Breaking News

ແມ່ຄ້າ online ໜຶ່ງໃນຜູ້ຕິດເຊື້ອຝາກເຕືອນ!! ກັກຕົວຢູ່ບ້ານແຕ່ສັ່ງເຄື່ອງ ແລະ ອາຫານຈາກ Online ອາດຈະເປັນການນໍາເຊື້ອໄປສົ່ງຮອດເຮືອນ…

ແບ່ງປັນ

ໃນສະຖານະການທີ່ຫຼາຍຄົນກໍາລັງເຝົ້າລະວັງ ແລະ ປ້ອງກັນຕົວເອງຢ່າງສຸດຂີດ ເພື່ອຫຼີກລ່ຽງບໍ່ໃຫ້ໄດ້ຮັບເຊື້ອພະຍາດ Covid-19 ທີ່ກໍາລັງລະບາດໄປທົ່ວໂລກໃນປັດຈຸບັນ. ແຕ່ລະປະເທດກໍໄດ້ທໍາການ ປິດປະເທດ, ປິດແຂວງ, ປິດເມືອງ ແລະ ປິດບ້ານໃຫ້ທຸກຄົນຢູ່ແຕ່ໃນເຮືອນຂອງຕົນເອງ ເພື່ອຄວາມປອດໄພ… ແຕ່ໃນການຢູ່ເຮືອນລ້າໆມັນກໍທັງເມື່ອຍ ທັງເຊັງ ຄືທີ່ທຸກຄົນຮູ້ກັນດີ ຈຶ່ງອາດຈະພາກັນເຂົ້າ FB ເພື່ອຊ໋ອບປິ່ງ ຊື້ອາຫານມາກິນແກ້ເຊັງ (ເພື່ອບໍ່ໃຫ້ຕົວເອງອອກໄປນອກເຮືອນ) ແຕ່ທຸກຄົນອາດຈະບໍ່ຮູ້ວ່າ ການສັ່ງເຄື່ອງໃຫ້ຄົນມາສົ່ງນັ້ນ ອາດຈະເປັນກນເອີ້ນເອົາເຊື້ອພະຍາດມາເຮືອນຕົນເອງກໍເປັນໄດ້!! ຂວັນໃຈຈຶ່ງຢາກໃຫ້ທຸກຄົນລອງມາສຶກສາກໍລະນີທີ່ແອັດໄດ້ນໍາມາເລົ່າໃຫ້ຟັງໃນມື້ນີ້ເພື່ອເປັນບົດຮຽນ…

ສືບເນື່ອງມາຈາກໂພສຂອງ ແມ່ຄ້າອອນໄລນ໌ຄົນໜຶ່ງ (ປະເທດໄທ) ໄດ້ອອກມາໂພສຂໍ້ຄວາມຊີ້ແຈງວ່າຕົນເອງຕິດໂຄວິດ-19 ໂດຍບໍ່ຮູ້ໂຕ ຈຶ່ງຝາກເຕືອນລູກຄ້າທຸກຄົນທີ່ເຄີຍສັ່ງເຄື່ອງນໍາຕົນເອງໃຫ້ກັກຕົວ ແລະ ຮີບກວດຫາເຊື້ອດ່ວນ ເຊິ່ງຜູ້ກ່ຽວໄດ້ບອກທາມລາຍໃນຊ່ວງວັນທີ 27 ມີນາ ຫາ 2ເມສາ ວ່າບໍ່ສາມາດຈື່ລູກຄ້າໄດ້ທັງໝົດ ຫາກໃຜຊື້ຂະໜົມຈາກຕົນເອງໃນຊ່ວງເວລາທີ່ກ່າວມານີ້ໃຫ້ເຝົ້າລະວັງອາການຕົນເອງໃຫ້ດີ…

ກໍລະນີດັ່ງກ່າວແມ່ນເກີດຂຶ້ນທີ່ປະເທດໄທ ເປັນແມ່ຄ້າຂາຍຂະໜົມທີ່ເຮັດສົ່ງອອນໄລນ໌ ບໍລິການສົ່ງຮອດເຮືອນ ເນື່ອງຈາກປັດຈຸບັນຫຼາຍປະເທດໃຊ້ມາດຕະການດຽວກັນນັ້ນກໍ່ຄືການກັກຕຈົວຢູ່ເຮືອນ ບໍ່ອອກໄປໃສເພື່ອປ້ອງກັນການຕິດເຊື້ອໂຄວິດ-19 ແຕ່ແນ່ນອນວ່າການຢູ່ເຮືອນ ມັນເຮັດໃຫ້ຄົນເຮົາເກີດຄວາມຢາກຫຼາຍຢ່າງ ແຕ່ສິ່ງທີ່ເຮັດໄດ້ໃນຕອນນີ້ແມ່ນສັ່ງເຄື່ອງທາງອອນໄລນ໌ ເພື່ອຫຼີກລ່ຽງການອອກໄປສັນຈອນຢູ່ນອກ ແຕ່ໃຜຈະຮູ້ວ່າສັ່ງເຄື່ອງອອນໄລນ໌ບໍ່ແມ່ນຄໍາຕອບຂອງການປ້ອງກັນການໄປຕິດເຊື້ອໂຄວິດ-19 ຢູ່ທາງນອກອີກຕໍ່ໄປ, ເມື່ອຜູ້ມາສົ່ງເຄື່ອງໃຫ້ເຮົາ ກັບຕິດເຊື້ອເອງ ແລະ ກັບກາຍເປັນການນໍາເອົາເຊື້ອມາສົ່ງໃຫ້ຮອດເຮືອນ.

ໂພສດັ່ງກ່າວ

ແບ່ງປັນ