Breaking News

ອົດທົນສູ້ຕໍ່ໄປ!! ແມັດທິວ-ລີເດຍ ເຜີຍຜ່ານໄລຍະອັນຕະລາຍແລ້ວ ຮ່າງກາຍດີຂຶ້ນ 99% ແຕ່ເຊື້ອໄວຣັສ Covid-19 ຍັງບໍ່ຕາຍ…

ແບ່ງປັນ

ແມັດທິວ ດີນ ພ້ອມກັບ ລີເດຍ ສະຣັນຍະລັດ ນັກຮ້ອງ-ນັກແດງຊື່ດັງ (ປະເທດໄທ) ໄດ້ໂພສຄຣິບ VDO ກ່ຽວກັບອາການປ່ວຍຕິດເຊື້ອໂຄວິດ-19 ຫຼ້າສຸດ ພ້ອມແຄັບຊັ່ນວ່າ  “8 April 2020 Still at the hospital and testing positive for the virus” 8 ເມສາ 2020 ຍັງຢູ່ທີ່ໂຮງໝໍ ແລະ ຜົນຍັງເປັນບວກ  @matthew.deane1

ໂດຍທັງຄູ່ຊ່ວຍກັນເລົ່າເຖິງອາການຫຼັງຜ່ານໄລຍະວິກິດໂຄວິດ 10 ວັນອັນຕະລາຍ ແຕ່ຜົນກວດຍັງເປັນບວກຢູ່ ເຖິງວ່າຈະຢູ່ໂຮງໝໍມາເກືອບເດືອນແລ້ວ “ແມັດທິວ ຢູ່ປະມານ 27 ມື້ ລີເດຍ ຢູ່ມາ 25 ມື້; ກວດໄປ 5 ຄັ້ງ ແລະ 3 ຄັ້ງ ລວມທັງ Mr.Pong ພິທີກອນເທິງເວທີມວຍພ້ອມກັບແມັດທິວ ຜົນອອກມາກໍຄືກັນ ຍັງພົບໄວຣັສຢູ່” ່ເຖິງວ່າຮ່າງກາຍຈະດີຂຶ້ນ 99% ກໍຂຶ້ນກັບແຕ່ລະຄົນ ອາດຈະເປັນໄວຣັສທີ່ຕາຍແລ້ວ ແຕ່ຕ້ອງຄິດວ່າມັນຍັງມີຊີວິດຢູ່ ເຖິງບໍ່ທໍາຮ້າຍຕົວເອງ ອາດຈະແຜ່ໄປຫາຜູ້ອື່ນໄດ້… ໄລຍະນີ້ຢູ່ລະຫວ່າງຮ່າງກາຍກໍາລັງຊ່ອມແຊມ ບໍ່ໜ້າຈະໜັກລົງໄປອີກແລ້ວ.

ທັງ 4 ອາທິດ ທີ່ຢູ່ໂຮງໝໍ ຮູ້ສຶກເບື່ອສຸດໆ ຢາກກັບບ້ານໄປຫາຄອບຄົວ ຢາກກັບໄປກອດລູກ ແຕ່ຢ່າງໜ້ອຍກໍຍັງດີທີ່ມີກັນ ແລະ ກັນ ຖ້າປິ່ນປົວຄົນດຽວຄົງໜັກ!! ພ້ອມທັງຊີ້ແຈງທີ່ທັງສອງບໍ່ໃສ່ຜ້າອັດປາກ-ດັງໃນຂະນະຢູ່ນໍາກນ ເພາະພວກເຮົາທັງສອງຕ່າງມີພູມຄຸ້ມກັນໄວຣັສໃນຮ່າງກາຍແລ້ວ ບໍ່ີອາການສົ່ງເຊື້ອໄປຫາກັນ ແຕ່ຕ້ອງລະວັງບໍ່ໃຫ້ແຜ່ເຊື້ອໄປຫາຄົນອື່ນ… ແນວໃດກໍ່ຕາມ ຕ້ອງຖ້າອີກປະມານເດືອນປາຍ ທ່ານໝໍຈະກວດໃຫ້ອີກ ຖ້າຕໍ່ໄປ ເຮົາຢູ່ໄດ້ ເພາະບໍ່ຢາກກັບບ້ານໄປແຜ່ເຊື້ອໃຫ້ຄອບຄົວ ຫຼືໃຜ ສູ້ໆ ເຮົາຕ້ອງຊະນະ!!

ແນວໃດຂວັນໃຈກໍຂໍເປັນກໍາລັງໃຈໃຫ້ທັງສອງຊ່ວງເຊົາໄວໆ ແລ້ວກັບໄປຫາລູກທີ່ຮັກທັງສອງໄວໆເດີ້!!

ທີ່ມາ: ຂ່າວສົດ

ແບ່ງປັນ