່າຈະເປັນວິກິດການນໍ້າຖ້ວມພາກໃຕ້ທີ່ມາ ແລະ ເມື່ອບໍ່ດົນມານີ້ ໜໍແນ່ງຄົນເກັ່ງເຮົາ ກໍໄດ້ຊ່ວຍເຫຼືອອຸປະກອນ ປ້ອງກັນພະຍາດລະບາດໂຄວິດ ໃຫ້ໜ່ວຍງານແພດເຮົາມາຫຼາຍແຫ່ງແລ້ວ   ຫຼ້າສຸດ ມີຜູ້ໃຊ້ເຟສບຸກຄົນໜື່ງໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວຂອງຕົນເອງວ່າ: ຂອບໃຈຫລາຍໆເດີ້ແມ່ Chandaly Ningnang Sitpraxay ສຳລັບເຄື່ອງບໍລິຈາກມີ: ຜ້າອັດປາກ 20ກ່ອງ. ຖົງມື 5ແກັດ. ນ້ຳຢາລ້າງມື 2ຕຸກ. ເຫລົ້າ90 3ຕຸກ. ເຄື່ອງພົ່ນຢາ 1 ເຄື່ອງ. ລວມເປັນເງິນທັງຫມົດປະມານ 9.000.000ກີບ ຂອບໃຈຫລາຍໆທີ່ຍັງເຫັນຄວາມສຳຄັນພວກລູກຕັ້ງແຕ່ເຂື່ອນແຕກອັດຕະປືແລະໄດ້ມາເຈິກັບໄວຣັດໂຄວິດ19 …

Read More »

ໄຮໂຊສາວ ເມເມ ສະຫວັນ Share ປະສົບການຕົວຈິງ ໃກ້ຊິດກໍລະນີຄົນຕິດເຊື້ອ COVID-19 …

ປັດຈຸບັນ ໃນ ສປປ ລາວ ເຮົາມີຍອດຄົນຕິດເຊື້ອໂຄວິດ-19 ເພີ່ມຂຶ້ນເປັນຈໍານວນ 6 ຄົນແລ້ວ ເຊິ່ງຈໍານວນຜູ້ຕິດເຊື້ອດັ່ງກ່າວແມ່ນໄດ້ຮັບການຮັກສາຕົວຢູ່ໂຮງໝໍ…  ເມື່ອລາວເຮົາເລີ່ມມີຜູ້ຕິດເຊື້ອສິ່ງທີ່ນ່າເປັນຫ່ວງໄປກວ່ານັ້ນກໍຄືຄົນທີ່ຢູ່ໃກ້ຊິດກັບຜູ້ຕິດເຊື້ອໃນໄລຍະເວລາ 14 ວັນ  ທີ່ມີຄວາມສ່ຽງ  ຄົນທີ່ຢູ່ໃກ້ຕົວກໍບໍ່ໄດ້ຖືເບົາ ຮີບພາກັນກັກຕົວເອງ ແລະ ບາງກຸ່ມກໍໄດ້ເຂົ້າໄປກວດຜົນຢູ່ໂຮງໝໍ… ເຊິ່ງມື້ນີ້ຂວັນໃຈມີກໍລະນີຕົວຢ່າງອີກໜື່ງທີ່ໄດ້ໃກ້ຊິດກັບຜູ້ຕິດເຊື້ອCOVID-19 ມາໃຫ້ທຸກຄົນເບິ່ງນັ້ນກໍຄື  ສາວ ເມເມ ສະຫວັນ ໄຮໂຊຊື່ດັງ ຈາກແຂວງສະຫວັນນະເຂດ ທີ່ໄດ້ມາ Live ເລົ່າເຖິງປະສົບການຕົວເອງຜ່ານເຟສບຸກສ່ວນຕົວ ທີ່ໄດ້ໃກ້ຊິດກັບກໍລະນີຜູ້ຕິດເຊຶ້ອໂຄວິດ  ເຊິ່ງໄດ້ເຜີຍວ່າ ຜູ້ຕິດເຊື້ອທີ່ຊື່ ທ້າວ ເຈມບອນ ກໍລະນີທີ 3 ໄດ້ໄປເມືອງນອກກັບຕົນເອງມາ ແລະ ຮູ້ຈັກກັບ ທ້າວ ສິລິສັກ ເຊິ່ງເປັນພະນັກງານໂຮງແຮມ ຄຣາວພາຊາ ກໍລະນີທີ 2 … ລາຍລະອຽດຕາມຄລິບວີດີໂອ 1-2 ດ້ານລຸ່ມ… ຂ້າພະເຈົ້າສິມາເລົ່າປະສົບການຈີງເພາະໂຄວິດ covid-19 ມັນໃກ້ໂຕທຸກຄົນແທ້ໆ ແລະ …

Read More »

ຊົມເຊີຍ! 3 ໜຸ່ມສຸດຫລໍ່ ອຸງ ອາ​ນົນ  ແລະ ລ໊ອກ​ກີ້ ມອບຜ້າອັດປາກ 114 ກ່ອງ ໃຫ້ໂຮງຫມໍ ມິດຕະພາບ ແລະ ໂຮງຫມໍ ມະໂຫສົດ ຕ້ານ COVID-19…

ຕໍ່ເນື່ອງກັບພະຍາດລະບາດໂຄວິດ -19 ທີ່ປັດຈຸບັນເກືອບທຸກພື້ນທີ່ທົ່ວໂລກນັບມື້ມີຄົນຕິດເຊື້ອເພີ່ມຂຶ້ນເລື້ອຍໆ ແລະ ສປປ ລາວ ເຮົາກໍເຊັ່ນດຽວກັນ ມາຮອດຕອນນີ້ມີ ຄົນຈໍານວນຜູ້ຕິດເຊື້ອທັງໝົດເປັນ 6 ຄົນແລ້ວ ແນ່ນອນວ່າທຸກພາກສ່ວນຢູ່ໃນສັງຄົມກໍບໍ່ໄດ້ລະເລີຍ  ແລະ ພາກັນສຸມໃສ່ປະຕິບັດຕາມຄໍາແນະນໍາທີ່ຂັ້ນເທິງວາງອອກ… ເຊິ່ງຍັງມີອີກພາກສ່ວນໜື່ງທີ່ໄດ້ສຸມໃສ່ປະຕິບັດໜ້າທີ່ຂອງຕົນເອງຢ່າງເຕັມທີ່ ເກືອບຕະຫຼອດ 24 ຊົ່ວໂມງນັ້ນກໍຄືທ່ານໝໍ ທີ່ໄດ້ເຮັດວຽກຢ່າງໜັກ ເຊິ່ງໃນສະຖານະການວິກິດແບບນີ້ ຍັງມີຄົນຈໍານວນໜື່ງທີ່ປຸກລະດົມນໍ້າໃຈກັນຊ່ວຍເຫຼືອສັງຄົມເຮົາບໍ່ວ່າຈະເປັນປັດໄຈດ້ານຕ່າງໆ…  ທີ່ຜ່ານມາຄົນດັງລາວເຮົາກໍມີຫຼາຍຄົນທີ່ໄດ້ລະດົມທຶນເພື່ອເອົາໄປຊື້ອຸປະກອນປ້ອງກັນພະຍາດດັ່ງກ່າວໄປຊ່ວຍເຫຼືອໂຮງໝໍຕ່າງໆ ຫຼ້າສຸດໃນວັນທີ່ 26 ມີນາ 2020 ໜໍແນ່ງ ກໍໄດ້ໂພສຜ່ານເຟສບຸກສ່ວນຕົວວ່າ: ດາຣາໄປໂຮງຫມໍ ຄົນເຈັບຊິເຊົາໄຂ້ໄວແລ້ວແບບນິ? ນ້ອງຊາຍຕາງຫນ້າແນ່ງ ແລະ ທຸກຄົນທີ່ມີສ່ວນຮ່ວມໃນການບໍລິຈາກ ( ບັນຊີສ່ວນຕົວ ) 18.200.000 ກີບ ມອບ mask 114 ກ່ອງ ໃຫ້ສອງໂຮງຫມໍ ໂຮງຫມໍ ມິດຕະພາບ ແລະ ໂຮງຫມໍ ມະໂຫສົດ ຖ້າໄດ້ ONE …

Read More »

ສຸດຍອດໄປເລີຍ!! ໝໍແນ່ງ ຈັນດາລີ ສິດພະໄຊ ປິດຍອດບໍລິຈາກ (ຊື້ຜ້າປິດປາກໃຫ້ແພດໝໍລາວ) 16 ລ້ານກີບພາຍໃນມື້ດຽວ ສົມເປັນດາລາຊົງອິດທິພົນປີ 2019 ອີ່ຫຼີ…

ຫຼັງຈາກທີ່ທາງໝໍແນ່ງໄດ້ໂພດສລົງ Facebook ສ່ວນຕົວຂອງໂຕເອງກ່ຽວກັບການວາງແຜນທີ່ຈະຊື້ໜ້າກາກທາງການແພດຂອງແທ້ໃຫ້ແພດລາວທີ່ກໍາລັງເຮັດໜ້າທີ ຊ່ວຍເຫຼືອຄົນລາວທີ່ມີກໍລະນີສົງໄສຕິດເຊື້ອໂຄວິດເຊິ່ງໜ້າກາກແມ່ນມີຄວາມສໍາຄັນຫຼາຍໃນການປ້ອງກັນການຕິດເຊື້ອທີ່ທາງແພດຕ້ອງໄດ້ໃສ່ ຫຼື ຄົນປ່ວຍກໍ່ເຊັ່ນດຽວກັນເລີຍເຮັດໃຫ້ໝໍແນ່ງສ້າງໂຄງການຂໍຄວາມຊ່ວຍເຫຼືອຈາກແອັບ BCEL One ເຊິ່ງພາຍໃນມື້ດຽວຄົນບໍລິຈາກເຕັມຕາມຈໍານວນທີ່ຄາດການໄວ້ຄື 16,000,0000 ກີບ… ໃນນີ້ບວກກັບໝໍແນ່ງເປັນຄົນສັງຄົມແລະມັກເຮັດບຸນຢູ່ແລ້ວເລີຍມີໝູ່ຄູ່ແຟນຄຣັບໃຫ້ຄວາມຮ່ວມມືເປັນຈໍານວນຫຼວງຫຼາຍ ທາງທ໋ອກທູທີນເຮົາກໍ່ໄດ້ຮ່ວມບໍລິຈາກ ແລະ ກໍ່ໄດ້ໂພດສໃຫ້ Fanpage ຮູ້ແລະກໍ່ເຫັນບາງຄົນໂອນຊ່ວຍເຫຼືອສົມທົບທຶນທາງທ໋ອກທູທີນຢາກຂອບໃຈທາງໝໍແນ່ງທີ່ເຮັດໂຄງການດີໆແບບນີ້ຂຶ້ນມາ ແລະ ຂອບໃຈທຸກຄົນແທນແພດລາວທີ່ຊ່ວຍເຫຼືອກັນຢ່າງເຕັມທີເຮັດໃຫ້ເປົ້າໝາຍຮອດໄວກ່ອນທີ່ຄິດ. ຂອບໃຈຂໍ້ມູນຈາກ  TalkToTeen ໄວລຸ້ນລາວ

Read More »