Breaking News

ສຸດເສົ້າ!! ຂໍໄຫວ້ອາໄລແດ່ນັກຮົບຊຸດຂາວຫຼາຍຊີວິດ ທີ່ໄດ້ອຸທິດຕົນເພື່ອສູ້ກັບ Covid-19 “ແພດໝໍທຸກທ່ານຄືວິລະບູລຸດຂອງຄົນທັງໂລກ”

ແບ່ງປັນ

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ່ 7 ເມສາ 2020 ວ່າ ແພດສະມາຄົມຂອງອິນໂດເນເຊຍອອກລາຍງານວ່າ ຈາກຈຳນວນຜູ້ເສຍຊີວິດສະສົມຈາກໂຄວິດ-19 ໃນປະເທດ ທີ່ມີຢ່າງຫນ້ອຍ 209 ຄົນນັ້ນ ເປັນບຸກຄະລາກອນການແພດຢ່າງຫນ້ອຍ 24 ຄົນ. ໃນຖະແຫຼງການລະບຸວ່າ ຈຳນວນບຸກຄະລາກອນການແພດທີ່ເສຍຊີວິດ ເປັນຫລາຍກວ່າຕົວເລກ ຍິ່ງຕອກຍໍ້າວິກິດການຂາດແຄນອຸປະກອນການແພດສຳລັບເຈົ້າຫນ້າທີ່ສາທາລະນະສຸກ ໂດຍສະເພາະຊຸດປ້ອງກັນທາງການແພດ ຂະນະດຽວກັນ ສະຖານະການທີ່ເກີດຂື້ນຍັງບົ່ງຊີ້ຄວາມສ່ຽງໃນລະດັບສູງຂອງການຕິດເຊື້ອໃນກຸ່ມບຸກຄະລາກອນການແພດ ວ່າຍັງຄົງເກີດຂື້ນໄດ້ທຸກເວລາ…

ໂຮງງານຜະລິດເສື້ອຜ້າສຳເລັດຮຸບແຫ່ງຫນື່ງທີ່ເມືອງ ມາລັງ ແຂວງ ຊວາຕາເວັນອອກ ໄດ້ຖືກປ່ຽນມາໃຫ້ຜະລິດຊຸດປ້ອງກັນສຳລັບບຸກຄະລາກອນການແພດ. ນອກຈາກນີ້ ອັດຕາການເສຍຊີວິດໃນກຸ່ມຜູ້ຕິດເຊື້ອ ທີ່ໄດ້ຮັບການຢັ້ງຢືນແລ້ວຂອງອິນໂດເນເຊຍຍັງຖືວ່າຢູ່ໃນລະດັບສູງ ແລະມືຢ່າງຫນ້ອຍ 10 ແຂວງໃນອິນໂດເນເຊຍ ລວມເຖິງຫມູ່ເກາະໂມລຸກກະ ແລະແຂວງປາປົວ ບໍ່ມີສະຖານສາທາລະນະສຸກ ແລະບຸກຄະລາກອນການແພດທີ່ພຽງພໍຮອງຮັບຜູ້ຕິດເຊື້ອໂຄວິດ-19

ຢ່າງໃດກໍ່ຕາມ ມີລາຍງານວ່າປະທານາທິບໍດີ ໂຈໂຄ ວິໂດໂດ ກ່າວລະຫວ່າງການປະຊຸມລັດຖະມົນຕີ ເມື່ອວັນຈັນທີ່ຜ່ານມາ ວ່າລັດຖະບານໄດ້ແຈກຢາຍຊຸດປ້ອງກັນສ່ວນບຸກຄົນ (ພີພີອີ) ໃຫ້ບຸກຄະລາກອນການແພດທົ່ວປະເທດແລ້ວ ແຕ່ເນັ້ນຫນັກໃຫ້ການນຳຂັ້ນທ້ອງຖິ່ນໃຫ້ກວດສອບວ່າເຄື່ອງຂອງທັງຫມົດມີການກະຈາຍສູ່ເຈົ້າຫນ້າທີ່ສາທາລະນະສຸກຢ່າງທົ່ວເຖິງ… ນອກຈາກແພດໝໍທີ່ຢູ່ ອີນໂດເນເຊຍແລ້ວ ອີກຫຼາຍປະເທດທົ່ວໂລກກໍໄດ້ສູນເສຍນັກຮົບຊຸດຂາວໄປບໍ່ໜ້ອຍ ແນວໃດກໍຂໍເປັນກໍາລງໃຈ ແລະ ເອົາໃຈຊ່ວຍແພດໝໍທຸກທ່ານ ພ້ອມຈະພ່ານຜ່າວິກິດນີ້ໄປນໍາ ພວກທ່ານຄືວີລະບູລຸດຂອງຄົນທັງໂລກ!!!

ຂອບໃຈທີ່ມາ: ຊຸບຊິບບັນເທີງ

ແບ່ງປັນ