Breaking News

Entertainment Lao

ຊົມເຊີຍ! “ໝໍແນ່ງ” ສົມທົບທຶນຊ່ວຍເຫຼືອ ໄຟໄໝ້ປ່າທີ່ແຂວງຫລວງນໍ້າທາ…

“ຈັນດາລີ ສິດພະໄຊ” ຫຼືທີ່ທຸກຄົນຮູ້ກັນດີໃນນາມ “ໝໍແນ່ງ”  ບໍ່ວ່າບ້ານເຮົາຈະປະເຊີນກັບວິກິດໃດເພິ່ນກໍເປັນອີກໜື່ງຄົນທີ່ເຂົ້າມາຊ່ວຍເຫຼືອສັງຄົມເຮົາຕະຫຼອດມາບໍ່ວ່າຈະເປັນວິກິດການນໍ້າຖ້ວມພາກໃຕ້ທີ່ມາ ແລະ ສະພາວະພະຍາດລະບາດໂຄວິດແຜ່ລະບາດໝໍແນ່ງຄົນນີ້ກໍໄດ້ໃຫ້ການຊ່ວຍເຫຼືອຫຼາຍພາກສ່ວນບໍ່ວ່າຈະເປັນແພດໝໍ, ໜ່ວຍງານກູ້ໄພ… ເມື່ອບໍ່ດົນມານີ້ ໜໍແນ່ງຄົນເກັ່ງເຮົາ ກໍໄດ້ສົມທົບທຶນຊ່ວຍເຫຼືອ ໄຟໄໝ້ປ່າຢູ່ທີ່ແຂວງຫຼວງນໍ້າທາ ທາງພາກເໜືອຂອງປະເທດລາວເຮົາທີ່ໄດ້ຮັບຜົນເສຍບໍ່ໜ້ອຍ!!! ຂວັນໃຈຂໍຊົມເຊີຍ ໝໍແນ່ງ ທີ່ຄອຍຊ່ວຍເຫຼືອສັງຄົມລາວເຮົາຕະຫຼອດມາບໍ່ວ່າຈະພົບກັບວິກິດໃດກໍຕາມ ສົມກັບເປັນນາງຟ້າຂອງເມືອງລາວອີຫຼີ! ຂອບໃຈຂໍ້ມູນຈາກ: Chandaly Ningnang Sitpraxay  

Read More »

ຮັກແຮງຜູ້ນີ້!! ເຈນນີ່ ຕົ້ນຄໍາ Miss World 2017 ເລາະແຈກເຂົ້າ-ນໍ້າໃຫ້ກັບຜູ້ທີ່ບໍ່ມີວຽກເຮັດ, ຄົນບໍ່ມີບ້ານ ແລະ ບໍ່ໄດ້ກັບບ້ານ… ໃນໄລຍະວິກິດ Covid-19

ເປັນນາງງາມລາວທີ່ມີສາຍາ ນາງງາມໃຈບຸນອີກຄົນໜຶ່ງທີ່ໄດ້ຮັບຄວາມນິຍົມ-ຍົກຍ້ອງຈາກແຟນນາງງາມ ແລະ ສັງຄົມມາໂດຍຕະຫຼອດ ສໍາລັບ ເຈນນີ່ ຕົ້ນຄໍາ ພົນຈັນເຮືອງ Miss World 2017 ທີ່ຕັ້ງແຕ່ໄດ້ຮັບຕໍາແໜ່ງອັນຊົງກຽດນັ້ນມາ ເຮົາກໍຈະເຫັນວ່າ ເຈນນີ່ ໄດ້ເຮັດຫຼາຍໆຢ່າງເພື່ອຊ່ວຍເຫຼືອສັງຄົມລາວມາໂດຍຕະຫຼອດ ແລະ ຫຼ້າສຸດມື້ນີ້ ເຈນນີ່ ກໍໄດ້ສ້າງຄວາມປະທັບໃຈຈົນຢາກບອກວ່າ ຫຼົງງຮັກນາງແຮງອີກຄັ້ງ ເນື່ອງຈາກສະພາບການບ້ານເມືອງເຮົາເກີດວິກິດ ໂຄວິດ-19 ເຮັດໃຫ້ຫຼາຍຄົນບໍ່ມີວຽກເຮັດງານທໍາ ຫຼືບາງຄົນກໍບໍ່ມີບ້ານມີເຮືອນຢູ່ແລ້ວ ອາໄສຂໍກິນຕາມຮ້ານຕ່າງໆ ເມື່ອຫ້າງຮ້ານປິດກໍບໍ່ມີແມ່ນແຕ່ເຂົ້າຈະກິນ ແລະ ເຈນນີ່ ກໍໄດ້ຢູ່ເສີຍບໍ່ໄດ້ ຈຶ່ງເດີນສາຍແຈກເຂົ້າ-ນໍ້າ ໃຫ້ກັບຄົນວ່າງງານ, ບໍ່ມີວຽກເຮັດ, ບໍ່ມີເງິນກິນເຂົ້າ, ບໍ່ມີບ່ອນນອນ ຫຼືບາງຄົນກໍກັບບ້ານບໍ່ໄດ້… ໂອ່ຍ!!! ຄົນອີ່ຫຍັງທັງງາມທັງເກັ່ງຢູ່ແລ້ວ ຍັງມີແຕ່ຈິດໃຈເມດຕາ ສົມກັບສາຍາ ນາງງາມໃຈບຸນ ອີ່ຫຼີເດີ່… ຂວັນໃຈກໍຂໍສະແດງຄວາມຂອບໃຈ ສາວເຈນນີ່ ແທນສັງຄົມລາວເຮົານໍາຫຼາຍໆເນີ່ ພ້ອມທັງຂໍໃຫ້ເຈນນີ່ມີແຕ່ຄວາມຈະເລີນຍິ່ງໆຂຶ້ນໄປເດີ້…. ໂພສດັ່ງກ່າວ:   Cr: Tonkham Phonchanheuang

Read More »

“ເມ ເນລະນິດ” ເຜີຍປະສົບການປະກວດເວທີ Miss World 2019 ທີ່ກຸງລອນດອນ… “ພາສາອັງກິດສໍາຄັນຫຼາຍ ເຖິງຈະບໍ່ເກັ່ງແຕ່ຂໍໃຫ້ສື່ສານເຂົ້າໃຈ ເພາະມັນຊ່ວຍໃຫ້ເອົາໂຕລອດໃນແຕ່ລະມື້ໄດ້”

ເມ ເນລະມິດ Miss World Laos 2019  ເປັນນາງງາມອີກໜື່ງຄົນຂອງລາວ ທີ່ທັງງາມ ທັງເກ່ັ່ງ ແລະ ມີຄວາມສາມາດທີ່ຫຼາກຫຼາຍ ພ້ອມນັ້ນກໍຍັງມີຄວາມນ່າຮັກ ສົດໃສ!  ດັ່ງທີ່ເຮົາຮູ້ກັນແລ້ວວ່າຜ່ານມາທ້າຍປີ 2019  ສາວ ເມ ກໍໄດ້ເປັນຕົວແທນນາງງາມລາວໄປປະກວດ Miss World 2019 ຢູ່ທີ່ກຸງລອນດອນ ປະເທດອັງກິດ ມື້ນີ້ຂວັນຈະພາແຟນໆໄປເບິ່ງວ່າສາວ ເມ ເພິ່ນໄດ້ຜ່ານຫຍັງມາແດ່ກວ່າຈະໄປຮອດຈຸດນັ້ນ ເຮົາໄປເບິ່ງນໍາກັນເລີຍ… ] ຈາກເດັກນ້ອຍບ້ານນອກກັບການເດີນທາງຄົນດຽວໄປປະກວດ ຢູ່ກຸງລອນດອນ, ມັນເປັນເລື່ອງທີ່ທ້າທາຍຫຼາຍ ແລະ ເປັນຄັ້ງທໍາອິດໃນຊີວິດ ທີ່ຕ້ອງເດີນທາງໃຊ້ເວລາຢູ່ເທິງຍົນ 13ຊົ່ວໂມງ ເພາະ ເມ ບໍ່ເຄີຍເດີນທາງໄກປານນີ້ຈັກເທື່ອ, ພໍແຕ່ຍົນແຕະຮອດພື້ນສະໜາມບິນ ຮີດໂທຣ ລອນດອນ ເບິ່ງໄປອ້ອມຮອບບໍ່ຄຸ້ນໜ້າໃຜເລີຍຄືກັບວ່າຫຼຸດເຂົ້າໄປໃນໜັງຕ່າງປະເທດ, ສັງເກດປ້າຍໄປເລື້ອຍໆຈົນເຫັນເຈົ້າໜ້າທີ່ຜູ້ໜຶ່ງຢືນຈັບເຈ້ຍທີ່ມີຊື່ເມຢູ່ ຄວາມຮູ້ສຶກຕອນນັ້ນຄືໂລ່ງໃຈແຮງ ເພິ່ນບອກວ່າ ການບິນໄທ ທີ່ເປັນສະປອນເຊີ້ ໂທລະເລກມາໃຫ້ຖ້າຮັບ ແລ້ວພາໄປເອົາກະເປົາທີ່ເດີນທາງມາພ້ອມກັບເມ 6 ຫີບໃຫຍ່, ອອກມາແລ້ວກໍເຫັນທີມງານກອງປະກວດ …

Read More »

ຊົມເຊີຍ!! ໜຸ່ມ ບູຣາຕິໂນ້ ເຈົ້າຂອງເພງດັງ “ເຊົາຫຼາຍໃຈໄດ້ບໍ່”ຊ່ວຍສະໜັບສະໜູນອຸປະກອນການແພດ ໃຫ້ໂຮງໝໍ 150 ຕຽງເພື່ອຕ້ານໂຄວິດ-19…

ສະພາບການບ້ານເມືອງເຮົາໃນປັດຈຸບັນຖືວ່າກຳລັງຢູ່ໃນຊ່ວງພະຍາດບາດໂຄວິດ COVID_19 ແຜ່ລະບາດ ແລະ ຫຼ້າສຸດໃນ ສ ປປລາວເຮົາກໍມີຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນເປັນ 10 ຄົນແລ້ວ!  ເຖິງບ້ານເຮົາຈະຕົກຢູ່ໃນຊ່ວງວິກິດແບບນີ້ແຕ່ຄົນລາວເຮົາກໍບໍ່ໄດ້ລະເລີຍນໍ້າໃຈຕໍ່ກັນ ຍັງມີຫຼາຍຄົນ, ຫຼາຍພາກສ່ວນຮ່ວມແຮງຮ່ວມໃຈກັນສາມັກຄີກັນຊ່ວຍເຫຼືຶອສັງຄົມ… ເພື່ອຕໍ່ສູ້ກັບ COVID_19 ຂວັັນໃຈ ເຊື່ອວ່າແຟນໆຫຼາຍຄົນຍັງຈື່ຈໍາ ແລະ ຄິດຮອດ ນັກຮ້ອງດັງລາວຄົນນີ້ ສໍາຫຼັບ ໜຸ່ມ “ບູຣາຕິໂນ້ ວົງປະກາຍ” ເພາະໜຸ່ມຄົນນີ້ໄດ້ຝາກຜົນງານຄຸນະພາບໄວ້ຢ່າງຫຼາກຫຼາຍ ໂດຍສະເພາະແມ່ນຜົນງານສຽງເພງທີ່ຫຼາຍໆຄົນອາດຈະຄຸ້ນຫູກັນມາກ່ອນນັ້ນກໍຄືເພງ: “ເຊົາຫຼາຍໃຈໄດ້ບໍ່” ແລະ ເພງ “ຂາດເຈົ້າຂາດໃຈ” ຖືໄດ້ວ່າເປັນຜົງານເພງຮິດທີ່ໄດ້ຮັບກະແສຕອບຮັບຢ່າງລົ້ນຫຼາມຈາກແຟນເພງ… ຫຼ້າສຸດເມື່ອບໍ່ດົນມານີ້ມານີ້ໜຸ່ມ “ບູຣາຕິໂນ້” ກໍໄດ້ໂພສຜ່ານເຟສບຸກສ່ວນຕົວວ່າ: “ມື້ນີ້ໄດ້ມອບອຸປະກອນການແພດ ເປັນກ່ອງອະຄຣີລິກປ້ອງກັນການແພ່ກະຈາຍເຊື້ອລະຫວ່າງຄົນເຈັບກັບຫມໍ ໃຫ້ທ່ານຫມໍໄວ້ກວດຫາເຊື້ອພະຍາດໂຄວິດ-19 ຈຳນວນ 4 ກ່ອງ ມູນຄ່າ 2,800,000 ກີບ ໃຫ້ແກ່ທີມແພດຫມໍ ໂຮງຫມໍ 150 ຕຽງ… ກ່ອງອະຄຣີລິກເປັນກ່ອງທີ່ສາມາດປ້ອງກັນການແຜ່ກະຈາຍເຊື້ອລະຫວ່າງຄົນເຈັບ ແລະ ທ່ານໝໍໄດ້ທັງເປັນປະໂຫຍດຢ່າງຫຼວງຫຼາຍໃນວິກິດການແບບນີ້ ຂວັນໃຈຂໍຊົມເຊີຍ ໜຸ່ມ ບູຣາຕິໂນ້ ທີ່ໃນຍາມບ້ານວິກິດແບບນີ້ຍັງມີນໍ້າໃຈເປັນສ່ວນໜື່ງໃນການຊ່ວຍເຫຼືອສັງຄົມແບບນີ້ …

Read More »

ໂຈໂຈ້ ມີຣາໂຄຣ ຝາກເຕືອນ!! ການປ້ອງກັນພະຍາດໂຄວິດ–19 ແມ່ນຕ້ອງເລີ່ມຈາກຕົວເອງ… ເພາະເລື່ອງສຸຂະພາບເປັນສິ່ງທີ່ທຸກຄົນຕ້ອງໃຫ້ຄວາມສໍາຄັນ

ເລື່ອງສຸຂະພາບເປັນສິ່ງທີ່ທຸກຄົນຕ້ອງໃຫ້ຄວາມສໍາຄັນ ຍິ່ງເປັນໄລຍະທີ່ຕ້ອງສູ້ກັບພະຍາດໂຄວິດ – 19 ກໍຕ້ອງເພີ່ມການເບິ່ງແຍງສຸຂະພາບໃຫ້ແຂງແຮງ ພ້ອມທັງປະຕິບັດຕາມກະຊວງສາທາລະນະສຸກ ເພິ່ນແນະນຳເພື່ອປ້ອງກັນຕົວເອງ ແລະ ຄົນອື່ນ… ມື້ນີ້ຂວັນໃຈຈະພາໄປຕິດຕາມ ຄໍາຄິດເຫັນຂອງນັກຮ້ອງໜຸ່ມສຸດຮ໋ອດ ໂຈໂຈ້ miracle… ໂຈໂຈ້ ນັກຮ້ອງຄົນດັງລາວ ແລະ ຜູ້ກຳກັບ ໄດ້ໃຫ້ສໍາພາດວ່າ: ສຳລັບຕົນເອງພະຍາດໂຄວິດ – 19 ຖືວ່າເປັນພະຍາດໃໝ່ ແລະ ການແຜ່ລະບາດແມ່ນວ່ອງໄວກວ່າທີ່ເຮົາຄິດ, ຖ້າຈະໃຫ້ເວົ້າເຖິງການປ້ອງກັນຈາກພະຍາດຊະນິດນີ້ຄິດວ່າເຮົາຄວນເລີ່ມຈາກຕົວເຮົາເອງໃນການຮັກສາຄວາມສະອາດ, ໝັ່ນລ້າງມື ຫຼື ຂ້າເຊື້ອດ້ວຍແອລກໍຮໍ ແລະ ສິ່ງສຳຄັນໃນສະຖານະການສຸ່ມສ່ຽງແບບນີ້ທຸກຄົນຄວນຫຼີກລຽງການພົບປະຜູ້ຄົນຢູ່ໃນສະຖານທີ່ຊຸມຊົນ ຫຼື ມີຈຳນວນຄົນຫຼາຍໆ ເພາະພະຍາດນີ້ມັນສາມາດແຜ່ເຊື້ອຜ່ານການໄອ, ການຈາມ ແລະ ການສຳຜັດຂອງຄົນຕໍ່ຄົນໄດ້. ນອກຈາກການປ້ອງກັນຕົນເອງແລ້ວໃນຖານະທີ່ຕົນເອງເປັນປະຊາຊົນຄົນໜຶ່ງ ແລະ ຕອນນີ້ຂ່າວຂອງພະຍາດກໍລະບາດໃນຫຼາຍປະເທດ. ສະນັ້ນ, ກໍບໍ່ຢາກໃຫ້ທຸກຄົນຖືເບົາ, ເສບຂ່າວຢ່າງມີສະຕິ ແລະ ຕ້ອງເລີ່ມຈາກຕົວເຮົາເອງທີ່ຕ້ອງລະມັດລະວັງໃຫ້ຫຼາຍຂຶ້ນ. ຕົນເອງກໍບໍ່ຮູ້ລາຍລະອຽດຢ່າງຈະແຈ້ງແຕ່ສິ່ງທີ່ເຮົາເຮັດໄດ້ເພື່ອຫຼີກລຽງພະຍາດນີ້ເຮົາສາມາດຫາຂໍ້ມູນໃນອິນເຕີເນັດທີ່ໜ້າເຊື່ອຖື ເພື່ອກວດເບິ່ງວິທີປ້ອງກັນ ແລະ ວິທີເບິ່ງແຍງຮ່າງກາຍ ລວມທັງການເບິ່ງແຍງສຸຂະພາບ, ພະຍາຍາມບໍ່ອອກໄປໃນສະຖານທີ່ແອອັດ …

Read More »