Breaking News

ຝາກເຖິງສັງຄົມ!! ຄວາມຈິງຈາກນັກສຶກສາລາວທີ່ເດີນທາງຮ່ວມຖ້ຽວບິນກັບຜູ້ຕິດເຊື້ອໂຄວິດ ທັງ 3 ຄົນ “ຢາກໃຫ້ທຸກຄົນເຂົ້າໃຈຄວາມຈິງ, ຢຸດແຊຣຂ່າວ ແລະ ສົ່ງຕໍ່ຂໍ້ມູນທີ່ບໍ່ມີຄວາມຈິງໄດ້ແລ້ວ”

ແບ່ງປັນ

ການແຜ່ລະບາດຂອງພະຍາດໂຄວິດ-19 ຍັງຕົກຢູ່ໃນສະພາວະທີ່ນ່າເປັນຫ່ວງຫຼາຍເພາະນັບມື້ນັບມີຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນເລື້ອຍໆຈົນມາຮອດປັດຈຸບັນມີຍອດຜູ້ຕິດເຊື້ອ ລ້ານກວ່າຄົນແລ້ວໃນທົ່ວໂລກນີ້ ແລະ ສປປ ລາວເຮົາກໍເຊັ່ນກັນຕອນນີ້ມີຈໍານວນຜູ້ຕິດເຊື້ອທັງໝົດ 15 ກໍລະນີແລ້ວ ຫຼ້າສຸດ ຜູ້ທີ່ຕິດເຊື້ອ ກໍລະນີທີ 11 ເດີນທາງກັບມາລາວ ຖ້ຽວບິນ TG574 BKK-VTE ກໍໄດ້ຕິດເຊື້ອ ແລະ ຍັງມີກໍລະນີທີ 14 ແລະ 15 ກໍໄດ້ເດີນທາງຮ່ວມຖ້ຽວບິນດຽວກັນ ສະນັ້ນ ທັງ 3 ກໍລະນີທີ່ຕິດເຊື້ອໂຄວິດລ້ວນແຕ່ເດີນທາງມາພ້ອມກັນ ສິ່ງທີ່ທຸກຄົນເປັນຫ່ວງໄປກວ່ານັ້ນກໍຄື ນອກຈາກ 3 ຄົນນີ້ແລ້ວ ບຸກຄົນທ່ານອື່ນທີ່ເດີນທາງມານໍາກັນເປັນເປັນແນວໃດ ມີຫຼາຍຄົນຕັ້ງຄໍາຖານຕ່າງໆນາໆ ໃນເວລາດຽວກັນ… ມື້ຂວັນໃຈຈະນໍາເອົາບົດຄວາມຂອງຜູ້ທີ່ໄດ້ຮ່ວມເດີນທາງຖ້ຽວບິນດຽວກັນກັບ 3 ກໍລະນີທີ່ຕິດເຊື້ອຜ່ານມາ ເຊິ່ງລາວໄດ້ໂພສຜ່ານເຟສບຸກສ່ວນຕົວ ມາໃຫ້ທຸກຄົນໄດ້ອ່ານນໍາກັນ!!!

ນ້ອງແມ່ນໜຶ່ງໃນນັກສຶກສາລາວທີ່ເດີນທາງກັບມາຈາກປະເທດອັງກິດ ແລະ ໄດ້ມາຮອດນະຄອນຫຼວງວຽງຈັນໃນວັນທີ 22 ມີນາ. ນ້ອງຢາກຊີ້ແຈງກ່ຽວກັບກໍລະນີຕິດເຊື້ອທີ່ກັບມາຈາກປະເທດອັງກິດໃຫ້ທຸກຄົນໄດ້ຮັບຮູ້ຄວາມຈິງນຳກັນ ເພາະສ່ວນໃຫຍ່ແລ້ວແມ່ນໄດ້ມີການສົ່ງຕໍ່ຂໍ້ມູນທີ່ບໍ່ແມ່ນຄວາມຈິງເປັນວົງກວ້າງໃນສັງຄົມເຮົາ ເຊິ່ງເຮັດໃຫ້ຄົນທີ່ໄດ້ຮັບຂ່າວສານທີ່ຜິດໆນັ້ນເກີດຄວາມວິຕົກກັງວົນ ແລະ ຕໍ່ວ່າລັດຖະບານລາວລວມທັງຜູ້ທີ່ຕິດເຊື້ອເອງໄປໃນທິດທາງທີ່ບໍ່ດີ. ພ້ອມກັນນັ້ນ, ຍັງມີນັກສຶກສາອີກຈຳນວນຫຼາຍທີ່ຖືກກ່າວຫາວ່າຕິດເຊື້ອ ແລະ ໄດ້ສົ່ງຕໍ່ຮູບໄປເລື້ອຍໆໂດຍທີ່ບໍ່ມີມູນຄວາມຈິງ.

ในภาพอาจจะมี 1 คน

ພາຍຫຼັງທີ່ມະຫາວິທະຍາໄລ ແລະ ສະຖາບັນການສຶກສາຕ່າງໆໃນປະເທດອັງກິດໄດ້ປະກາດຢຸດການຮຽນການສອນຊົ່ວຄາວ, ນັກສຶກສາຕ່າງຊາດສ່ວນໃຫຍ່ກໍແມ່ນໄດ້ເດີນທາງກັບປະເທດຂອງຕົນເອງຢ່າງຮີບດ່ວນກ່ອນທີ່ສະຖານະການຢູ່ປະເທດອັງກິດຈະໜັກຂຶ້ນ ແລະ ກ່ອນທີ່ສາຍການບິນຕ່າງໆຈະຢຸດບິນຊົ່ວຄາວ. ທຸກຄົນທີ່ເດີນທາງສ່ວນໃຫຍ່ກໍຮັບຮູ້ດີວ່າໃນໄລຍະທີ່ຜ່ານມາທາງສາຍການບິນເພິ່ນໄດ້ມີມາດຕະການທີ່ເຂັ້ມງວດຂຶ້ນ ເພາະທຸກຄົນຕ້ອງໄດ້ມີໃບກວດສຸຂະພາບ (Fit to Fly certificate) ເພື່ອເປັນການຢັ້ງຢືນວ່າສາມາດເດີນທາງທາງອາກາດໄດ້.

ในภาพอาจจะมี 1 คน, กำลังยิ้ม, กำลังยืน, สะพาน, รองเท้า, ท้องฟ้า, สถานที่กลางแจ้ง และ น้ำ

ພວກນ້ອງທຸກຄົນຮັບຮູ້ດີວ່າເຊື້ອພະຍາດນີ້ສາມາດຕິດຕໍ່ກັນໄດ້ງ່າຍ ແລະ ການເດີນທາງໃນຊ່ວງນັ້ນກໍຖືວ່າມີຄວາມສ່ຽງຫຼາຍ. ດັ່ງນັ້ນ, ເພື່ອເປັນການຫລຸດຜ່ອນຄວາມສ່ຽງ, ທຸກຄົນໃສ່ຫນ້າກາກ, ຖົງມື ແລະ ຫຼີກລ່ຽງບ່ອນທີ່ມີຄົນຫລາຍຕະຫຼອດໄລຍະທີເດີນທາງ. ເມື່ອເດີນທາງມາຮອດລາວແລ້ວກໍ່ໄດ້ພາກັນກັກໂຕແຍກປ່ຽວ 14ມື້ ຕາມແນວທາງທີ່ລັດຖະບານເພິ່ນໄດ້ວາງອອກໄວ້ຢ່າງເຂັ້ມງວດ. ບາງຄົນແມ່ນຂັບລົດສ່ວນໂຕກັບເອງ ແຍກກັບຄົນທີ່ມາຮັບເລີຍ ແລະ ນ້ອງເອງແມ່ນໄດ້ນັ່ງກະບະກັບ. ທຸກຄົນແມ່ນຢູ່ບ້ານອີກຫລັງໜຶ່ງ ເພື່ອຫ່າງຈາກຄອບຄົວ. ນ້ອງເຊື່ອວ່າບໍ່ແມ່ນແຕ່ພວກນ້ອງທີ່ປະຕິບັດການກັກໂຕຢ່າງເຂັ້ມງວດແຕ່ຍັງມີໝູ່ແລະຄົນອື່ນໆອີກຫຼາຍຄົນທີ່ປະຕິບັດໄດ້ດີຫຼາຍເພື່ອຫລຸດຜ່ອນຜົນກະທົບໃຫ້ແກ່ສັງຄົມຂອງຕົນເອງແລະເພື່ອຜົນປະໂຫຍດຂອງສ່ວນລວມຫລັງຈາກທີ່ກັບມາຈາກປະເທດທີ່ມີຄວາມສ່ຽງ.

ในภาพอาจจะมี หนึ่งคนขึ้นไป และ รถยนต์

ຍ້ອນແນວນັ້ນ, ປະຫວັດການໄປມາຂອງຜູ້ຕິດເຊື້ອທັງສາມຄົນທີ່ກັບມາຈາກອັງກິດຈຶ່ງມີຫນ້ອຍ ເພາະໄດ້ກັກໂຕເອງຕັ້ງແຕ່ມາຮອດປະເທດລາວຈົນຮອດມື້ທີ່ກວດພົບເຊື້ອ. ນ້ອງບໍ່ແມ່ນຜູ້ຕິດເຊື້ອທັງໃນຂ່າວຂອງມື້ທີ່ຜ່ານມາ ແລະ ໃນມື້ນີ້ ແຕ່ສາມຄົນນີ້ກໍແມ່ນຫນຶ່ງໃນຫມູ່ຂອງພວກນ້ອງເອງ. ນ້ອງທັງ 5 ຄົນທີ່ເດີນທາງຖ້ຽວບິນ TG574 BKK-VTE ແລະ ໄດ້ໃກ້ຊິດກັບຜູ້ກ່ຽວລາຍທີ 14 ໄດ້ໄປກວດແລ້ວ ແລະ ຜົນອອກມາເປັນລົບ ແຕ່ກໍຍັງຈະສືບຕໍ່ກັກໂຕໃຫ້ຄົບ 21ມື້ ຈົນກວ່າຈະໝັ້ນໃຈວ່າບໍ່ໄດ້ມີເຊື້ອແທ້ໆແລ້ວ ເພາະຄືທີ່ທຸກໆຄົນຮູ້ເຊື້ອພະຍາດນີ້ອາດຈະບໍ່ສະແດງອາການຫຍັງເລີຍກໍເປັນໄດ້.

ในภาพอาจจะมี 1 คน, กำลังยิ้ม, กำลังยืน, สถานที่กลางแจ้ง และ น้ำ

ສຸດທ້າຍນີ້ ຢາກຂໍສົ່ງກຳລັງໃຈໃຫ້ຜູ້ທີ່ຕິດເຊື້ອ Covid-19 ທຸກຄົນທີ່ຕໍ່ສູ້ກັບໂລກນີ້ຢູ່ໃຫ້ຜ່ານພົ້ນວິກິດໄປດ້ວຍດີໃນເວລາອັນໃກ້ນີ້ ແລະ ຂໍຮຽກຮ້ອງໃຫ້ປະຊາຊົນລາວທຸກຄົນເສບຂ່າວກັນຢ່າງມີສະຕິ. ຢ່າຫຼົງເຊື່ອໃຫ້ກັບຂ່າວໃດຫນຶ່ງຖ້າບໍ່ມີຫຼັກຖານອ້າງອີງທີ່ຖືກຕ້ອງ. ໄພຮ້າຍທີ່ຍິ່ງໃຫຍ່ກວ່າໂລກລະບາດນີ້ອາດແມ່ນໄພຄຸກຄາມຈາກທາງສັງຄົມທີ່ຮູ້ເທົ່າບໍ່ເຖິງການ. ຂໍໃຫ້ທຸກຄົນພາກັນປະຕິບັດຕາມຄຳສັ່ງຂອງທາງຂັ້ນເທິງຢ່າງເຂັ້ມງວດ ຢູ່ບ້ານເພື່ອຊາດ ເພື່ອແພດໝໍ ແລະ ເພື່ອສ່ວນລວມໃຫ້ມີປະສິດທິພາບທີ່ສຸດເດີ. ♥️✌?

#ຖ້ານ້ອງຂຽນຜິດຫຼືເວົ້າຜິດໄປກໍຝາກຂໍໂທດຂໍອະໄພມານະທີ່ນີ້ດ້ວຍ
#ຂໍຂອບໃຈ

ຂວັນໃຈຂໍເປັນກຳລັງໃຈໃຫ້ຜູ້ທີ່ກຳລັງກັກຕົວ ແລະ ຜູ້ທີ່ກຳລັງຮັກສາພະຍາດລະບາດດັ່ງກ່າວນີ້ໃຫ້ຜ່ານໄປໄດ້ໄວໆ ແລະ ພວກເຮົາຈະຜ່ານວິກິດນີ້ໄປນໍາກັນໃຫ້ໄດ້

ຂອບໃຈຂໍ້ມູນຈາກ: Sengpasert Thiengchanhxay

ແບ່ງປັນ