Breaking News

ຮັກແຮງຜູ້ນີ້!! ເຈນນີ່ ຕົ້ນຄໍາ Miss World 2017 ເລາະແຈກເຂົ້າ-ນໍ້າໃຫ້ກັບຜູ້ທີ່ບໍ່ມີວຽກເຮັດ, ຄົນບໍ່ມີບ້ານ ແລະ ບໍ່ໄດ້ກັບບ້ານ… ໃນໄລຍະວິກິດ Covid-19

ແບ່ງປັນ

ເປັນນາງງາມລາວທີ່ມີສາຍາ ນາງງາມໃຈບຸນອີກຄົນໜຶ່ງທີ່ໄດ້ຮັບຄວາມນິຍົມ-ຍົກຍ້ອງຈາກແຟນນາງງາມ ແລະ ສັງຄົມມາໂດຍຕະຫຼອດ ສໍາລັບ ເຈນນີ່ ຕົ້ນຄໍາ ພົນຈັນເຮືອງ Miss World 2017 ທີ່ຕັ້ງແຕ່ໄດ້ຮັບຕໍາແໜ່ງອັນຊົງກຽດນັ້ນມາ ເຮົາກໍຈະເຫັນວ່າ ເຈນນີ່ ໄດ້ເຮັດຫຼາຍໆຢ່າງເພື່ອຊ່ວຍເຫຼືອສັງຄົມລາວມາໂດຍຕະຫຼອດ ແລະ ຫຼ້າສຸດມື້ນີ້ ເຈນນີ່ ກໍໄດ້ສ້າງຄວາມປະທັບໃຈຈົນຢາກບອກວ່າ ຫຼົງງຮັກນາງແຮງອີກຄັ້ງ ເນື່ອງຈາກສະພາບການບ້ານເມືອງເຮົາເກີດວິກິດ ໂຄວິດ-19 ເຮັດໃຫ້ຫຼາຍຄົນບໍ່ມີວຽກເຮັດງານທໍາ ຫຼືບາງຄົນກໍບໍ່ມີບ້ານມີເຮືອນຢູ່ແລ້ວ ອາໄສຂໍກິນຕາມຮ້ານຕ່າງໆ ເມື່ອຫ້າງຮ້ານປິດກໍບໍ່ມີແມ່ນແຕ່ເຂົ້າຈະກິນ ແລະ ເຈນນີ່ ກໍໄດ້ຢູ່ເສີຍບໍ່ໄດ້ ຈຶ່ງເດີນສາຍແຈກເຂົ້າ-ນໍ້າ ໃຫ້ກັບຄົນວ່າງງານ, ບໍ່ມີວຽກເຮັດ, ບໍ່ມີເງິນກິນເຂົ້າ, ບໍ່ມີບ່ອນນອນ ຫຼືບາງຄົນກໍກັບບ້ານບໍ່ໄດ້… ໂອ່ຍ!!! ຄົນອີ່ຫຍັງທັງງາມທັງເກັ່ງຢູ່ແລ້ວ ຍັງມີແຕ່ຈິດໃຈເມດຕາ ສົມກັບສາຍາ ນາງງາມໃຈບຸນ ອີ່ຫຼີເດີ່… ຂວັນໃຈກໍຂໍສະແດງຄວາມຂອບໃຈ ສາວເຈນນີ່ ແທນສັງຄົມລາວເຮົານໍາຫຼາຍໆເນີ່ ພ້ອມທັງຂໍໃຫ້ເຈນນີ່ມີແຕ່ຄວາມຈະເລີນຍິ່ງໆຂຶ້ນໄປເດີ້….

ໂພສດັ່ງກ່າວ:

 

Cr: Tonkham Phonchanheuang

ແບ່ງປັນ